ຄະນະບໍລິຫານອາວຸໂສ ລັດວິສາຫະກິດຖືຮຸ້ນລາວ ລົງຢ້ຽມຢາມ ໂຄງການເຂື່ອນໄຟຟ້ານໍ້າງຽບ 1
ໃນວັນທີ່ 04 ກັນຍາ 2020 ທ່ານ ມານາສິນ ວົງໄຊ, ຜູ້ຈັດການໃຫຍ່ຂອງລັດວິສາຫະກິດຖືຮຸ້ນລາວ
ໂຄງການ ເຂື່ອນໄຟຟ້ານ້ຳງຽບ 1 ແມ່ນ ໂຄງການໄຟຟ້າພະລັງນ້ຳທີ່ມີຂີດຄວາມສາມາດໃນການຜະລິດກະແສໄຟຟ້າ 290 ເມກາວັດ ທີ່ພວມຢູ່ໃນການກໍ່ສ້າງ ຢູ່ແຂວງ ບໍລິຄຳໄຊ ແລະ ແຂວງໄຊສົມບູນ ຂອງ ສ.ປ.ປ. ລາວ ໂດຍພາຍໃຕ້ການດໍາເນີນງານ ຂອງບໍລິສັດ ໄຟຟ້ານ້ຳງຽບ 1 ຈຳກັດ ເພື່ອຜະລິດພະລັງງານທີ່ສະອາດ, ຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ໂດຍມີຈຸດເປົ້າໝາຍເພື່ອສະໜອງພະລັງງານທົດແທນທີ່ສະອາດ ແລະ ປະກອບສ່ວນ ເຂົ້າໃນການຫຼຸດຜ່ອນ ຄວາມທຸກຍາກໃນ ສ.ປ.ປ. ລາວ.
ເຂື່ອນໄຟຟ້າສອງເຂື່ອນ ແລະ ເຮືອນຈັກໄຟຟ້າສອງເຮືອນແມ່ນພວມຢູ່ໃນໄລຍະການກໍ່ສ້າງທີ່ແມ່ນໍ້າງຽບ ທີ່ແຂວງບໍລິຄຳໄຊ. ເຂື່ອນຫຼັກເມື່ອສ້າງສຳເລັດຈະມີຄວາມສູງ 167 ແມັດ ແລະ ຈະສ້າງອ່າງເກັບນໍ້າທີ່ຈະກວມເອົາເນື້ອທີ່ປະມານ 67 ກິໂລຕາແມັດ ແລະ ຍັງຂະຫຍາຍໄປຮອດແຂວງ ໄຊສົມບູນ. ປະຊາຊົນ 4000 ຄົນ ສ່ວນໃຫຍ່ ແມ່ນ ຊົນເຜົ່າມົ້ງ ຈະຖືກຍົກຍ້າຍຈັດສັນໄປຢູ່ເຂດບ້ານຈັດສັນຫ້ວຍສູບຂອງໂຄງການທີ່ແຂວງບໍລິຄຳໄຊ.
ເຮືອນຈັກໄຟຟ້າທີ່ເຂື່ອນຫຼັກຈະຜະລິດກະແສໄຟຟ້າ 272 ເມກາວັດ ເພື່ອຂາຍສົ່ງອອກໃຫ້ປະເທດໄທ ແລະ ຈະປ່ອຍນໍ້າລົງສູ່ອ່າງເກັບນ້ຳຂອງເຂື່ອນທີສອງ ເອີ້ນວ່າ ເຂື່ອນດັດສົມນ້ຳ. ເຮືອນຈັກຂອງເຂື່ອນດັດສົມນໍ້າຈະສາມາດຜະລິດກະແສໄຟຟ້າໄດ້ 18 ເມກາວັດ ເພື່ອຊົມໃຊ້ພາຍໃນທ້ອງຖິ່ນ. ເຂື່ອນດັດສົມນ້ຳ ຈະຄວບຄຸມການປ່ອຍນ້ຳໃຫ້ສະໝ່ຳສະເໝີ ເພື່ອຫຼຸດຜ່ອນການເຊາະເຈື່ອນທີ່ສາມາດເກີດຈາກການໄຫຼຂອງນ້ຳໃນເຂດລຸ່ມເຂື່ອນ.
