• Home
  • 9
  • ໜຶ່ງເດືອນຜ່ານໄປຫລັງພະຍຸບົວລອຍ: ທົບທວນບົດຮຽນຈາກຝົນຕົກໜັກ

ໜຶ່ງເດືອນຜ່ານໄປຫລັງພະຍຸບົວລອຍ: ທົບທວນບົດຮຽນຈາກຝົນຕົກໜັກ

ພ.ຈ. 3, 2025 | ຂ່າວ

ຈາກວັນທີ 29 ຫາ 30 ກັນຍາ 2025 ພະຍຸບົວລອຍ ໄດ້ຜ່ານເຂົ້າທິດເໜືອຂອງອ່າງເກັບນໍ້າໂຄງການເຂື່ອນໄຟຟ້ານໍ້າງຽບ 1 ອັນເຮັດໃຫ້ເກີດມີຝົນຕົກໜັກໃນຂົງເຂດດັ່ງກ່າວ ແລະ ພາຍຫລັງພະຍຸ ໄດ້ມີການບັນທຶກປະລິມານນໍ້າຝົນທີ່ໄຫລເຂົ້າອ່າງເປັນຈຳນວນມະຫາສານ, ມີສູງສຸດເຖິງ 11.775 ແມັດກ້ອນຕໍ່ວິນາທີ.

ເຖິງແມ່ນວ່າເຂື່ອນຂອງບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ (ບໍລິສັດ) ໄດ້ຖືກອອກແອບມາເພື່ອຜະລິດພະລັງງານເປັນຫລັກກໍ່ຕາມ ແຕ່ມັນຍັງສະໜອງເພື່ອຮອງຮັບຜົນປະໂຫຍດໃນການປ້ອງກັນການເກີດນໍ້າຖ້ວມກະທັນຫັນນຳອີກ ເຊັ່ນຮັກສາສ່ວນໜຶ່ງຂອງປະລິມານນໍ້າທີ່ໄຫລເຂົ້າເຂື່ອນຊົ່ວຄາວເປັນຕົ້ນ. ແຕ່ເຖິງຢ່າງໃດກໍຕາມ ເຫດການຄັ້ງນີ້ ນໍ້າຝົນຈາກພະຍຸບົວລອຍໄດ້ກໍ່ໃຫ້ເກີດມີປະລິມານນໍ້າຝົນເປັນຈຳນວນມະຫາສານ ອັນເຮັດໃຫ້ຕ້ອງປ່ອຍນໍ້າອອກຈາກອ່າງເປັນຈຳນວນ 4.632 ແມັດກ້ອນ ຕໍ່ວິນາທີ.

ຮູບຂ້າງລຸ່ມນີ້ສະແດງໃຫ້ເຫັນປະລິມານນໍ້າໄຫລເຂົ້າເຂື່ອນຕົວຈິງ ແລະ ຂໍ້ມູນປະລິມານນໍ້າທີ່ປ່ອຍອອກຈາກເຂື່ອນໃນໄລຍະພະຍຸ. ໃນຂະນະທີ່ປະລິມານນໍ້າຝົນໃນໄລຍະ ພະຍຸຣາກາສາ (Ragasa) (ກ່ອນພະຍຸ ບົວລອຍ) ແລະ ພະຍຸ ມັດໂມ (Matmo) (ກ່ອນພະຍຸ ບົວລອຍ)  ແມ່ນຕໍ່າ, ແຕ່ປະລິມານນໍ້າໃນອ່າງທີ່ເກີດຈາກພະຍຸບົວລອຍ ມີປະລິມານສູງຜິດປົກກະຕິ  ອັນເຮັດໃຫ້ຕ້ອງປ່ອຍນໍ້າອອກຈາກອ່າງເປັນຈຳນວນຫລາຍ.

