ນະໂຍບາຍສິງແວດລ້ອມ

ໂຄງການ ນ້ຳງຽບ 1 ຮັບຮູ້ເຖິງຜົນກະທົບ ທາງດ້ານ ສິ່ງແວດລ້ອມ ຂອງໂຄງການ ໄຟຟ້າ ພະລັງນ້ຳ. ທາງໂຄງການມີຄວາມມຸ່ງໝັ້ນ ເພື່ອຈະຫຼຸດຜ່ອນຜົນກະທົບດັ່ງກ່າວ. ບໍລິສັດ ໄດ້ຈັດຕັ້ງ ຫ້ອງການ ບໍລິຫານ ສິ່ງແວດລ້ອມ ເພື່ອໃຫ້ໝັ້ນໃຈວ່າ ກິດຈະກຳຕ່າງໆ ຂອງໂຄງການແມ່ນ ໄດ້ປະຕິບັດຕາມ ກົດໝາຍ ວ່າດ້ວຍ ສິ່ງແວດລ້ອມຂອງລາວ ແລະ ຄວາມສ່ຽງຕ່າງໆ ທາງດ້ານ ສິ່ງແວດລ້ອມ ແມ່ນ ຕ້ອງໄດ້ມີການລະບຸ, ປະເມີນ, ຈັດການ ແລະ ຫຼຸດຜ່ອນຜົນກະທົບ ຢ່າງຖືກຕ້ອງ. ບໍລິສັດ ໄຟຟ້ານ້ຳງຽບ 1 ມີຄວາມມຸ່ງໝັ້ນທີ່ຈະ ບັນລຸມາດຕະຖານ ການຈັດການ ດ້ານສິ່ງແວດລ້ອມ ISO 14001 (http://www.iso.org/iso/iso14000) ແລະ ຍັງຖືກຄຸ້ມຄອງ ໂດຍ ມາດຕະການ ຄຸ້ມຄອງທາງດ້ານ ສິ່ງແວດລ້ອມ ຂອງທະນາຄານ ພັດທະນາອາຊີ (http://www.adb.org/documents/safeguard-policy-statement).

ຍຸດທະສາດ ຂອງບໍລິສັດ ເພື່ອຮັບມືກັບຄວາມສ່ຽງ ທາງດ້ານ ສິ່ງແວດລ້ອມ ມີດັ່ງຕໍ່ໄປນີ້:

  • ການຫຼີກລ່ຽງຄວາມສ່ຽງ ຂອງແຫຼ່ງກຳເນີດ
  • ການຫຼຸດຜ່ອນຄວາມສ່ຽງທາງພາກສະໜາມ
  • ການຫຼຸດຜ່ອນຄວາມສ່ຽງທີ່ມັນເປັນທີ່ບ່ອນທີ່ສະແດງໃຫ້ເຫັນຢ່າງຈະແຈ້ງ
  • ບຳລຸງຮັກສາ ປົວແປງ ຄວາມເສຍຫາຍໃດໆທີເກີດຂື້ນ
  • ການຊົດເຊີຍ ຜົນກະທົບທີ່ບໍ່ສາມາດຫລີລ່ຽງ ແລະ ຫລຸດຜ່ອນໄດ້

ດັ່ງນັ້ນ ຫາກວ່າເກີດມີຕົວຢ່າງເຊັ່ນ: ການລົບກວນ ຄວາມຫຼາກຫຼາຍ ທາງດ້ານ ຊີວະນາໆພັນ ທີ່ເກີດຂ້ືນ ເຖິງແມ່ນວ່າ ຈະມີຄວາມພະຍາຍາມທັງໝົດ ເພື່ອຫຼີກລ່ຽງຜົນກະທົບຕ່າງໆ, ທາງບໍລິສັດ ໄດ້ລົງທືນເພື່ອດຳເນີນ ການ ເຮັດແນວໄດ້ໃຫ້ເພີ່ມຄວາມຫຼາກຫຼາຍທາງດ້ານ ຊີວະນາໆພັນ ແລະ ເຮັດການປ້ອງກັນຢູ່ເຂດອື່ນດ້ວຍ ຮູບການຊົດເຊີຍ.

