ການອອກແບບຂອງໂຄງການ

ໂຄງການໄຟຟ້ານໍ້າງຽບ 1 ໄດ້ຖືກອອກແບບມາເພື່ອເກັບກ່ຽວເປັນທ່າແຮງບົ້ມຊ້ອນຂອງພະລັງງານໄຟຟ້າໃນເຂດພື້ນທີ່ລຸ່ມຂອງແມ່ນໍ້າງຽບໂດຍການສ້າງອ່າງເກັບນໍ້າທີ່ຈະສະໜອງນ້ຳໃຫ້ແກ່ເຮືອນຈັກໄຟຟ້າທີ່ຕັ້ງຢູ່ລຸ່ມເຂື່ອນທີ່ມີຄວາມສູງ 167 ແມັດ. ກະແສໄຟຟ້າທີ່ຖືກຜະລິດຈາກເຂື່ອນນີ້ຈະສົ່ງຂາຍໄປໃຫ້ປະເທດໄທ.

ເຂື່ອນໄຟຟ້າທີສອງ ແລະ ອ່າງເກັບນໍ້າຂະໜາດນ້ອຍ ຖືກສ້າງຂຶ້ນທີ່ເຂດລຸ່ມເຂື່ອນຫຼັກເພື່ອຄວບຄຸມການໄຫຼຂອງນ້ຳໃຫ້ສະໝ່ຳສະເໝີ ແລະ ເພື່ອຫຼຸດຜ່ອນຜົນກະທົບໃຫ້ມີໜ້ອຍທີ່ສຸດຕໍ່ແມ່ນໍ້າສາຍດັ່ງກ່າວ ແລະ ປະຊາຊົນທີ່ອາໄສຢູ່ລຽບຕາມລຳແມ່ນ້ຳງຽບ. ເຮືອນຈັກໄຟຟ້າຂະໜາດນ້ອຍທີ່ຕັ້ງຢູ່ເຂື່ອນດັດສົມນໍ້າຈະຜະລິດກະແສໄຟຟ້າເພື່ອຊົມໃຊ້ພາຍໃນປະເທດ.

ເຂື່ອນໄຟຟ້ານ້ຳງຽບ 1

ເຂື່ອນຫລັກທີ່ມີຄວາມສູງປະມານ 167 ແມັດ ຈະສ້າງອ່່າງເກັບນ້ຳທີ່ມີເນື້ອທີ່ 70 ກິໂລຕາແມັດ ເມື່ອລະດັບນໍ້າເຕັມອ່າງ ໂດຍໄດ້ມີການກຳນົດຄວາມສູງ ແລະ ປະລິມານການກັກເກັບນ້ຳເພື່ອຫຼຸດຜ່ອນຈໍານວນປະຊາຊົນຄົນທີ່ຖືກຜົນກະທົບຈາກລະດັບນ້ຳ. ແຕ່ອ່າງເກັບນໍ້າສາມາດກັກເກັບນໍ້າໄດ້ 1.192 ລ້ານແມັດກ້ອນ. ຄວາມເລິກສະເລ່ຍຂອງອ່າງ ແມ່ນ 74 ແມັດ ຊຶ່ງຈຸດເລິກສຸດແມ່ນ 150 ແມັດ ແລະ ຈຸດຕື້ນສຸດແມ່ນມີພຽງແຕ່ບໍ່ເທົ່າໃດແມັດເທົ່ານັ້ນຈາກຈຸດໄກສຸດຂອງເຂື່ອນ ໂດຍ ສະເລ່ຍແລ້ວແມ່ນ 70 ກມ ຈາກໜ້າເຂື່ອນ.

 

ເຂື່ອນຫຼັກມີຄວາມຍາວປະມານ 530 ແມັດ ແລະ ນ້ຳຈາກອ່າງເກັບນ້ຳທີ່ເຂື່ອນຫຼັກ ຈະຕົກລົງຈາກຄວາມສູງປະມານ 132 ແມັດ ໄປຫາເຮືອນຈັກໄຟຟ້າຫຼັກທີ່ຕັ້ງຢູ່ທາງເບື້ອງຊ້າຍຂອງແມ່ນ້ຳ ເມື່ອເບິ່ງໄປຫາເຂດລຸ່ມເຂື່ອນ. ເຂື່ອນຫຼັກມີ 4 ປະຕູນ້ຳ ແລະ ຈະນໍາໃຊ້ເຂົ້າໃນການລະບາຍນ້ຳໃຫ້ໄວຂຶ້ນຖ້າຫາກອ່າງເກັບນ້ຳໃກ້ຈະເຕັມອ່າງເພື່ອຫຼຸດຜ່ອນການໄຫຼກະທັນຫັນຂອງນໍ້າໄປຫາເຂດລຸ່ມເຂື່ອນ ແລະ ຍັງສາມາດປ່ອຍນ້ຳ 5.200 ແມັດກ້ອນຕໍ່ນາທີ ເຊິ່ງພຽງພໍກັບການຮັບມືກັບເຫດການໄພນ້ຳຖ້ວມ ໃນອີກ 1.000 ປີຂ້າງໜ້າ.