ບໍລິສັດ ໄຟຟ້ານ້ຳງຽບ 1 ຈໍາກັດໄດ້ເຮັດວຽກຮ່ວມກັບປະຊາຊົນ ແລະ ອໍານາດການປົກຄອງທ້ອງຖິ່ນ ເພື່ອສ້າງເຮືອນໃໝ່ທີ່ມີຄຸນນະພາບສູງ, ແລະ ສິ່ງອຳນວຍຄວາມສະດວກ ສໍາຫຼັບປະຊາຊົນທີ່ຈະຖືກຍົກຍ້າຍມາທີ່ບ້ານຈັດສັນຫ້ວຍສູບ ພ້ອມທັງ ສ້າງແຜນງານເພື່ອປັບປຸງຊີວິດການເປັນຢູ່ ສໍາຫຼັບປະຊາຊົນທີ່ຖືກກະທົບໂດຍກົງຈາກໂຄງການ. ກະລຸນາກົດບ່ອນນີ້ ສໍາຫຼັບ ລາຍລະອຽດຕ່າງໆຂອງແຜນງານທາງດ້ານສັງຄົມຂອງໂຄງການ.
ການປົກປັກຮັກສາສິ່ງແວດລ້ອມມີຄວາມສຳຄັນຕໍ່ຜົນສຳເລັດໃນໄລຍະຍາວຂອງໂຄງການ ສະນັ້ນບໍລິສັດໄຟຟ້ານ້ຳງຽບ 1 ຈຳກັດ ຈຶ່ງໄດ້ຕັ້ງຫ້ອງການສະເພາະໃນການບໍລິຫານສິ່ງແວດລ້ອມເພື່ອຮັບປະກັນ ແລະ ເຮັດໃຫ້ຜົນກະທົບຂອງໂຄງການມີໜ້ອຍທີິ່ສຸດ ພ້ອມທັງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ປູກຈິດສໍານຶກດ້ານການອະນຸລັກສິ່ງແວດລ້ອມໃນລະດັບຊາດນຳອີກ. ກະລຸນາກົດກບ່ອນນີ້ສຳຫຼັບແຜນງານທາງດ້ານສິ່ງແວດລ້ອມຂອງໂຄງການ.
ໃນວັນທີ່ 04 ກັນຍາ 2020 ທ່ານ ມານາສິນ ວົງໄຊ, ຜູ້ຈັດການໃຫຍ່ຂອງລັດວິສາຫະກິດຖືຮຸ້ນລາວ
ໃນວັນທີ 07 ມີຖູນາ 2020 ພະນະ ທ່ານ ປ.ອ. ສິນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ…
ໃນວັນທີ 18 ເດືອນກັນຍາ 2019, ວິຊາການຈາກກົມທຸລະກິດພະລັງງານ, ກະຊວງພະລັງງານແລະບໍ່ແຮ່ ໄດ້ລົງຢ້ຽມຢາມໂຄງການເຂື່ອນໄຟຟ້ານໍ້າງຽບ 1. ໃນລະວ່າງການຢ້ຽມຢາມ ທາງຄະນະໄດ້ຮັບຟັງການລາຍງານການປະຕິບັດງານຂອງໂຄງການເຂື່ອນໄຟຟ້ານໍ້າງຽບ…
Bidding Title | Open | Close |
---|---|---|
INVITATION FOR BIDs: “Monitoring Works on Nam Ngiep 1 Hydropower Project 2023” | 8 ມ.ຖ. 2023 | 11 ມ.ສ. 2023 |
INVITATION FOR BIDs: “Maintenance and Repairing Works on Nam Ngiep 1 Hydropower Project 2023” | 8 ມ.ຖ. 2023 | 11 ມ.ສ. 2023 |
REQUEST FOR PROPOSAL: “Independent Audit for No Net Loss in Biodiversity” (Re-advertise) | 7 ມ.ຖ. 2023 | 7 ມ.ສ. 2023 |
Job Title | Open | Close |
---|---|---|
TEAM LEADER – ADMINISTRATION AND HUMAN RESOURCE MANAGEMENT (Re-advertisement) | 13 ມ.ຖ. 2023 | 23 ມ.ຖ. 2023 |
TEAM LEADER – LIVELIHOOD DEVELOPMENT (RE-ADVERTISMENT) | 7 ມ.ຖ. 2023 | 17 ມ.ຖ. 2023 |
TEAM LEADER – SOCIO ECONOMIC MONITORING (Re-advertisement) | 22 ກ.ພ. 2023 | 5 ມ.ຖ. 2023 |