ການຍົກຍ້າຍຈັດສັນ

ປະຊາຊົນ ປະມານ 3000 ຄົນ ຈຳເປັນຕ້ອງໄດ້ຖືກຍົກຍ້າຍ ເພື່ອໃຫ້ໂຄງການໄດ້ດຳເນີນກ້າວໄປ, ປະຊາຊົນ ສ່ວນຫຼາຍ ແມ່ນອາໃສ ຢູ່ໃນເມືອງ ຮົ່ມ ແຂວງໄຊ ສົມບູນ. ມີເນືິ້ອທີ່ດິນ ແລະ ເຮືອນຊານ ຂອງປະຊາຊົນ ຫຼາຍກວ່າ 380 ຫຼັງຄາເຮືອນ ຈະຖືກນໍ້າຖ້ວມ ໂດຍອ່າງເກັບນ້ໍາ ຂອງເຂື່ອນຫຼັກ. ນອກຈາກນັ້ນ, ບ້ານຫາດສາຍຄຳ, ເມືອງ ບໍລິຄັນ ແຂວງບໍລິຄຳໄຊ ຈະຖືກກະທົບ ຈາກ ອ່າງເກັບນ້ຳຂອງເຂື່ອນດັດສົມນ້ຳ ແລະ ຍັງອາດຈະຖືກລົບກວນຈາກການກໍ່ສ້າງຂອງໂຄງການ ຖ້າປະຊາຊົນຍັງຄົງອາໃສຢູ່ເຂດພື້ນທີ່ປະຈຸບັນ.

ຜ່ານຂະບວນການ ປືກສາຫາລື ອັນຍາວນານ ກ່ຽວກັບຜົນກະທົບ ຕໍ່ຊຸມຊົນ ແລະ ຜູ້ມີສ່ວນຮ່ວມຂອງໂຄງການ ລັດຖະບານລາວ ແລະ ບໍລິສັດ ໄຟຟ້ານ້ຳງຽບ 1 ໄດ້ເລືອກເອົາເຂດ ຫ້ວຍສູບ ເປັນເຂດຍົກຍ້າຍຈັດສັນ ຂອງໂຄງການ ນ້ຳງຽບ 1. ປະຊາຊົນມີສິດ ຍ້າຍໄປເຂດຫວ້ຍສູບ ແລະຈະໄດ້ຮັບຜົນປະໂຫຍດ ທາງດ້ານ ພື້ນຖານໂຄງລ່າງ, ການບໍລິການ ທາງດ້ານສັງຄົມ, ແລະ ການຟື້ນຟູຊີວິດການເປັນຢູ່, ຫຼື ສາມາດເລືອກເປັນເງິນສົດ ຊົດເຊີຍ ເພື່ອຍ້າຍໄປຢູ່ບ່ອນອື່ນ.

ເຂດຫວ້ຍສູບ ມີເນື້ອທີ່ 6000 ເຮັກຕາ ເປັນເຂດທີ່ໃກ້ກັບແມ່ນ້ຳງຽບ ແລະ ບໍ່ມີຜູ້ຢູ່ອາໃສ. ເຂດກໍ່ສ້າງຍົກຍ້າຍຈັດສັນ ແມ່ນຈະເຊື່ອມຕໍ່ ຫາໝູ່ບ້ານຕ່າງໆ ແລະ ເສັ້ນທາງຫຼັກ ຫາ ປາກຊັນ ແລະ ທາງໂຄງການ ໄດ້ສະໜອງດິນ ເພື່ອພັດທະນາ ການກະສິກຳ ແລະ ທ່າແຮງເພື່ອການເຮັດທຸລະກິດການຄ້າ. ໂອກາດໃນການຈ້າງງານ ໃນເຂດໂຄງການ ເພີ່ມຂື້ນ ໃນຊ່ວງການກໍ່ສ້າງຂອງໂຄງການ.

ການຍົກຍ້າຍຈັດສັນ ຄາດວ່າຈະເລີ່ມໃນປີ 2015 ເລີ່ມຍ້າຍບ້ານ ຫາດສາຍຄຳ ເປັນບ້ານທຳອິດ. ອີກ 4 ບ້ານ ໃນເມືອງຮົ່ມ, ຫ້ວຍປ່າມ້ອມ, ສົບພວນ, ນ້ຳຫຍວກແລະ ສົບຫຍວກ ຈະຖືກຍົກຍ້າຍໃນປີ 2016-17. ແຜນງານສັງຄົມ ແລະ ສິ່ງແວດລ້ອມ ໄດ້ຖືກຈັດຕັ້ງຂຶ້ນເພື່ອປົກປ້ອງ ປະຊາຊົນຍົກຍ້າຍຈັດສັນ ທີ່ໄດ້ຮັບ ຜົນກະທົບທາງລົບ ຈາກການກໍ່ສ້າງຂອງ ໂຄງການ.

ບ້ານຫາດຍືນ ແລະ ບ້ານ ທ່າເຮືອທີ່ໃກ້ຄຽງກັບເຂດໂຄງການ ເປັນບ້ານທີ່ເຫັນດີ ໃນການເປັນບ້ານ “ເຈົ້າພາບ” ຂອງຊຸມຊົນ ໃນເຂດການຍົກຍ້າຍຈັດສັນ. ຊາວບ້ານຈະແບ່ງປັນຊັບພະຍາກອນ ທຳມະຊາດ ກັບຜູ້ທີ່ ມາຢູ່ໃຫມ່ ແລະ ໝູ່ບ້ານດັ່ງກ່າວ ກໍຈະຖືກຜົນກະທົບຈາກ ການກໍ່ສ້າງຂອງໂຄງການ. ໃນທາງກົງກັນຂ້າມ ພວກເຂົາເຈົ້າກໍຈະໄດ້ຮັບຜົນປະໂຫຍດ ຈາກແຜນການຍົກຍ້າຍຈັດສັນ ລວມທັງ ໄດ້ປັບປຸງ ພື້ນຖານໂຄງລ່າງ ແລະ ແຜນງານ ປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນ.