ປະຫວັດຄວາມເປັນມາຂອງໂຄງການ

ດັ່ງເປັນທີ່ຮູ້ຈັກກັນໃນປະຈຸບັນ ໂຄງການໄຟຟ້ານ້ຳງຽບ 1 ໄດ້ຖືກກຳນົດຂຶ້ນໃນຊຸມຕົ້ນປີ 1990 ແລະ ການສຶກສາຄວາມເປັນໄປໄດ້ໆ ເລີ່ມຂຶ້ນໃນປີ 1991. ຂໍ້ຕົກລົງລະຫວ່າງລັດຖະບານລາວ ແລະ ນັກພັດທະນາໂຄງການໃນເບື້ອງຕົ້ນໄດ້ສິ້ນສຸດລົງໃນປີ 1996 ແລະ ລັດຖະບານລາວໄດ້ສະເໜີໃຫ້ອົງການຮ່ວມມືສາກົນຍີປຸ່ນ (JICA) ເຂົ້າມາດຳເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການທາງດ້ານສັງຄົມ, ສິ່ງແວດລ້ອມ, ວິຊາການ ແລະ ການຄ້າ.

ການສຶກສາຄວາມເປັນໄປໄດ້ຂອງໂຄງການ ໂດຍ JICA ທີ່ດຳເນີນໃນສອງໄລຍະ ນັບແຕ່ປີ 1998-2000 ແລະ ປີ 2001 -2002 ໄດ້ຢັ້ງຢຶນຄວາມເປັນໄປໄດ້ທາງດ້ານວິຊາການຂອງໂຄງການບົນພື້ນຖານການກໍ່ສ້າງ, ການດໍາເນີນງານ ແລະ ມອບໂອນ ແລະ ໃຫ້ຄໍາແນະນໍາ ດ້ານການພັດທະນາທີ່ຕ້ອງຄຳນຶງເຖິງການປົກປ້ອງໂຄງສ້າງ, ເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ.

ບໍລິສັດໄຟຟ້າຄັນໄຊຂອງຍີປຸ່ນ ແລະ ຄູ່ຮ່ວມງານອື່ນໆ ຂອງຍີປຸ່ນທີ່ສົນໃຈໃນໂຄງການໄດ້ຮ່ວມມືກັນທຳການສຶກສາຕື່ມອີກໃນເດືອນພຶດສະພາ ປີ 2003 ແລະ ໃນເດືອນ ເມສາ ປີ 2006 ກໍໄດ້ເຊັນສັນຍາເພື່ອພັດທະນາໂຄງການກັບລັດຖະບານ. ບໍລິສັດ ໄຟຟ້າຄັນໄຊ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ເຂົ້າຮ່ວມຂໍ້ຕົກລົງເພື່ອພັດທະນາໂຄງການໃນປີຕໍ່ມາ. ການປຶກສາຫາລືຢ່າງຕໍ່ເນື່ອງກັບປະຊາຊົນທີ່ອາໄສໃນເຂດຂອງໂຄງການໄດ້ດຳເນີນໄປພ້ອມໆ ກັບການສຶກສາດ້ານເຕັກນິກຂອງພູມີປະເທດ ແລະ ທໍລະນີສາດ. ສ່ວນໃນດ້ານການພັດທະນາທາງກົດໝາຍ, ບົດບັນທຶກຄວາມເຂົ້າໃຈສະບັບປັບປຸງກ່ຽວກັບພາສີໄດ້ສຳເລັດລົງໃນເດືອນ ກໍລະກົດ ປີ 2011 ແລະ ສັນຍາຊື້ຂາຍໄຟຟ້າກໍໄດ້ຖືກເຊັນ ໃນປີ 2013.

ໃນທ້າຍປີ 2013 ຫາຕົ້ນປີ 2014 ກະກຽມການກໍ່ສ້າງໄດ້ເລີ່ມຕົ້ນຂຶ້ນ ໂດຍການວາງແຜນສ້າງຫົນທາງເພື່ອເຂົ້າເຖິງເຂດໂຄງການ. ອີງໃສ່ການບັນລຸຂໍ້ຕົກລົງກັບປະຊາຊົນທ້ອງຖິ່ນຂອງໂຄງການ, ການກໍ່ສ້າງຫົນທາງໄດ້ດຳເນີນໄປພ້ອມໆ ກັບການກະກຽມການຍົກຍ້າຍຈັດສັນ ແລະ ການຊົດເຊີຍໃຫ້ປະຊາຊົນຜູ້ທີ່ຖືກກະທົບຈາກໂຄງການ. ໃນເດືອນ ເມສາ ປີ 2014 ການປືກສາຫາລືກັບຜູ້ມີສ່ວນຮ່ວມຂອງໂຄງການໃນລະດັບຊາດ ໂດຍການເຂົ້າຮ່ວມຂອງປະຊາຊົນໃນເຂດໂຄງການ, ລັດຖະກອນທ້ອງຖິ່ນ, ນັກການເມືອງອາວຸໂສ, ບັນດານັກພັດທະນາຂອງໂຄງການ ແລະ ຜູ້ອຸປະຖໍາທາງດ້ານການເງິນຂອງໂຄງການກໍໄດ້ເລີ່ມ ພາຍຫຼັງການປະຊຸມປຶກສາຫາລືຂັ້ນບ້ານ, ເມືອງ ແລະ ແຂວງໄດ້ສິ້ນສຸດລົງ. ໃນເດືອນກັນຍາຂອງປີດຽວກັບ ກໍໄດ້ບັນລຸຂໍ້ຕົກລົງທາງດ້ານການເງິນ ພາຍຫຼັງບັນດາຜູ້ໃຫ້ທຶນກູ້ຢືມ ກໍຄື 9 ທະນາຄານທີ່ໃຫ້ການສະໜັບສະໜູນໂຄງການໄດ້ບັນລຸຂໍ້ຕົກລົງທາງດ້ານກົດໝາຍ ແລະ ງົບປະມານ ຊຶ່ງເຮັດໃຫ້ສາມາດເລິ່ມການກໍ່ສ້າງຢ່າງເຕັມຮູບແບບ.