ເຂດປົກປັກຮັກສາ

ເພື່ອຊົດເຊີຍຜົນກະທົບທີ່ ຫຼີກລ່ຽງບໍ່ໄດ້ ຂອງພື້ນທີື 4,000 ເຮັກຕາ ທີ່ຢູ່ອາໃສ ທຳມະຊາດ ຂອງສັດປ່າ ແລະ 3,500 ເຮັກຕາ ຂອງທີ່ຢູ່ອາໃສຂອງສັດປ່າທີ່ຖືກປັບປຸງປ່ຽນແປງ, NNP1 ໄດ້ເຮັດວຽກຮ່ວມກັບ ລັດຖະບານ ແລະ ອົງການ ອານຸລັກ ຕ່າງໆ ໃນລາວ ເພື່ອຊຸກຍູ້ສົ່ງເສີມ ແລະ ຊົດເຊີຍ ຄວາມຫລາກຫລາຍຂອງຊີວະນາໆພັນ.

ໝາຍວ່າ ການປົກປັກຮັກສາ ແລະ ຄວາມພະຍາຍາມ ໃນການ ອານຸລັກ ຈະຖືກປະຕິບັດຂຶ້ນ ໃນເຂດພື້ນທີ່ ທີ່ພວກເຮົາຮູ້ຈັກກັນດີວ່າ ມີມູນຄ່າສູງ ດ້ານ ຄວາມຫຼາກຫຼາຍ ທາງຊີວະນາໆພັນ, ຊ່ວຍໃນການອານຸລັກ ສາຍພັນສັດປ່າ ແລະ ທີ່ຢູ່ອາໃສ ໃນເຂດພື້ນທີ່ທີ່ບໍ່ໄດ້ຈັດສັນເປັນເຂດພັດທະນາ ດ້ານເສດຖະກິດ ແຕ່ຢ່າງໃດກໍ່ຕາມ ເຂດດັ່ງກ່າວ ມັນຍັງຖືກ ໄພຂົ່ມຂູ່ຈາກ ປະຊາກອນທ້ອງຖິ່ນ ແລະ ຜູ້ຄ້າເຄື່ອງປ່າຂອງດົງ.

ຄວາມມຸ່ງຫວັງຂອງ NNP1 ໃນນະໂຍບາຍນີ້ ແມ່ນເພື່ອ ຮັບປະກັນວ່າ ຜົນໄດ້ຮັບຂອງໂຄງການ ໃນການຈັດການ ມູນຄ່າຂອງ ຊີວະນາໆພັນຈະບໍ່ເສຍສົມດຸນ. ບັນດາພະນັກງານ ທີ່ ປະຕິບັດວຽກງານ ພາກສະໜາມ ໄດ້ເຮັດ ການສຳຫຼວດ ຮ່ວມກັບ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ໃນລະດັບເມືອງ ແລະ ແຂວງ. ເຂດແດນຕ່າງໆໄດ້ຖືກນຳມາລວມເຂົ້າໃນ ເຂດອານຸລັກ ປ່າສະຫງວນ ພູເຂົາຄວາຍ ແຫ່ງຊາດ ແລະ ເຂດຄຸ້ມຄອງອ່າງໂຕ່ງ.

ນອກຈາກນີ້, ບໍລິສັດ ຍັງໄດ້ສະໜັບສະໜຸນ ເງິນທຶນ ເປັນເວລາຫຼາຍປີ ເຂົ້າໃນການລາດຕະເວດ ໃນເຂດ ປ່າສະຫງວນ ຫ້ວຍງົວ, ແຂວງ ບໍລິຄຳໄຊ ເພື່ອຄວດຄຸມ ການຕັດໄມ້ທຳລາຍປ່າ ແລະ ຍັງໄດ້ ສະໜັບສະໜຸນທຶນຮອນໃນ ແຜນ ພັດທະນາ 5 ປີ ທີ່ຮັບຮອງໂດຍ ອົງການຈັດຕັ້ງ ຂັ້ນແຂວງ.