• Home
  • 9
  • ບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ ແລກປ່ຽນປະສົບການກັບນັກສຶກສາຂອງມະຫາວິທະນາໄລແຫ່ງຊາດລາວ

ບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ ແລກປ່ຽນປະສົບການກັບນັກສຶກສາຂອງມະຫາວິທະນາໄລແຫ່ງຊາດລາວ

ພ.ພ. 15, 2026 | ຂ່າວ

ບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ (NNP1PC) ໄດ້ເຂົ້າຮ່ວມພາກການນຳສະເໜີຂໍ້ມູນຂອງບໍລິສັດ ທີ່ໄດ້ຈັດຂຶ້ນຢູ່ມະຫາວິທະນາໄລແຫ່ງຊາດລາວ ທີ່ດົງໂດກ ໃນວັນທີ 6 ພຶດສະພາ 2026 ໂດຍມີຜູ້ຕາງໜ້າຈາກຫຼາຍບໍລິສັດໄດ້ມາແບ່ງປັນປະສົບການ ແລະ ຄວາມຮູ້ໃຫ້ແກ່ນັກສຶກສາມະຫາວິທະຍາໄລ.

ໃນນາມຜູ້ຕາງໜ້າຂອງ NNP1PC, ທ່ານ ສົມສະຫວັດ ພັນທະດີ, ຜູ້ຈັດການຝ່າຍບຸກຄະລາກອນ, ໄດ້ນຳສະເໜີກ່ຽວກັບໂຄງການເຂື່ອນໄຟຟ້ານໍ້າງຽບ 1 ແລະ ຄວາມສຳຄັນຂອງການພັດທະນາພະລັງງານທີ່ຍືນຍົງ ໃນການສະໜັບສະໜູນການເຕີບໂຕທາງເສດຖະກິດຂອງປະເທດ ແລະ ການຮ່ວມມືດ້ານພະລັງງານໃນພາກພື້ນ.

ໃນລະຫວ່າງການນຳສະເໜີ, ນັກສຶກສາໄດ້ສະແດງຄວາມສົນໃຈຕໍ່ໂຄງການຢ່າງຫຼວງຫຼາຍ ແລະ ໄດ້ເຂົ້າຮ່ວມການສົນທະນາຢ່າງຕັ້ງໃຈ ໂດຍການສອບຖາມຫຼາຍປະເດັນກ່ຽວກັບການດຳເນີນງານຂອງບໍລິສັດ ແລະ ໂອກາດດ້ານອາຊີບໃນຂະແໜງພະລັງງານ. ບໍລິສັດຮູ້ສຶກຍິນດີທີ່ໄດ້ມີໂອກາດພົບປະ ແລະ ແລກປ່ຽນທັດສະນະກັບຄົນຮຸ່ນໃໝ່.

NNP1PC ມີຄວາມມຸ່ງໝັ້ນໃນການປະກອບສ່ວນເຂົ້າໃນການພັດທະນາທີ່ຍືນຍົງຂອງ ສປປ ລາວ ໂດຍບໍ່ພຽງແຕ່ຜ່ານການຜະລິດໄຟຟ້າທີ່ໝັ້ນຄົງ ແຕ່ຍັງລວມເຖິງການແບ່ງປັນຄວາມຮູ້, ການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງຄວາມສຳພັນລະຍະຍາວກັບຊຸມຊົນທ້ອງຖິ່ນ ແລະ ຜູ້ມີສ່ວນກ່ຽວຂ້ອງ.