• Home
  • 9
  • ປະຊາຊົນໄດ້ຮັບເຮືອນຫຼັງໃໝ່ ຈາກໂຄງການເຂື່ອນໄຟຟ້ານໍ້າງຽບ 1

ປະຊາຊົນໄດ້ຮັບເຮືອນຫຼັງໃໝ່ ຈາກໂຄງການເຂື່ອນໄຟຟ້ານໍ້າງຽບ 1

ມ.ນ. 2, 2018 | ຂ່າວ

ໃນວັນທີ 27 ກຸມພາ 2018 ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໄດ້ຈັດພິທີມອບ-ຮັບເຮືອນ ແລະ ໃບຢັ້ງຢືນສິດການນຳໃຊ້ໃຫ້ແກ່ປະຊາຊົນ ຈາກເມືອງ ຮົ່ມ, ແຂວງ ໄຊສົມບູນ, ທີ່ຍົກຍ້າຍເຂົ້າມາບ້ານຈັດສັນພູໂຮມໄຊ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ທີ່ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໄດ້ສ້າງຂຶ້ນເພື່ອຮອງຮັບປະຊາຊົນທີ່ຖືກຜົນກະທົບຈາກໂຄງການ.

ມີປະຊາຊົນທັງໝົດ 479 ຄອບຄົວ ທີ່ເມືອງ ຮົ່ມ ໄດ້ຮັບຜົນກະທົບຈາກໂຄງການ ໃນນັ້ນ 51 ຄົວເຮືອນໄດ້ເລືອກຍົກຍ້າຍເຂົ້າມາອາໄສທີ່ບ້ານພູໂຮມໄຊ ສ່ວນຈຳນວນທີ່ເຫຼືອສະໝັກໃຈຍ້າຍໄປເຂດອື່ນພາຍຫຼັງທີ່ໄດ້ຮັບການຊົດເຊີຍຈາກໂຄງການ. ການກໍ່ສ້າງເຮືອນສຳລັບ 59 ຄົວເຮືອນ (ບາງຄອບຄົວແມ່ນຄອບຄົວໃຫຍ່ ສະນັ້ນເຂົ້າເຈົ້າຈະໄດ້ເຮືອນສອງຫຼັງ ອີງຕາມນະໂຍບາຍການຊົດເຊີຍ) ໄດ້ເລີ່ມຕົ້ນຂຶ້ນໃນທ້າຍປີ 2016 ແລະ ໃນວັນທີ 27 ກຸມພາ 2018 ກໍໄດ້ມອບເຮືອນ 47 ຫຼັງ ຢ່າງເປັນທາງການໃຫ້ເຈົ້າຂອງເຮືອນໄປຄຸ້ມຄອງ ແລະ ປົກປັກຮັກສາ, ສ່ວນເຮືອນທີ່ພວມກໍ່ສ້າງຈະມອບໃຫ້ພາຍຫຼັງໄດ້ສ້າງສຳເລັດ. ການມອບຮັບ-ເຮືອນທີ່ຈັດຂຶ້ນຄັ້ງນີ້ແມ່ນຄັ້ງທີສອງ, ສ່ວນຄັ້ງທໍາອິດໄດ້ຈັດຂຶ້ນໃນ ວັນທີ 25 ພະຈິກ ປີ 2017 ໂດຍການມອບເຮືອນ 24 ຫຼັງໃຫ້ຊາວບ້ານກຸ່ມທຳອິດທີ່ຍົກຍ້າຍມາຈາກບ້ານຫາດຊາຍຄຳ ເມືອງ ບໍລິຄັນ ແຂວງບໍລິຄຳໄຊ.

ມາຮອດປັດຈຸບັນ ມີ 83 ຄົວເຮືອນໄດ້ຍ້າຍເຂົ້າມາອາໄສໃນບ້ານຈັດສັນ ຊຶ່ງບ້ານດັ່ງກ່າວປະກອບມີສິ່ງອຳນວຍຄວາມສະດວກຕ່າງໆ ເຊັ່ນ: ນໍ້າປະປາ, ໄຟຟ້າ, ສຸກສາລາ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມສົມບູນ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ພ້ອມດ້ວຍທີ່ພັກຂອງຄູອາຈານ, ຕະຫຼາດ, ພື້ນທີ່ກະສິກຳ ພ້ອມດ້ວຍຊົນລະປະທານ ແລະ ຖະໜົນຫົນທາງທີ່ສາມາດນຳໃຊ້ໄດ້ຕະຫຼອດປີ.

ພິທີມອບ-ຮັບເຮືອນ ແລະ ໃບຢັ້ງຢືນສິດນຳໃຊ້ໃຫ້ແກ່ປະຊາຊົນຄັ້ງນີ້ ໄດ້ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສີຄໍາ ໄຊຍະວົງ ຄະນະປະຈໍາພັກເມືອງ ບໍລິຄັນ ປະທານກວດກາພັກ-ລັດ, ຮອງຫົວຫນ້າກອງເລຂາຄຸ້ມຄອງການຍົກຍ້າຍຈັດສັນ  ແຂວງ ບໍລິຄໍາໄຊ ແລະ ແຂວງ ໄຊສົມບູນ, ຄະນະບໍລິຫານອາວຸໂສຂອງບໍລິສັດໄຟຟ້ານໍ້າງຽບ 1 , ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນຊາວບ້ານພູໂຮມໄຊ.