ຫຼັງຈາກໄພນໍ້າຖ້ວມຈາກ ພາຍຸໄຕ້ຝຸ່ນບົວລອຍ ໃນ ເດືອນຕຸລາ ປີ 2025, ບໍລິສັດການໄຟຟ້າສາກົນແຫ່ງປະເທດໄທ ຈຳກັດ ຊຶ່ງເປັນໜຶ່ງຜູ້ຖືຮຸ້ນ ແລະ ຫຸ້ນສ່ວນທີ່ໃກ້ຊິດຂອງບໍລິສັດໄຟຟ້ານ້ຳງຽບ 1 ຈຳກັດ ໄດ້ບໍລິຈາກເຄື່ອງໃຊ້ເພື່ອຊຸມຊົນທີ່ມີມູນຄ່າສຳຄັນໃຫ້ແກ່ ບ້ານຫາດຍື້ນ ແລະ ບ້ານທ່າເຮືອ ທີ່ ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ, ຊຶ່ງທັງສອງບ້ານຕັ້ງຢູ່ໄກ້ຄຽງກັບໂຄງການເຂື່ອນໄຟຟ້ານ້ຳງຽບ 1.
ເຄື່ອງບໍລິຈາກປະກອບມີ: ໂຕະ, ຕັ່ງ, ເຕັ້ນ ແລະ ພັດລົມໄຟຟ້າ ເພື່ອນໍາໃຊ້ເຂົ້າໃນກິດຈະກໍາຂອງຊຸມຊົນ ແນ່ໃສ່ເພີ່ມທະວີຄວາມຂັ້ມແຂງໃຫ້ແກ່ສິ່ງອຳນວຍຄວາມສະດວກໃນສອງບ້ານ. ພິທີມອບ-ຮັບເຄື່ອງບໍລິຈາກດັ່ງກ່າວ ແມ່ນນຳໂດຍ ທ່ານ ໂອຣານ ບຳຣຸງພົນພິສານ, ຮອງຜູ້ອຳນວຍການຝ່າຍເຕັກນິກຂອງບໍລິສັດໄຟຟ້ານ້ຳງຽບ 1 ຈຳກັດ.
ທີ່ບ້ານຫາດຍື່ນ ແລະ ໃນນາມຊຸມຊົນ, ທ່ານນາຍບ້ານ ແລະ ຕົວແທນຊຸມຊົນໄດ້ເປັນຜູ້ຮັບເຄື່ອງບໍລິຈາກດັ່ງກ່າວ. ທ່ານນາຍບ້ານໄດ້ກ່າວຂອບໃຈຢ່າງຈິງໃຈ ໂດຍກ່າວວ່າ ຊຸມຊົນມີຄວາມຊື່ນຊົມຕໍ່ຄວາມເອົາໃຈໃສ່ ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງຈາກ ບໍລິສັດການໄຟຟ້າສາກົນແຫ່ງປະເທດໄທ ຈຳກັດ ແລະ ບໍລິສັດໄຟຟ້ານ້ຳງຽບ 1. ທ່ານໄດ້ເນັ້ນໜັກຕື່ມວ່າເຄື່ອງບໍລິຈາກຄັ້ງນີ້ຈະຖືກນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ບ້ານ.
ທີ່ບ້ານທ່າເຮືອ, ທ່ານຮອງນາຍບ້ານ ແລະ ຊາວບ້ານ ໄດ້ຮັບເອົາເຄື່ອງບໍລິຈາກໃນຄັ້ງນີ້. ທ່ານຮອງນາຍບ້ານ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ບໍລິສັດໄຟຟ້າການໄຟຟາສາກົນແຫ່ງປະເທດໄທ ຈຳກັດ ແລະ ບໍລິສັດໄຟຟ້ານ້ຳງຽບ 1 ພ້ອມກ່າວວ່າ ການບໍລິຈາກນີ້ສະທ້ອນໃຫ້ເຫັນເຖິງຄວາມຫ່ວງໃຍຢ່າງຈິງໃຈຕໍ່ຄວາມເປັນຢູ່ຂອງຊຸມຊົນເຂດລຸ່ມນ້ຳທີ່ໄດ້ຮັບຜົນກະ ທົບຈາກໄພທຳມະຊາດ. ທ່ານຍັງຢືນຢັນວ່າ ຄະນະບ້ານຈະເບິ່ງແຍງ, ຄຸ້ມຄອງ, ບຳລຸງຮັກສາ ແລະ ນຳໃຊ້ເຄື່ອງບໍລິຈາກດັ່ງກ່າວໃຫ້ເປັນໄປຕາມຄວາມຕັ້ງໃຈຂອງຜູ້ບໍລິຈາກ.
ບໍລິສັດໄຟຟ້ານ້ຳງຽບ 1 ຈຳກັດ ຂໍສະແດງຄວາມຂອບໃຈຕໍ່ ບໍລິສັດການໄຟຟ້າສາກົນແຫ່ງປະເທດໄທ ຈຳກັດ ທີ່ມີຄວາມເອື້ອເຟື້ອເພື່ອແຜ່ ແລະ ຄວາມຮ່ວມມືຢ່າງຕໍ່ເນື່ອງໃນການຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບ. ການບໍລິຈາກຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການສ້າງຄວາມເຂັ້ມແຂງຂອງຊຸມຊົນ ແລະ ຍົກລະດັບຄຸນະພາບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃນເຂດໂຄງການຳອີກດ້ວຍ.

