ການຕິດຕາມກວດກາ

ເພື່ອຮັບປະກັນວ່າ ຄຳໝັ້ນສັນຍາ ແລະ ມາດຕະຖານຕ່າງໆ ໃຫ້ບັນລຸຕາມເປົ້າໝາຍ ໂຄງການໄຟຟ້ານ້ຳງຽບ 1 ໄດ້ສ້າງການຕິດຕາມການກວດກາການປະຕິບັດງານຢ່າງເຂັ້ມງວດ ທັງພາຍໃນ ແລະ ພາຍນອກ ເຂົ້າໃນແຜນປະຕິບັດງານຂອງໂຄງການ.

  • ຄະນະທີ່ປຶກສາເອກະລາດ (IAP) ໄດ້ເລີ່ມຕິດຕາມກວດກາກິດຈະກຳຂອງໂຄງການ ໃນປີ 2013 ຊຶ່ງຂອບເຂດການຕິດຕາມ ໄດ້ລວມເອົາການທົບທວນການປະເມີນຜົນ ທາງດ້ານສິິ່ງແວດລ້ອມທັງໝົດ, ແຜນການດຳເນີນງານ ແລະ ການກໍ່ສ້າງ, ການຈັດການສິ່ງແວດລ້ອມ ແລະ ແຜນການຕິດຕາມກວດກາ, ແຜນປະຕິບັດການຍົກຍ້າຍຈັດສັນ, ແຜນງານສຳຫຼັບປະຊາຊົນບັນດາເຜົ່າ ແລະ ບົດລາຍງານທີ່ກ່ຽວຂ້ອງຕໍ່ຄວາມຄືບໜ້າຂອງໂຄງການ ແລະ ການປະຕິບັດການແກ້ໄຂ.
  • ໜ່ວຍງານຕິດຕາມກວດກາເອກະລາດ (IMA) ແຕ່ງຕັ້ງໂດຍລັດຖະບານ ແລະ ໄດ້ຮັບທຶນຈາກ ບໍລິສັດ ໄຟຟ້ານ້ຳງຽບ 1 ຈຳກັດຈະຕິດຕາມ ແລະ ປະເມີນການປະຕິບັດຕາມມາດຕະການປ້ອງກັນດ້ານສັງຄົມ ແລະ ສິ່ງແວດລ້ອມ ລວມທັງສິດ ແລະ ພັນທະ ທາງສັງຄົມ.
  • ທີ່ປຶກສາດ້ານວິຊາການຂອງຜູ້ໃຫ້ເງິນກູ້ໄດ້ຈັດຕັ້ງພາລະກິດເພື່ອປະເມີນຜົນການເຮັດວຽກຂອງບໍລິສັດ ໄຟຟ້ານ້ຳງຽບ 1 ຈໍາກັດ ແລະ ຜູ້ຮັບເໝົາທາງດ້ານການກໍ່ສ້າງ ແລະ ຄວາມປອດໄພ ລວມທັງວຽກງານດ້ານສັງຄົມ ແລະ ສິ່ງແວດລ້ອມ ຂອງໂຄງການ.
  • ຜູ້ຕາງໜ້າຂອງທະນາຄານ ພັດທະນາອາຊີ ຍັງມີສ່ວນຮ່ວມໃນການລົງຢ້ຽມຢາມພາກສະໜາມ ຢ່າງສະໝ່ຳສະເໝີເພື່ອຕິດຕາມກວດກາຄວາມຄືບໜ້າໃນການດຳເນີນງານ ດ້ານສິ່ງແວດລ້ອມ ແລະ ສັງຄົມ.

ສ່ວນພາຍໃນ ບໍລິສັດ ໄຟຟ້ານ້ຳງຽບ 1 ຈຳກັດ ກໍໄດ້ຈັດຕັ້ງຫ້ອງການຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມຂຶ້ນມາເພື່ອດໍາເນີນການຕິດຕາມກວດກາວຽກງານ ແລະ ຜົນໄດ້ຮັບຂອງເຂົາເຈົ້າຢ່າງຕໍ່ເນື່ອງ ແລະ ນໍາໃຊ້ຜົນໄດ້ຮັບດັ່ງກ່າວເຂົ້າມາປັບປຸງແຜນງານ ແລະ ນະໂຍບາຍຂອງໂຄງການ. ການຕິດຕາມກວດກາຄວາມຄືບໜ້າຂອງໂຄງການຍັງໄດ້ຖືກຈັດຕັ້ງຂຶ້ນ ໂດຍທີມງານຈາກກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ອມ, ລວມທັງ ການຈັດຕັ້ງ ໜ່ວຍງານ ຄຸ້ມຄອງສິ່ງແວດລ້ອມ ທັງຂັ້ນເມືອງ ແລະ ແຂວງ.

ແຜນງານຕິດຕາມກວດກາ ແລະ ຄຸ້ມຄອງສິ່ງແວດລ້ອມ ໄດ້ຖືກນຳໃຊ້ໃນທຸກການກໍ່ສ້າງຢູ່ພາກສະໜາມ. ບັນດາແຜນງານຕ່າງໆ ໄດ້ຖືກ ເກັບໄວ້ໃນ ເວັບໄຊ ຂອງບໍລິສັດ ທີ່ https://www.namngiep1.com

ແຜນງານການຕິດຕາມຄຸນນະພາບນ້ຳໄດ້ຖືກສ້າງຂຶ້ນເພື່ອຮັບປະກັນວ່າການວິເຄາະແຫຼ່ງນ້ຳ ແລະ ສາຍນໍ່ສທີ່ໄຫຼຜ່ານໂຄງການໄດ້ດໍາເນີນຂຶ້ນຢ່າງຄົບຖ້ວນໃນໄລຍະການກໍ່ສ້າງ ແລະ ໄລຍະສອງສາມປີທຳອິດຂອງການປະຕິບັດງານ.