ການປືກສາຫາລື

ນັບຕັ້ງແຕ່ການສຳຫຼວດຂອງໂຄງການຄັ້ງທຳອິດ ຂອງອົງການ JICA ໃນທ້າຍປີ 1990, ບັນດາພະນັກງານຂອງໂຄງການ ໄຟຟ້ານ້ຳງຽບ 1 ເລິ່ມປືກສາຫາລື ກັບປະຊາຊົນ ທີ່ອາໃສຢູ່ໃນຮ່ອມພູຂອງ ແມ່ນຳ້ງຽບ ກ່ຽວກັບ ຄວາມເປັນໄປໄດ້ ໃນການຍົກຍ້າຍຈັດສັນ.

ບໍລິສັດ ໄຟຟ້ານຳ້ງຽບ 1 ໄດ້ເລິ່ມປືກສາຫາລືຢ່າງເປັນທາງການ ແລະ ເຜີຍແຜ່ແຜນງານຕ່າງໆ ໃນປີ 2007 ແລະ ບໍລິສັດ ໄດ້ເລັງເຫັນວ່າ ການປືກສາຫາລື ເປັນອົງປະກອບທີ່ສຳຄັນ ຂອງການເຮັດວຽກ ຂອງໂຄງການ ແລະ ມີວັດຖຸປະສົງດັ່ງຕໍ່ໄປນີ້:

  • ການອອກແບບ ແລະ ການດຳເນີນການ ຂອງໂຄງການ ໄດ້ຈັດຕັ້ງຂື້ນ ເພື່ອ ຮັບປະກັນ ການແກ້ຂໍ້ຂ້ອງໃຈ ແລະ ກັງວົນ ຂອງປະຊາຊົນທ້ອງຖິ່ນ.
  • ໃຫ້ຂໍ້ມູນ ແລະ ຄວາມຮູ້ ຂອງ ໂຄງການໃຫ້ແກ່ ປະຊາຊົນເພື່ອໃຫ້ເຂົາເຈົ້າຊິນເຄີຍກັບໂຄງການ
  • ຮັບປະກັນຄວາມໂປ່ງໃສ ໃນຂະບວນການຕັດສິນໃຈຕ່າງໆ
  • ເສີມຂະຫຍາຍ ຜົນປະໂຫຍດ ແກ່ປະຊາຊົນໂດຍກົງ

ການປຶກສາຫາລືໄດ້ຖືກດຳເນີນໄປ ໃນລະດັບຕ່າງໆ ເຊັ່ນ, ຈາກການປືກສາຫາລືຢ່າງບໍ່ເປັນທາງການ ຕະຫຼອດຮອດ ກອງປະຊຸມຜູ້ ມີສ່ວນຮ່ວມຂະໜາດໃຫຍ່ ໃນລະດັບ ແຂວງ ແລະ ສູນກາງ. ໄດ້ນໍາໃຊ້ບັນດາເຕັກນິກຕ່າງໆ ໃນການສື່ສານ ກັບປະຊາຊົນ ລວມທັງ ການຈັດຕັ້ງກຸ່ມສົນທະນາ ການປະຊຸມຂັ້ນບ້ານ ການໃຊ້ຮູບພາບ, ແຜນວາດ ແລະ ຮູບສາມມິຕິ ເພື່ອອະທິບາຍຂໍ້ມູນ. ໃນການເລືອກເຕັດນິກຕ່າງ ແມ່ນຈະມີລາຍລະອຽດດັ່ງລຸ່ມນີ້:

  • ດ້ານພາສາ: ກິດຈະກຳຕ່າງໆຂອງການປືກສາຫາລື ສ່ວຍໃຫຍ່ ແມ່ນ ເປັນພາສາລາວ ແປເປັນພາສາມົ້ງ ຫຼື ອະທິບາຍເປັນພາສາມົ້ງ ໂດຍພະນັງງານ ຂອງບໍລິສັດນ້ຳງຽບ 1.
  • ການເຂົ້າຮ່ວມຂອງແມ່ຍິງ ແລະ ກຸ່ມສ່ຽງ ຕົວຢ່າງ : ການຈັດຕັ້ງກຸ່ມສະເພາະສຳຫຼັບສົນທະນາ
  • ອັດຕາຄວາມຮັບຮູ້ : ການປຶກສາຫາລື ໄດ້ການດຳເນີນການສົນທະນາ ແບບໜ້າຕໍ່ໜ້າ ແລະ ນໍາສະເໜີ ທາງດ້ານຮູບພາບ ເພື່ອສື່ສານຂໍ້ມູນຕ່າງໆ

ຄຳຄິດຄຳເຫັນ ຂອງປະຊາຊົນ ທີ່ຖືກສະເໜີໃນກອງປະຊຸມຕ່າງໆ ໄດ້ເອົາມານຳໃຊ້ ເພື່ອປັບປຸງ ແລະ ແກ້ໄຂ ໃນການອອກແບບ ຂອງໂຄງການ. ດັ່ງຕົວຢ່າງລຸ່ມນີ້ ທີ່ໄດ້ນຳມາປະກອບເພື່ອປັບປຸງແກ້ໄຂການປືກສາຫາລື:

  • ການແກ້ໄຂແລວສາຍສົ່ງ ເພື່ອຫຼີກລ່ຽງແກ່ພື້ນທີ່ອະນຸລັກຊ້າງ
  • ການເພິ່ມຂື້ນຂອງການໄຫຼຂອງນ້ຳທີ່ຈະຊ່ວຍຮັກສາສະພາບແວດລ້ອມ ແບບຍືນຍົງ
  • ການປ່ຽນສະຖານທີ່ ແລະ ອົງປະກອບ ຂອງການຍົກຍ້າຍຈັດສັນ ລວມໄປເຖິງ ພື້ນຖານໂຄງລ່າງຂອງຊຸມຊົນ ຂະບວນການ ຕ່າງໆ ແລະ ວັດສະດຸອຸປະກອນໃນການສ້າງເຮືອນ.