ເຮືອນຈັກໄຟຟ້າຫຼັກມີຈັກປັ່ນໄຟຟ້າຟຣານຊິດ ສອງເຄື່ອງ ທີ່ສາມາດຜະລິດກະແສໄຟຟ້າໄດ້ 272 ເມກາວັດ ແລະ ໃນປີໜຶ່ງຈະສະ
ໜອງກະແສໄຟໄດ້ 1.546 ກິໂລວັດໂມງ ໃຫ້ແກ່ສະຖານີແຈກສົ່ງໄຟຟ້າທີ່ຕັ້ງຢູ່ໃກ້ເຂດໂຄງການ.

 

ເຂື່ອນດັດສົມນໍ້າ

 

ນ້ຳທີ່ປ່ອຍຈາກ ເຮືອນຈັກ ໄຟຟ້າຫຼັກ ຈະໄຫຼສູ່ ອ່າງເກັບນ້ຳຂອງເຂື່ອນດັດສົມນ້ຳ ເພື່ອຮັກສາການໄຫຼຂອງນໍ້າສູ່ເຂດລຸ່ມເຂື່ອນໃຫ້ມີຄວາມສະໝ່ຳສະເໝີ ແລະ ເປັນປົກກະຕິ. ເຂື່ອນດັດສົມນ້ຳ ຈະຮັບເອົານໍ້າທີ່ປ່ອຍມາຈາກ ເຂື່ອນຫຼັກ ເພື່ອຜະລິດກະແສໄຟຟ້າສໍາຫລັບຊົມໃຊ້ພາຍໃນປະເທດ ແລະ ປ່ອຍນ້ຳທີ່ຜະລິດ ໄຟຟ້າດັ່ງກ່າວ ລົງສູ່ເຂດລຸ່ມເຂື່ອນ 24 ຊົ່ວໂມງ ຕໍ່ມື້ ໃນມື້ເຮັດວຽກລັດຖະການ. ລະບົບດັດສົມ ຂອງເຂື່ອນດັດສົມນ້ຳ ຈະຊ່ວຍຫຼຸດຜ່ອນ ຜົນກະທົບທາງດ້ານສິ່ງແວດລ້ອມ ທີ່ອາຈະເກີດຈາກ ລະດັບການຂື້ນລົງຂອງນໍ້າກະທັນຫັນ.

ເຂື່ອນດັດສົມນ້ຳແມ່ນຕັ້ງຫ່າງຈາກເຂື່ອນຫລັກ 6.2 ກມ, ເຂື່ອນດັດສົມນ້ຳຮັບເອົານ້ຳທີ່ປ່ອຍມາຈາກເຂື່ອນຫຼັກ ໄຫລຜ່ານ ເຮືອນຈັກໄຟຟ້າ ຂອງເຂື່ອນດັດສົມນ້ຳ ແລະ ຈະໄຫຼສູ່ເຂດລຸ່ມເຂື່ອນ. ເຂື່ອນດັດສົມນ້ຳ, ແມ່ນລະບົບ ການໄຫຼ ອິດສະຫຼະ, ສ້າງຂື້ນດ້ວຍ ເບຕົງອັດແໜ້ນ ທີ່ມີຄວາມຍາວ 90 ແມັດ ແລະ ສູງ 20 ແມັດ.

ເຮືອນຈັກໄຟຟ້າຂອງເຂື່ອນດັດສົມນ້ຳຈະມີກຳລັງການຜະລິດ 18 ເມກາວັດ, ແລະ ຈັກປັ່ນຊະນິດ ຫົວກຽວດ່ຽວ ຂອງ ເຂື່ອນດັ່ງກ່າວ ແມ່ນ ສາມາດຜະລິດກະແສໄຟຟ້າໄດ້ 105 ກິກາວັດໂມງຕໍ່ປີ ເພື່ອຂາຍໃຫ້ ລັດວິສະຫະກິດໄຟຟ້າລາວ.