ເຂື່ອນໄຟຟ້ານໍ້າງຽບ 1 ເລີ່ມຂາຍໄຟໃຫ້ປະເທດໄທ

ພາຍຫລັງທີ່ໃຊ້ເວລາເກືອບຫ້າປີໃນການກໍ່ສ້າງ ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ທີ່ຕັ້ງຢູ່ແຂວງບໍລິຄຳໄຊ, ສ.ປ.ປ. ລາວ ກໍໄດ້ເລີ່ມຕົ້ນຜະລິດກະແສໄຟຟ້າສົ່ງອອກໃຫ້ປະເທດໄທ ໃນວັນທີ 5 ກັນຍາ 2019 ແລະ ໄດ້ກາຍເປັນໂຄງການຜະລິດພະລັງງານອິດສະຫຼະອີກໂຄງການໜຶ່ງທີ່ຢູ່ໃນຊ່ວງໄລຍະດຳການເນີນງານໃນ ສ.ປ.ປ. ລາວ.

ການກໍ່ສ້າງໂຄງການໄດ້ເລີ່ມຕົ້ນໃນທ້າຍປີ 2014 ແລະ ວຽກງານທີ່ກ່ຽວຂ້ອງຕ່າງໆ ເຊັ່ນ: ວຽກງານໂຄງສ້າງ, ໄຟຟ້າ ແລະ ກົນຈັກໄດ້ສຳເລັດໃນເດືອນສິງຫາ 2019. ການທົດລອງຄັ້ງສຸດທ້າຍໃນການຜະລິດກະແສໄຟໄດ້ສຳເລັດໃນທ້າຍເດືອນສິງຫາ 2019 ແລະ ສັນຍາຊື້-ຂາຍໄຟ ລະຫວ່າງ EGAT ແລະ ບໍລິສັດ ໄຟຟ້ານໍ້າງຽບ 1 ຈໍາກັດ ໄດ້ຮັບຮອງເອົາ ວັນທີ 5 ກັນຍາ 2019 ເປັນມື້ເລີ່ມຕົ້ນຜະລິດໄຟ.

ທ່ານ ໂທຊິຮິໂຣ ທາກາໂນະ (Mr. Toshihiro Takano), ຜູ້ອຳນວຍການ ບໍລິສັດ ໄຟຟ້ານ້ຳງຽບ 1 ຈໍາກັດ ໄດ້ກ່າວວ່າ: “ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງທຸກພາກສ່ວນທີ່ໄດ້ປະກອບສ່ວນເຂົ້າໃນໂຄງການ ແລະ ໃນໄລຍະປະມານ 5 ປີ ທີ່ຜ່ານມານີ້ກໍເປັນຊ່ວງເວລາທີ່ໜ້າຊື່ນຊົມຫຼາຍ ແລະ ຂອບໃຈສໍາລັບຄວາມທຸ້ມເທຂອງທຸກຄົນ. ທ່ານ ກ່າວຕື່ມອີກວ່າ: ຜົນສໍາເລັດທີ່ສໍາຄັນຄັ້ງນີ້ກໍຍ້ອນການສະໜັບສະໜູນຢ່າງເຂັ້ມແຂງຂອງຊຸມຊົນໃນເຂດໂຄງການ, ປະຊາຊົນທີ່ຖືກຜົນກະທົບໂດຍກົງຈາກໂຄງການ ແລະ ລັດຖະບານລາວທຸກຂັ້ນ.”

ໂຄງການ ເຂື່ອນໄຟຟ້ານ້ຳງຽບ 1 ແມ່ນ ໂຄງການໄຟຟ້າພະລັງນ້ຳທີ່ມີຂີດຄວາມສາມາດໃນການຜະລິດກະແສໄຟຟ້າ 290 ເມກາວັດ ແລະ ປະກອບດ້ວຍເຂື່ອນໃຫຍ່ ພ້ອມດ້ວຍເຮືອນຈັກ ແລະ ເຂື່ອນນ້ອຍ ພ້ອມດ້ວຍເຮືອນຈັກ ຕັ້ງຢູ່ຕາມລ້ອງແມ່ນໍ້າງຽບ  ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ, ສ.ປ.ປ. ລາວ. ການກໍ່ສ້າງທັງສອງເຂື່ອນໄດ້ສຳເລັດກ່ອນລະດູຝົນ 2019 ແລະ ການກັກເກັບນໍ້າໃນອ່າງເກັບນໍ້າໃຫ້ເຕັມເຂື່ອນກໍໄດ້ສຳເລັດຢ່າງສົມບູນ ແລະ ປັດຈຸບັນກໍມີຄວາມພ້ອມໃນການຜະລິດ.