ຂະບວນການ ການບຳລຸງຮັກສາທາງດ້ານສິ່ງແວດລ້ອມ ຂອງບໍລິສັດ ໄຟຟ້ານ້ຳງຽບ 1 ໄດ້ຖືກຈັດຕັ້ງປະຕິບັດ ຢ່າງໂປ່ງໃສ ເປີດເຜີຍ ທຸກຂໍ້ມູນຂ່າວສານ ການປຶກສາຫາລືກ່ຽວກັບເລື່ອງສິ່ງແວດລ້ອມ ພ້ອມຍັງ ຈະສືບຕໍ່ ປັບປຸງ ປະສິດທິພາບໃນການເຮັດວຽກຢ່າງຕໍ່ເນື່ອງ ເພື່ອພັດທະນາໂຄງການ ໃຫ້ດີຂື້ນ.

ຫ້ອງດານຄຸ້ມຄອງ ສິ່ງແວດລ້ອມ ປະຈຸບັນໄດ້ປະຕິບັດ ສາມໜ້າວຽກຫຼັກຄື:

  • ການສຳຫຼວດພື້ນທີ່ຂອງໂຄງການ
  • ການຊົດເຊີຍ ຄວາມຫຼາກຫຼາຍຂອງຊີວະນາໆພັນ
  • ການຕິດຕາມກວດກາ ການກໍ່ສ້າງ

ນະໂຍບາຍ ແລະ ແຜນການ ເພື່ອຄຸ້ມຄອງສິ່ງແວດລ້ອມ ໃນ ບໍລິສັດ ໄດ້ບັນຈຸເອົາ ການປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ ຂອງໂຄງການເຂົ້ານຳ ເຊິ່ງຈະໃຫ້ຄຳອະທິບາຍຢ່າງລະອຽດ ວ່າດ້ວຍພື້ນທີ່ຂອງໂຄງການ.

 

ພະນັກງານ ແລະ ຄະນະຜູ້ບໍລິຫານງານລະດັບສູງຂອງບໍລິສັດທຸກຄົນຈະປະຕິບັດຕາມນະໂຍບາຍດ້ານສິ່ງແວດລ້ອມລຸ່ມນີ້:

