ແຜນງານ ຟື້ນຟູ ຊີວິດການເປັນຢູ່ ແລະ ສັງຄົມ

ເຂດຍົກຍ້າຍຈັດສັນ ຫວ້ຍສູບ ເປັນເຂດທີ່ມີຄວາມເໝາະສົມ ແລະ ມີຄຸນນະພາບ ໃນການ ສ້າງເຮືອນ, ສວນ ແລະ ພື້ນທີ່ກະສິກຳ, ແລະ ສິ່ງອໍານວຍຄວາມສະດວກ ສາທາລະນະ ເຊັ່ນ: ໄຟຟ້າ, ນ້້ໍ້າປະປາ, ສຸກສາລາ, ຕະຫລາດ, ປ້າຍລົດເມ, ແລະ ຖະໜົນຫົນທາງ ໃຫ້ ແກ່ ທຸກໆຄອບຄົວທີ່ຍົກຍ້າຍຈັດສັນ.

ວຽກງານປະຈຸບັນ ແມ່ນກຳລັງຢູ່ໃນລະຫວ່າງ ການອອກແບບ ທາງເລືອກ ຂອງແຜນງານ ຟື້ນຟູ ຊີວິດການເປັນຢູ່ ເພື່ອຊ່ວຍ ສ້າງຊີວິດໃຫມ່ຂອງປະຊາຊົນໃນເຂດຫວ້ຍສູບ ໃຫ້ມີຄວາມເປັນຢູ່ທີ່ດີຂື້ນ. ໄດ້ມີການ ຈັດຕັ້ງສວນສາທິດ: ການປູກເຂົ້າ, ປູກພຶດເສດຖະກິດ, ການລ້ຽງສັດ ແລະ ລ້ຽງປາ ໃນຂະນະດຽວກັນ ກໍ່ຈະໄດ້ມີການຈັດຕັ້ງ ແຜນງານ ການຝຶກອົບຮົມ ກ່ຽວກັບການເຮັດ ທຸລະກິດ ແລະ ການພັດທະນາວຽກງານ ຫັດຖະກຳ.

ປະຊາຊົນ ຜູ້ທີ່ຈະຍ້າຍໄປເຂດຫ້ວຍສູບ ສ່ວນຫຼາຍ ແມ່ນມາຈາກເຜົ່າມົ້ງ ສະນັ້ນ, ການອອກແບບ ລັກສະນະເຮືອນ ແມ່ນອີງໃສ່ ແບບວັດທະນະທຳ ຂອງປະຊາຊົນເຜົ່າມົ້ງ. ອົງປະກອບທາງດ້ານວັດທະນະທຳ ໃນແຜນງານ ຍົກຍ້າຍຈັດສັນ ໄດ້ກວມເອົາດັ່ງຕໍ່ໄປນີ້:

  • ທາງເລືອກໃນ ການອອກແບບ ເຮືອນຊານ
  • ແຜນງານ ການປູກພຶດ ແລະ ການ ລ້ຽງສັດ ເສດຖະກິດ
  • ການຄຸ້ມຄອງ ຊັບພະຍາກອນ ທາງດ້ານ ວັດທະນາທຳ
  • ການຝຶກ ອົບຮົມທຸລະກິດ ຂະໜາດນ້ອຍ
  • ສິ່ງອຳນວຍຄວາມສະດວກ ສາທາລະນະ
  • ສຸຂະພາບ ແລະ ການສຶກສາ
  • ແຜນງານ ບົດບາດຍິງ-ຊາຍ