ຜົນປະໂຫຍດ

ໂຄງການນໍ້າງຽບ 1 ໄດ້ຖືກກຳນົດເປັນໜຶ່ງໂຄງການບູລິມະສິດຂອງລັດຖະບານລາວ, ໜຶ່ງໃນໂຄງການ “ໝໍ້ໄຟຂອງອາຊຽນ”,  ທີ່ຈະຊ່ວຍ ໃນການພັດທະນາເສດຖະກິດ ແລະ ບັນລຸເປົ້າໝາຍການພັດທະນາສະຫັດສະຫວັດຂອງອົງການສະຫະປະຊາຊາດ ຂອງ ສ.ປ.ປ. ລາວ.

ໃນໄລຍະເວລາສໍາປະທານ 27 ປີ, ໂຄງການຄາດວ່າຈະປະກອບສ່ວນລາຍຮັບໃຫ້ແກ່ລັດຖະບານລາວຫຼາຍກວ່າ 4.800 ຕື້ (ສີ່ພັນແປດຮ້ອຍຕື້ກີບ) ໂດຍຜ່ານຄ່າພາກຫຼວງ, ອາກອນ ແລະ ເງິນປັນຜົນ ຈ່າຍໃຫ້ຜູ້ຖືຮຸ້ນຂອງລັດຖະບານ: ລັດວິສາຫະກິດຖືຮຸ້ນລາວ. ເມື່ອສິ້ນສຸດສັນຍາສຳປະທານ, ໂຄງການ ພ້ວມດ້ວຍໂຄງສ້າງທັງໝັດຂອງເຂື່ອນຈະຖືກໂອນໃຫ້ແກ່ລັດຖະບານລາວ. ໃນຂະນະດຽວກັນ ກະແສໄຟຟ້າ 18 ເມກາວັດ ທີ່ຜະລິດໃນເຂື່ອນດັດສົມນໍ້າ ເພື່ອຊົມໃຊ້ພາຍໃນປະເທດ ຈະສ້າງແຫຼ່ງພະລັງງານທີ່ໝັ້ນຄົງເພີ່ມຕື່ມໃຫ້ແຂວງບໍລິຄໍາໄຊ, ຊ່ວຍລັດວິສາຫະກິດໄຟຟ້າລາວໃນການບັນລຸເປົ້າໝາຍໃນການສະໜອງໄຟຟ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມໃນຂົງເຂດດັ່ງກ່າວ.

ການກະຕຸ້ນເສດຖະກິດທີ່ສຳຄັນຄາດວ່າຈະມີຂຶ້ນສຳລັບແຂວງ ບໍລິຄຳໄຊ ແລະ ຂົງເຂດອ້ອມຂ້າງຂອງການກໍ່ສ້າງເຂື່ອນ. ການປັບປຸງຖະໜົນຫົນທາງ ແລະ ການສະໜອງໄຟຟ້າກໍຈະເພີ່ມໂອກາດດ້ານການຄ້າ ແລະ ການເຂົ້າເຖິງການບໍລິການສາທາລະນະຕ່າງໆ ເຊັ່ນກັນ ຊຶ່ງໃນຂະນະດຽວກັນ ການສະໜອງນໍ້າປະປາກໍຍັງຈະຊ່ວຍປັບປຸງສຸຂະພາບຂອງປະຊາຊົນໃຫ້ດີຂື້ນຕື່ມອີກ. ໃນໄລຍະສັ້ນ ການຫຼັ່ງໄຫຼເຂົ້າມາຂອງກຳມະກອນການກໍ່ສ້າງ ແລະ ໂອກາດໃນການຈ້າງງານໃຫມ່ໆ ໃຫ້ກັບປະຊາຊົນທ້ອງຖິ່ນ ຈະສີດທຶນເຂົ້າໃນຂົງເຂດດັ່ງກ່າວ. ປະຊາຊົນທີ່ຖືກຍົກຍ້າຍ ຫຼື ຈັດສັນໂດຍໂຄງການ ແລະ ປະຊາຊົນທີ່ດຳລົງຊີວິດຢູ່ ແລະ ໃກ້ບ້ານເຈົ້າພາບ ຈະສາມາດເຂົ້າຮ່ວມໃນແຜນງານຟື້ນຟູ ແລະ ປັບປຸງຊີວິດການເປັນຢູ່ທີ່ຈະຊ່ວຍໃຫ້ເພີ່ມລາຍຮັບໃນໄລຍະຍາວ.

ເອກະສານທາງດ້ານສັງຄົມ ແລະ ສິ່ງແວດລ້ອມຂອງບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດໄດ້ອະທິບາຍຢ່າງລະອຽດເຖິງຜົນກະທົບທີ່ຄາດວ່າຈະເກີດຂຶ້ນຈາກໂຄງການ ແລະ ວິທີການທີ່ບໍລິສັດກຳລັງເຮັດວຽກຮ່ວມກັນກັບປະຊາຊົນທ້ອງຖິ່ນ, ໜ່ວຍງານພາກລັດ ແລະ ຜູ້ມີສ່ວນຮ່ວມໃນໂຄງການເພື່ອໃຫ້ໂຄງການມີຜົນກະທົບດ້ານບວກຕໍ່ປະຊາຊົນທ້ອງຖິ່ນ ແລະ ສິ່ງແວດລ້ອມໂດຍລວມ. ກັບງົບປະມານ ປະມານ 43 ຕື້ກີບທີ່ຕັ້ງໄວ້ເພື່ອວຽກງານສັງຄົມ ແລະ ສິ່ງແວດລ້ອມ, ບໍລິສັດ ໄຟຟ້ານໍ້າງຽບ 1 ຈຳກັດມີແຜນຈະໃຊ້ຈ່າຍຫຼາຍກວ່າ 6 ສ່ວນຮ້ອຍຂອງງົບປະມານໂຄງການທັງໝົດ ເຂົ້າໃນວຽກງານດ້ານສັງຄົມ ແລະ ສິ່ງແວດລ້ອມທີ່ໂຄງການຈະດຳເນີນງານໂດຍກົງ.