ຍ້ອນມີນໍ້າຝົນຢູ່ກະແຈກກະຈາຍ ແລະ  ນໍ້າໄຫລຫລາຍຈາກພະຍຸບົວລອຍ ໄດ້ເກີດມີນໍ້າຖ້ວມໃນຫລາຍບ້ານໄກ້ຄຽງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ແຕ່ໂຊກດີ ບໍ່ໄດ້ມີລາຍງານການບາດເຈັບເກີດຂຶ້ນ ແຕ່ມີປະຊາຊົນຈໍານວນໜຶ່ງໄດ້ປະສົບບັນຫາດ້ານສຸຂະພາບຈາກການຕາກຝົນເປັນເວລາຍາວຕໍ່ເນື່ອງ. ບໍລິລັດໄຟຟ້ານໍ້າງຽບ 1 ຈຳກັດ ໄດ້ໃຫ້ການສະໜັບສະໜູນຊ່ວຍອົບພະຍົກປະຊາຊົນທີ່ຖືກຜົນກະທົບ ພ້ອມທັງສະໜອງບ່ອນລີ້ໄພຊົ່ວຄາວຢູ່ໃນໂຄງການ. ພາຍຫລັງນໍ້າຫລຸດລົງ  ໃນວັນທີ 3 ຕຸລາ 2025 ບໍລິສັດ ໄດ້ແຈກຢາຍອາຫານ ແລະ ເຄື່ອງບັນເທົາທຸກຈໍານວນໜຶ່ງໃຫ້ຄົວເຮືອນທີ່ກັບຄືນເຮືອນ. ນັບແຕ່ນັ້ນມາ ຜູ້ຖືຮຸ້ນຂອງບໍລິສັດ ຍັງໄດ້ສະເໜີການບໍລິຈາກຕື່ມອີກ ຊຶ່ງເຮັດໃຫ້ສາມາດສືບຕໍ່ກິດຈະກຳສະໜັບສະໜູນຊຸມຊົນອ້ອມຂ້າງໂຄງການ.

ຝົນຕົກໜັກອັນເຮັດໃຫ້ປະລິມານນໍ້າໄຫລເຂົ້າອ່າງໃນປະລິມານສູງ ຍັງໄດ້ສົ່ງຜົນກະທົບຕໍ່ການດຳເນີນງານຂອງບໍລິສັດ ເຊັ່ນເຄື່ອງປັ່ນໄຟຟ້າໜຶ່ງໜ່ວຍ ໄດ້ຖືກປິດຜະລິດໄຟຊົ່ວຄາວ ແລະ ເສັ້ນທາງຫລາຍສາຍ ແລະ ໂຄງສ້າງຫລາຍແຫ່ງຍັງໄດ້ຮັບຜົນກະທົບນຳອີກ.

ຍັງບໍ່ຮູ້ເທື່ອວ່າ ເຫດການສະພາບອາກາດທີ່ຮຸນແຮງເຊັ່ນນີ້ຈະຍັງຄົງເປັນເຫດການທີ່ດົນໆ ເກີດຂຶ້ນຄັ້ງໜຶ່ງ ຫລື ມັນຈະກາຍມາເປັນເຫດການທີ່ເກີດຂຶ້ນເປັນປະຈຳຍ້ອນການປ່ຽນແປງຂອງອາກາດ ຍັງເປັນສິ່ງທີ່ບໍ່ແນ່ນອນ. ແຕ່ເຖິງຢ່າງໃດກໍຕາມ ບິລິສັດ ມີຄວາມມຸ່ງໝັ້ນໃນການຮຽນຮູ້ຈາກປະສົບການໃນຄັ້ງນີ້ ແລະ ຈະສືບຕໍ່ປັບປຸງການປະຕິບັດງານ ເພື່ອ ກຽມພ້ອມຮັບມືໃຫ້ດີຂຶ້ນຕໍ່ເຫດການທຳມະຊາດທີ່ອາດຈະເກີດຂຶ້ນໃນອະນາຄົດ.