ຜົນກະທົບຂອງໂຄງການ

ຄືຶກັນກັບໂຄງການຂະໜາດໃຫຍ່ທັງຫຼາຍ, ໂຄງການ ໄຟຟ້ານຳ້ງຽບ 1 ຈະມີຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນທີ່ອາໃສ ຢູ່ໃກ້ເຂດກໍ່ສ້າງ. ໂຄງການ ໄດ້ຖືກອອກແບບ ເພື່ອຫຼີກລ່ຽງ ແລະ ຫຼຸດຜ່ອນ ຜົນກະທົບດ້ານລົບ, ຜົນກະທົບທີ່ ເປັນໄປໄດ້ ຄາດວ່າ ອາດຈະເກີດຂຶ້ນ ແລະ ແຜນງານຊົດເຊີຍຂອງໂຄງການຈະຖືກ ສ້າງຕັ້ງເພື່ອຮັບມືກັບຕໍ່ບັນຫາດັ່ງກ່າວ. ລາຍລະອຽດຕ່າງໆຂອງ ແຜນງານດ້ານສັງຄົມ ແລະ ສິ່ງແວດລ້ອມ ທາງເວັບໄຊຂອງພວກເຮົາ

ຜົນກະທົບຕົ້ນຕໍທີ່ຄາດວ່າຈະເກີດຂື້ນ ມີດັ່ງຕໍ່ໄປນີ້

  • ປະຊາຊົນປະມານ 3000 ຄົນຈະຖືກຍົກຍ້າຍຈັດສັນ, ມີສີ່ບ້ານຢູ່ໃນເຂດພື້ນທີ່ ອ່າງເກັບນ້ຳ ດ້ານລຸ່ມ ຈະຖືກນຳ້ຖ້ວມ, ປະຊາຊົນ ທີ່ອາໃສໃນເຂດດັ່ງກ່າວ ຈະສູນເສຍທີ່ຢູ່ອາໃສ ລວມທັງ ພື້ນຖານ ໂຄງລ່າງ ແລະ ພື້ນທີ່ທຳການ ກະສິກຳທັງໝົດ
  • ມີສາມບ້ານ ທີ່ຕັ້ງ ຢູ່ເຂດເທີງຂອງອ່າງເກັບນຳ້ ຈະສູນເສຍ ພື້ນທີ່ປູກຝັງ ໃນບາງລະດູ.
  • ບ້ານ ຫາດສາຍຄຳ ຕັ້ງຢູ່ໃນເຂດກໍ່ສ້າງຂອງໂຄງການ ບ້ານດັ່ງກ່າວ ແມ່ນຈະຖືກ ຍົກຍ້າຍຈັດສັນ ເພື່ອອໍານວຍຄວາມສະດວກໃນການ ກໍ່ສ້າງ ຂອງໂຄງການ ແລະ ອີກສອງບ້ານ ເຈົ້າພາບ ແມ່ນຖືກກະທົບຈາກເຂດກໍ່ສ້າງ ແລະ ການກໍ່ສ້າງ ໃນເຂດຍົກຍ້າຍຈັດສັນ.
  • ຜົນກະທົບຢ່າງອື່ນ ທີ່ຄາດວ່າຈະເກີດຂື້ນທີ່ເຂດລຸ່ມເຂື່ອນ ແມ່ນ ຜົນກະທົບ ຂອງຄຸນະພາບນ້ຳ ແລະ ການໄຫຼຂອງນຳ້.
  • ປະຊາຊົນ ທີ່ ທີ່ອາໃສລຽບຕາມ ສາຍສົ່ງໄຟຟ້າ ແລະ ລຽບຕາມຖະໜົນຫົນທາງ ທີ່ທາງໂຄງການ ໄດ້ກໍ່ສ້າງ ກໍ່ຈະສຸນເສຍ ທີ່ດິນ ແລະ ຊັບສິນອື່ນໆ ໃຫ້ແກ່ໂຄງການ.

ຜົນກະທົບຕໍ່ສິ່ງແວດລ້ອມທີ່ຄາດວ່າຈະເກີດຂື້ນ ມີດັ່ງຕໍ່ໄປນີ້:

ໄລຍະເວລາ ການກໍ່ສ້າງ (6 ປີ)

  • ການໄຫຼຂອງແມ່ນຳ້ງຽບ ຈະບໍ່ເປັນປົກກະຕິ
  • ການເພິ່ມຂື້ນຂອງ ການຈໍລະຈອນ, ສຽງດັງແຊ່ວ, ຂີ່ຝຸ່ນ, ແລະ ການສັ່ນສະເທື່ອນ
  • ການເພິ່ມຂຶ້ນຂອງດິນເຊາະເຈື່ອນ ແລະ ນຳ້ຂຸ່ນຍ້ອນຕະກອນ
  • ການບຸກລຸກ ພື້ນທີ່ ສັດປ່າ

ໄລຍະເວລາຕັນນ້ຳເຂົ້າອ່າງ (3 ປິ )

  • ການຕົກຕະກອນເພິ່ມຂຶ້ນ
  • ການປ່ຽນແປງ ຂອງທາດອາຫານ ໃນນ້ຳ ແລະ ການຈະເລີນເຕີບໂຕ ຂອງ ວັດສະພືດແປກໃຫມ່
  • ການປ່ຽນແປງຄຸນະພາບນຳ້ໃນເຂດລຸ່ມເຂື່ອນ ແລະ ການປ່ຽນແປງດ້ານ ອຸທົກຂະສາດ

ໄລຍະເວລາດຳເນີນການຜະລິດ (27 ປິ )

  • ການສູນເສຍ ທີ່ຢູ່ອາໃສ ຂອງສັດປ່າ ແລະ ສັດນຳ້ ຈຳເພາະ
  • ການປ່ຽນແປງຂອງ ແມ່ນຳ້ ລະຫວ່າງລະດູແລ້ງ ແລະ ລະດູຝົນ
  • ການປ່ຽນແປງຮູບຮ່າງຂອງລຳແມ່ນຳ້ ເທິ່ງເຂື່ອນ ແລະ ລຸ່ມເຂື່ອນ ແລະ ບັນດາສາຂາຂອງແມ່ນຳ້