ພະນະທ່ານ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ຄະນະຜູ້ບໍລິຫານ EGATi ລົງຢ້ຽມຢາມໂຄງການເຂື່ອນໄຟຟ້ານ້ຳງຽບ 1

ໃນວັນທີ 20-21 ມິຖຸນາ 2019, ພະນະທ່ານ ກຽດຕິຄຸນ ຊາດປຣະເສີດ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ຄະນະຜູ້ບໍລິຫານ ບໍລິສັດ ອີແກດ ອິນເຕີເນເຊີ່ນນໍ ຈໍາກັດ (EGATi) ໄດ້ລົງຢ້ຽມຢາມ ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ທີ່ ເມືອງບໍລິຄັນ, ແຂວງ ບໍລິຄໍາໄຊ ເພື່ອຕິດຕາມຄວາມຄືບຫນ້າການກໍ່ສ້າງໂຄງການ, ວຽກງານດ້ານສິ່ງແວດລ້ອມ ແລະ ພັດທະນາດ້ານສັງຄົມ.

 

ໃນໄລຍະການຢ້ຽມຢາມ ຄະນະຜູ້ແທນໄດ້ລົງເຄື່ອນໄຫວຢ້ຽມຊົມເຂື່ອນໃຫຍ່ ແລະ ເຮືອນຈັກໄຟຟ້າ, ທັດສະນະ ແລະ ຢ້ຽມຢາມຄອບຄົວປະຊາຊົນ, ແພດໝໍທີ່ປະຈໍາການທີ່ສຸກສາລາ ແລະ ໂຮງຮຽນອະນຸບານບ້ານ ພູໂຮມໄຊ ເຊິ່ງບ້ານດັ່ງກ່າວແມ່ນບ້ານຍົກຍ້າຍຈັດສັນຂອງໂຄງການເຂື່ອນໄຟຟ້ານ້ຳງຽບ 1 ທີ່ຕັ້ງຢູ່ໃກ້ກັບເຂື່ອນດັດສົມຂອງໂຄງການ. ນອກຈາກນັ້ນທາງຄະນະຍັງໄດ້ເຂົ້າຢ້ຽມຢາມພະນັກງານວິຊາການທີ່ສູນສາທິດ ພູໂຮມໄຊ ເພື່ອຮັບຟັງການລາຍງານ ແລະ ຢ້ຽມຊົມວຽກງານການທົດລອງພືດ ແລະ ການພັດທະນາຊຸມຊົນຂອງໂຄງການ.

 

ການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ທີ່ໄດ້ເລີ່ມຕົ້ນຂຶ້ນໃນທ້າຍປີ 2014 ມາຮອດປະຈຸບັນມີຄວາມຄືບຫນ້າ ແລະ ສຳເລັດແລ້ວ 99 ສ່ວນຮ້ອຍ ແລະ ມີແຜນຈະເລີ່ມຜະລິດກະແສໄຟຟ້າໃນໄຕມາດທີສາມຂອງປີ 2019; ໃນນີ້ກະແສໄຟຟ້າ 95 ສ່ວນຮ້ອຍຈະສົ່ງຂາຍໃຫ້ປະເທດໄທ ແລະ ສ່ວນທີ່ເຫຼືອຈະນຳມາຊົມໃຊ້ພາຍໃນປະເທດ.

 

 

For more information, please contact

NNP1 Communication
Email: communications@namngiep1.com
Tel: 021 261 251
www.namngiep1.com