ບໍລິສັດໄຟຟ້ານ້ຳງຽບ 1 ຈຳກັດ ຮ່ວມກັບ ກຸ່ມບໍລິສັດໄຟຟ້າຄັນໄຊແຫ່ງປະເທດຍີ່ປຸ່ນ (ກຸ່ມບໍລິສັດຄັນໄຊ), ຊຶ່ງເປັນໜຶ່ງໃນຜູ້ຖືຮຸ້ນຂອງໂຄງການເຂື່ອນໄຟຟ້ານ້ຳງຽບ 1 ໄດ້ໃຫ້ການຊ່ວຍເຫຼືອບັນດາໂຮງຮຽນໃນເຂດຊຸມຊົນອ້ອມຂ້າງໂຄງການເຂື່ອນໄຟຟ້ານ້ຳງຽບ 1 ເພື່ອບັນເທົາຜົນກະທົບຈາກພາຍຸໄຕ້ຝຸ່ນບົວລອຍໃນເດືອນຕຸລາ ປີ 2025.
ກຸ່ມບໍລິສັດຄັນໄຊ ໄດ້ບໍລິຈາກທຶນຊື້ອຸປະກອນການສຶກສາ ແລະ ສິ່ງອຳນວຍຄວາມສະດວກທີ່ຈຳເປັນ ຊຶ່ງ ການບໍລິຈາກຄັ້ງນີ້ແມ່ນ ມອບໂດຍ ທ່ານ ທາກາຮິຊະ ທາບູຈິ (Mr. Takahisa Tabuchi), ຜູ້ຈັດການໜ່ວຍງານວິສະວະກອນ ແລະ ທ່ານ ຮິໂຣະມິຊຸ ເທຣາຊາກິ (Mr. Hiromitsu Terasaki), ຮອງຜູ້ຈັດການໜ່ວຍງານການຜະລິດ ແລະ ບໍາລຸງຮັກສາ, ພະແນກເຕັກນິກຂອງບໍລິສັດໄຟຟ້ານໍ້າງຽບ 1 ໃນນາມຕົວແທນຂອງບໍລິສັດ.
ການຊ່ວຍເຫຼືອໄດ້ມອບໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານຫາດຍື້ນ (ມີນັກຮຽນທັງໝົດ 72 ຄົນ, ຍິງ 41 ຄົນ), ໂຮງຮຽນປະຖົມສົມບູນບ້ານທ່າເຮືອ (ມີນັກຮຽນທັງໝົດ 38 ຄົນ, ຍິງ 16 ຄົນ), ແລະ ໂຮງຮຽນປະຖົມສົມບູນບ້ານຊົມຊື່ນ (ມີນັກຮຽນທັງໝົດ 102 ຄົນ, ຍິງ 47 ຄົນ) ໃນເມືອງບໍລິຄັນ, ແຂວງບໍລິຄຳໄຊ, ສປປ ລາວ.
ເຄື່ອງບໍລິຈາກປະກອບມີ ຄອມພິວເຕີ, ເຄື່ອງພິມເອກະສານ, ອຸປະກອນການຮຽນ-ການສອນ, ປຶ້ມແບບຮຽນ, ອຸປະກອນກິລາ, ສີທາອາຄານ ແລະ ວັດສະດຸອື່ນໆ ທີ່ໃຊ້ສໍາລັບການສ້ອມແປງປະຕູໂຂງ ແລະ ຮົ້ວ, ແນ່ໃສ່ຊ່ວຍບູລະນະສະພາບແວດລ້ອມການຮຽນ ແລະ ປັບປຸງສິ່ງອຳນວຍຄວາມສະດວກຂອງໂຮງຮຽນຫຼັງຈາກໄດ້ຮັບຜົນກະທົບຈາກນ້ຳຖ້ວມ.
ຜູ້ອຳນວຍການຈາກ 3 ໂຮງຮຽນໄດ້ສະແດງຄວາມຂອບໃຈຕໍ່ ກຸ່ມບໍລິສັດຄັນໄຊ ແລະ ບໍລິສັດໄຟຟ້ານ້ຳງຽບ 1 ທີ່ໄດ້ສຶືບຕໍ່ເບິ່ງແຍງ ແລະ ໃຫ້ການຊ່ວຍເຫຼືອ ໂດຍເນັ້ນຕື່ມວ່າອຸປະກອນດັ່ງກ່າວແມ່ນຈຳເປັນ ແລະ ເປັນຜົນປະໂຫຍດແກ່ນັກຮຽນ ແລະ ຢືນຢັນວ່າ ຈະນຳໃຊ້ໃຫ້ມີປະສິດຕິພາບເພື່ອເພີ່ມຜົນການຮຽນທີ່ສູງຂຶ້ນ.
ຄະນະຜູ້ອຳນວຍການໂຮງຮຽນຍັງໄດ້ສະແດງຄວາມຂອບໃຈມາຍັງບໍລິສັດໄຟຟ້ານ້ຳງຽບ 1 ແລະ ກຸ່ມບໍລິສັດຄັນໄຊຕໍ່ກັບຄຳໝັ້ນສັນຍາທີ່ຈະຢືນຄຽງຂ້າງໂຮງຮຽນ ແລະ ຊຸມຊົນພາຍຫຼັງທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນປີຜ່ານມາ, ພ້ອມທັງສະແດງຄວາມຫວັງໃນການສືບຕໍ່ຮ່ວມມືຢ່າງໃກ້ຊິດ ແລະ ການຮ່ວມມືທີ່ເຂັ້ມແຂງຕະຫຼອດໄລຍະສຳປະທານໂຄງການເຂື່ອນໄຟຟ້ານໍ້າງຽບ 1.
ບໍລິສັດໄຟຟ້ານ້ຳງຽບ 1 ຍັງຄົງໃຫ້ຄຳໝັ້ນສັນຍາທີ່ຈະເຮັດວຽກຮ່ວມກັບຂາຮຸ້ນຂອງຕົນ ແລະ ຜູ້ມີສ່ວນຮ່ວມໃນທ້ອງຖິ່ນ ເພື່ອສືບຕໍ່ສະໜັບສະໜູນການສຶກສາ, ເສີມສ້າງຄວາມເຊື່ອໝັ້ນຂອງຊຸມຊົນ ແລະ ຊຸກຍູ້ສົ່ງເສີມການພັດທະນາທີ່ຍືນຍົງໃນເຂດໂຄງການ.