  • ກຳ​ນົດ​​ຄວາມ​ສ່ຽງ ແລະ ໂອ​ກາດທີ່ຈະສາມາດແກ້ໄຂບັນຫາສິ່ງແວດລ້ອມ, ມີການ​ອອກ​ແບບ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ທີ່ມີປະສິດຕິພາບຢ່າງຕໍ່ໍ່ເນື່ອງ​ເພື່ອ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໂດຍ​ການ​ນຳ​ໃຊ້​ມາດ​ຕະ​ການຫຼຸດ​ຜ່ອນ​ຄວາມ​ສ່ຽງທີ່ເໝາະສົມ ແລະ ຊອ​ກ​ຫາ​ໂອ​ກາດ​ໃນ​ການ​ປັບ​ປຸງ​​ສິ່ງ​ແວດ​ລ້ອມ;
  • ຮັບ​ປະ​ກັນ​ຄວາມ​ສອດ​ຄ່ອງກັບ​ບັນ​ດາ​ຂໍ້​ກຳ​ນົດ, ກົດ​ລະ​ບຽບ ແລະ ກົດ​ໝາຍ​ສິ່ງແວດລ້ອມຂອງ​ລັດ​ຖະ​ບານ​ລາວ, ມາດ​ຕະ​ຖານ​ສິ່ງ​ແວດ​ລ້ອມ ​ແຫ່ງ​ຊາດ ແລະ ຂອງ​ສາ​ກົນ ດັ່ງ​ທີ່​ໄດ້​ລະ​ບຸ​ໄວ້​ໃນ​ເອ​ກະ​ສານ​ຊ້ອນ​ທ້າຍ C ຂອງ​ສັນ​ຍາ​ສຳ​ປະ​ທານ;
  • ອອກ​ແບບ, ກະ​ກຽມ ແລະ ຈັດ​ຕັ້​ງ​ປະຕິບັດທຸກ​ມາດ​ຕະ​ການ​ແກ້​ໄຂ ແລະ ​​ຄຸ້ມ​ຄອງ​ດ້ານ​ສິ່ງ​ແວດ​ລ້ອມ​ຕາມ​ລໍາດັບຂັ້ນ​ຂອງ​ມາດ​ຕະ​ການ​ແກ້​ໄຂ, ໂດຍ​ທີ່​ການຫຼີກ​ລ້ຽງ​ຢູ່​ຈຸດ​ກຳ​ເນີດ​ແມ່ນ​ບຸ​ລິມະ​ສິດ​ສູງ​ສຸດ, ຕິດ​ຕາມ​ດ້ວຍ​ການຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຢູ່​ພາກ​ສະ​ໜາມ, ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຢູ່​ຈຸດ​ຮອງ​ຮັບ, ການ​ສ້ອມ​ແປງ​/ແກ້​ໄຂ ແລະ​ໃນ​ທີ່​ສຸດ​ຖ້າ​ເຮັດ​ທັງ​ໝົດ​ນັ້ນ​ແລ້ວ​ຍັງ​ມີ​ຜົນ​ກະ​ທົບ​ຄົງ​ຄ້າງ ຫຼື ຫຼົງ​ເຫຼືອ​ຢູ່​ແມ່ນ​ຕ້ອງ​ໄດ້​ມີ​ການ​ຊົດ​ເຊີຍ​ຜົນ​ກະ​ທົບ​ດ້ານ​ສິ່ງ​ແວດ​ລ້ອມ​ທີ່​ເກີດ​ຈາກ​ໂຄງ​ການ;
  • ສືບ​ຕໍ່​ຕິດ​ຕາມກວດ​ກາ​ຜົນ​ງານ ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທຸກໆ​ມາດ​ຕະ​ການ​ຄຸ້ມ​ຄອງ ແລະ ຫຼຸດຜ່ອນ​ຜົນ​ກະ​ທົບ​ດ້ານ​ສິ່ງ​ແວ​ດ​ລ້ອມ ແລະ ສັງ​ຄົມ ແລະ ຄຸນນະ​ພາບ​ດ້ານ​ສິ່ງ​ແວດ​ລ້ອມ​ອື່ນໆ​ທີ່​ກ່ຽວ​ຂ້ອງ;
  • ຮັກ​ສາ​ຂະ​ບວນ​ການ​ທີ່​ມີຄວາມ​ໂປ່ງ​ໃສ ໂດຍ​ສະ​ເພາະ​ແມ່ນ​ການ​ເຜີຍ​ແຜ່​ຂໍ້​ມູນ ແລະ ການ​ປຶກ​ສາ​ຫາ​ລື​ກັບ​ພາກ​ສ່ວນ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຄຸ້ມ​ຄອງ ແລະ ຕິດ​ຕາມກວດ​ກາ​ສິ່ງ​ແວດ​ລ້ອມ;
  • ຮັບ​ປະ​ກັນ​ການ​ຈັດ​ສັນ ແລະ ເບີກ​ຈ່າຍ​ງົບ​ປະ​ມານ​ໃຫ້​ພຽງ​ພໍ​ ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ຕິດ​ຕາມກວດ​ກາ​ທຸກໆ​ມາ​ດ​ຕະ​ການ​ຄຸ້ມ​ຄອງ ແລະ ແກ້​ໄຂ​ຜົນ​ກະ​ທົບ​ດ້ານ​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ;
  • ສົ່ງ​ເສີມ​ໃຫ້​ມີ​ການ​ປັບ​ປຸງ​ຜົນ​ງານ​ດ້ານ​ສິ່ງ​ແວດ​ລ້ອມ ຢ່າງ​ຕໍ່​ເນື່ອງ; ແລະ
  • ສື່​ສານ​ຢ່າງ​ຈະ​ແຈ້ງ ແລະ ຝຶກ​ອົບ​ຮົມ​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​​ຂອງໂຄງ​ການ​ຢ່າງ​ເປັນ​ປົກ​ກະ​ຕິ ເພື່ອ​ຍົກ​ລະ​ດັບ​ຄວາມ​ເຂົ້າ​ໃຈ​ຂອງ​ພວ​ກ​ເຂົາ​ກ່ຽວ​ກັບ​ວິ​ທີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ດ້ານ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ທີ່​ສົມ​ເຫດ​ສົມ​ຜົນ.