ການຂາຍພະລັງງານ

ພະລັງງານ ໄຟຟ້າ ທີ່ຜະລິດໄດ້ຈາກໂຄງການ ໄຟຟ້ານຳ້ງຽບ 1 ຈະຖືກສົ່ງຂາຍໃຫ້ ແຫຼ່ງພະລັງານ ແຫ່ງຊາດ ຂອງລາວ ແລະ ໄທ.

ໃນເດືອນ ສິງຫາ ປີ 2013 ໂຄງການ ໄຟຟ້ານ້ຳງຽບ 1 ໄດ້ເຊັນສັນຍາຊື້ຂາຍໄຟຟ້າ ກັບ ໄຟຟ້າລາວ (EDL) ແລະ ການ ໄຟຟ້າຝ່າຍຜະລິດ ແຫ່ງປະເທດໄທ (EGAT). ຂໍ້ຕົກລົງການຊື້ຂາຍ ໄຟຟ້າດັ່ງກ່າວ ໄດ້ມີ ເງືອນໄຂ ແລະ ຂໍ້ປະຕິບັດພື້ນຖານ ສໍາຫລັບການຂາຍໄຟຟ້າຈາກໂຄງການ, ລວມທັງລາຄາຕໍ່ຫົວໜ່ວຍ, ຮູບແບບການດໍາເນີນການຂັ້ນພື້ນຖານ ແລະ ໄລຍະເວລາຂອງການຂາຍ.

ເຮືອນຈັກໄຟຟ້າຫຼັກ ຂອງ ໄຟຟ້ານ້ຳງຽບ 1, ສາມາດຜະລິດກະແສໄຟຟ້າໄດ້ 1,546 ກິກາວັດໂມງ ຕໍ່ປີ, ກະແສໄຟຟ້າຈະຖືກສົ່ງຂາຍໃຫ້ປະເທດໄທ ຜ່ານສາຍສົ່ງ 230 ກິໂລໂວນ ຫາ ສະຖານີ ໄຟຟ້າ ນາບົງ ທີ່ວຽງຈັນ, ເພື່ອຈະສົ່ງຕໍ່ ຂ້າມແມ່ນ້ຳຂອງ ໄປຫາ ໄທ ຜ່ານ ສາຍສົ່ງ 500 ກິໂລໂວນ.

ເຮືອນຈັກໄຟຟ້າຂອງເຂື່ອນ ດັດສົມນ້ຳ ຂອງ ໄຟຟ້ານ້ຳງຽບ 1 ສາມາດຂາຍ ໄຟຟ້າໄດ້ 105 ກິກາວັດໂມງ ຕໍ່ປີ ໃຫ້ແກ່ ໄຟຟ້າລາວ, ຫຼື 7% ຂອງ ການຜະລິດທັງໝົດ ຜ່ານສາຍສົ່ງ 115 ກິໂລໂວນ ໄປຫາ ສະຖານີປາກຊັນ ແຂວງບໍລິຄຳໄຊ.

ໂຄງການມີສັນຍາສຳປະທານ 27 ປີ ແລະ ໃນໄລຍະດັ່ງກ່າວ ໂຄງການຄາດວ່າຈະສາມາດສ້າງລາຍຮັບໃຫ້ ສ.ປ.ປ. ລາວ ໄດ້ຫຼາຍກວ່າ 4.800 ຕື້ກີບ ໂດຍຜ່ານພາສີພະລັງງານ, ອາກອນຕ່າງໆ  ແລະ ເງິນປັນຜົນຈ່າຍໃຫ້ລັດວິສະຫະກິດຖືຮຸ້ນລາວ ຊຶ່ງແມ່ນຜູ້ຖືຮຸ້ນຂອງລັດຖະບານ.     ນອກຈາກນີ້ ສ.ປ.ປ. ລາວ ຄາດວ່າຈະໄດ້ຮັບຜົນປະໂຫຍດທັງທາງກົງ ແລະ ທາງອ້ອມນໍາອີກ ໂດຍຜ່ານການສະໜອງໄຟຟ້າ, ການຈ້າງງານຄົນລາວ, ພື້ນຖານໂຄງລ່າງຂອງຊຸມຊົນ ເຊັ່ນ: ຫົນທາງ ແລະ ຂົວ, ແລະ ຜ່ານການນໍາໃຊ້ສິນຄ້າ ແລະ ການບໍລິການທີ່ສະໜອງໂດຍຄົນລາວ.

ໂຄງການນໍ້າງຽບ 1 ມຸ່ງໝັ້ນໃນການຊ່ວຍຫຼຸດຜ່ອນຄວາມທຸກຍາກ ແລະ ນໍາຄວາມຈະເລີນຮຸ່ງ​ເຮືອງມາສູ່ປະຊາຊົນໃນ ສປປລາວ.