• Home
  • 9
  • ຮ່ວມກ້າວສ້າງພື້ນທີ່ສີຂຽວ

ຮ່ວມກ້າວສ້າງພື້ນທີ່ສີຂຽວ

ມ.ຖ. 3, 2026 | ຂ່າວ

ໃນວັນທີ 1–2 ມິຖຸນາ 2026, ພະນັກງານຂອງ ບໍລິສັດ ໄຟຟ້ານ້ຳງຽບ 1 ຈຳກັດ ຮ່ວມກັບຜູ້ຮັບເໝົາໄດ້ພ້ອມກັນປູກຕົ້ນດອກຈຳປາຈຳນວນ 300 ຕົ້ນ ຕາມແລວເສັ້ນທາງເຂົ້າ-ອອກ ທີ່ເຊື່ອມເຂດທີ່ພັກອາໄສຂອງບໍລິສັດກັບ ເຂດປະຕິບັດງານ, ແລະ ເມືອເຕີບໃຫຍ່ກໍຈະກາຍເປັນແລວທາງທີ່ສວຍງາມ ແລະ ໜ້າທຽວໄປ-ມາ ພ້ອມທັງຊ່ວຍສ້າງສະພາບແວດລ້ອມສີຂຽວ ແລະ ສວຍສົດງົດງາມຕື່ມຂຶ້ນ.

ກິດຈະກຳນີ້ໄດ້ຈັດຂຶ້ນເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ສະແດງເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງບໍລິສັດໃນການຄຸ້ມຄອງ ແລະ ອະນຸລັກສິ່ງແວດລ້ອມ ພາຍໃຕ້ລະບົບການຄຸ້ມຄອງສິ່ງແວດລ້ອມ. ພາຍຫຼັງທີ່ໄດ້ຕໍ່ອາຍຸໃບຮັບຮອງມາດຕະຖານສິ່ງແວດລ້ອມສາກົນ ISO 14001:2015 ເປັນທີ່ຮຽບຮ້ອຍແລ້ວ, ກິດຈະກຳນີ້ຍັງເປັນອີກໜຶ່ງບາດກ້າວທີ່ສຳຄັນໃນການກະກຽມຄວາມພ້ອມສູ່ການປັບປ່ຽນໄປສູ່ມາດຕະຖານສິ່ງແວດລ້ອມສາກົນ ISO 14001:2026 ໂດຍເນັ້ນໃສ່ຄວາມມຸ່ງໝັ້ນຂອງບໍລິສັດໃນການດຳເນີນງານແບບຍືນຍົງ ແລະ ການປັບປຸງຜົນງານດ້ານສິ່ງແວດລ້ອມຢ່າງຕໍ່ເນື່ອງ.