ເຮືອນຈັກໄຟຟ້າເຂື່ອນໃຫຍ່ຂອງໂຄງການມີຂີດຄວາມສາມາດໃນການຜະລິດກະແສໄຟຟ້າ 272 ເມກາວັດ ແລະ ກະແສໄຟຟ້າທີ່ຜະລິດຈາກເຮືອນຈັກດັ່ງກ່າວນີ້ຈະສົ່ງຂາຍໃຫ້ກັບ EGAT ຜ່ານສາຍສົ່ງ 230 ກິໂລໂວນ ທີ່ມີຄວາມຍາວປະມານ 120 ກິໂລແມັດ ຈາກໂຄງການຫາສະຖານີໄຟຟ້ານາບົງ ທີ່ນະຄອນຫຼວງວຽງຈັນ ແລະ ໃນສະຖານີດັ່ງກ່າວກະແສໄຟຈະປັບຂຶ້ນມາທີ່ 500 ກິໂລໂວນ ກ່ອນຈະຖືກສົ່ງອອກສູ່ປະເທດໄທ.

ເຂື່ອນໃຫຍ່ສ້າງດ້ວຍຄອນກຣີດອັດແໜ້ນ ແລະ ມີຄວາມສູງ 167 ແມັດ ແລະ ເປັນເຂື່ອນທີ່ສູງທີ່ສຸດຂອງເຂື່ອນປະເພດນີ້ໃນ ສ.ປ.ປ. ລາວ ແລະ ໃນພາກພື້ນນະປັດຈຸບັນ.

ເຮືອນຈັກເຂື່ອນນ້ອຍສາມາດຜະລິດກະແສໄຟຟ້າໄດ້ 18 ເມກາວັດ ແລະ ກະແສໄຟທີ່ຜະລິດຈະຂາຍໃຫ້ລັດວິສາຫະກິດໄຟຟ້າລາວ ເພື່ອຊົມໃຊ້ພາຍໃນທ້ອງຖິ່ນ.

ໂຄງການ ໄຟຟ້ານ້ຳງຽບ 1 ແມ່ນໜຶ່ງໃນບັນດາໂຄງການບູລິມະສິດຂອງລັດຖະບານລາວ ໂດຍມີເປົ້າໝາຍເພື່ອຜະລິດພະລັງງານທີ່ສະອາດ, ຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ສະໜອງພະລັງງານທົດແທນທີ່ສະອາດ ແລະ ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກໃນ ສ.ປ.ປ. ລາວ.

ໃນໄລຍະເວລາສໍາປະທານ 27 ປີ ໂຄງການຈະຢູ່ພາຍໃຕ້ການຄຸ້ມຄອງ ແລະ ດຳເນີນງານຂອງ ບໍລິສັດ ໄຟຟ້ານໍ້າງຽບ 1 ຈໍາກັດ ເຊິ່ງປະກອບມີສາມຂາຮຸ້ນຄື: ບໍລິສັດ ໄຟຟ້າ ຄັນໄຊ ຍີ່ປຸ່ນ, ບໍລິສັດ EGATi ຈໍາກັດ ແລະ ລັດວິສາຫະກິດຖືຮຸ້ນລາວ ແລະ ຈະນໍາຜົນປະໂຫຍດທາງກົງ ແລະ ທາງອ້ອມມາສູ່ລັດຖະບານລາວ. ພາຍຫລັງສັນຍາສຳປະທານໄດ້ສິ້ນສຸດລົງ ໂຄງການຈະໂອນມາເປັນກຳມະສິດຂອງລັດຖະບານລາວ.

 

-End-

ເຂື່ອນໃຫຍ່ໂຄງການເຂື່ອນໄຟຟ້ານໍ້າງຽບ 1

Photo: ©NNP1PC/

For more information, please contact

Somsavath Phanthady
Email: somsavath.phanthady@namngiep1.com
Mobile: 020 5591 6326
www.namngiep1.com