• Home
  • 9
  • ຕ້ອນຮັບອົງການ JICA ປະຈຳລາວ ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງຄວາມຮ່ວມມື ລະຫວ່າງ ປະເທດໃນດ້ານພັດທະນາຂະແໜງອຸດສະຫະກຳພະລັງງານໃນ ສປປ ລາວ

ຕ້ອນຮັບອົງການ JICA ປະຈຳລາວ ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງຄວາມຮ່ວມມື ລະຫວ່າງ ປະເທດໃນດ້ານພັດທະນາຂະແໜງອຸດສະຫະກຳພະລັງງານໃນ ສປປ ລາວ

ມ.ຖ. 30, 2025 | ຂ່າວ

ໃນວັນທີ 12 ມິຖຸນາ 2025 ບໍລິສັດໄຟຟ້ານ້ຳງຽບ 1 ໄດ້ຕ້ອນຮັບຄະນະຜູ້ແທນລະດັບສູງຈາກອົງການ JICA ປະຈຳ ສປປ ລາວ ນຳໂດຍ ທ່ານນາງ ມີຢາໂກະ ໂກບາຢາຊິ (Ms. Miyako Kobayashi) ຫົວໜ້າຕົວແທນອົງການ JICA ປະຈຳ ສປປ ລາວ. ອົງການ JICA ມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນການພັດທະນາຂະແໜງອຸດສະຫະກຳພະລັງງານຂອງ ສປປ ລາວ ໃນຫຼາຍທົດສະຫວັດຜ່ານມາ ເປັນເຕົ້ນແມ່ນການລິເລີ່ມໂຄງການສ້າງມາດຕະຖານເຕັກນິກພະລັງງານໄຟຟ້າຂອງລາວ (LEPTS). ການຢ້ຽມຢາມຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງບົດບາດອັນສໍາຄັນຂອງພະລັງງານນໍ້າໃນ ສປປ ລາວ, ຊຶິ່ງໄດ້ຮັບການຂະໜານນາມວ່າເປັນ “ໝໍ້ໄຟແຫ່ງອາຊີຕາເວັນອອກສຽງໃຕ້” ພ້ອມທັງເປັນການເນັ້ນໜັກເຖິງສັດຕະຍາບັນຂອງພວກເຮົາຕໍ່ກັບການພັດທະນາພະລັງງານແບບຍືນຍົງຢູ່ໃນຂົງເຂດພາກພື້ນ.

ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນໄດ້ເດີນທາງໄປຢ້ຽມຊົມສະຖານທີ່ໆ ສຳຄັນຂອງໂຄງການ ໄດ້ແກ່ ເຂື່ອນໃຫຍ່, ໂຮງຈັກໄຟຟ້າ ແລະ ບ້ານຍົກຍ້າຍ-ຈັດສັນ ທີ່ໄດ້ຮັບການກໍ່ສ້າງເພື່ອຮອງຮັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງໂຄງການ. ທີມງານບໍລິສັດໄຟຟ້ານ້ຳງຽບ 1 ຂອງພວກເຮົາຍັງໄດ້ນຳສະເໜີພາບລວມຂອງການດຳເນີນງານໃນດ້ານຕ່າງໆ ຕັ້ງແຕ່ການກໍ່ສ້າງ, ການນຳເນີນການຜະລິດຂອງໂຮງໄຟຟ້າ ໄປຈົນເຖິງການບໍລິຫານຈັດການອຸປະກອນຕ່າງໆ.

ພວກເຮົາຍັງໄດ້ເນັ້ນໜັກໃຫ້ເຫັນເຖິງບັນດາກິດຈະກຳທີ່ພວກເຮົາພວມສືບຕໍ່ດຳເນີນການ ເພື່ອສະໜັບສະໜູນຊຸມຊົນຢ່າງຕໍ່ເນື່ອງ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ ແລະ ການຈັດຝຶກອົບຮົມດ້ານການກະເສດ ແນໃສ່ຍົກລະດັບຄຸນະພາບຊີວິດຂອງຊາວບ້ານ. ຄວາມພະຍາຍາມເຫຼົ່ານີ້ສະທ້ອນເຖິງຄວມມຸ່ງໝັ້ນຂອງພວກເຮົາທີ່ບໍ່ພຽງແຕ່ສຸມໃສ່ການພະລິດພະລັງງານ ແຕ່ຍັງລວມເຖິງການປະກອບສ່ວນທີ່ດີເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊຸມຊົນທ້ອງຖິ່ນອີກດ້ວຍ.

ການຢ້ຽມຊົມໃນຄັ້ງນີ້ ຍັງເປີດໂອກາດໃຫ້ເກີດການປຶກສາຫາລືຮ່ວມກັນກັບ ອົງການ JICA ປະຈຳ ສປປ ລາວ ໃນດ້ານຄວາມຮ່ວມມື ແລະ ການແລກປ່ຽນຄວາມຮູ້ໃນອະນາຄົດໃນຂົງເຂດຕ່າງໆ ເຊັ່ນ: ການພັດທະນາຊຸມຊົນ ແລະ ການບໍລິຫານຈັດການໂຄງການ.

ໃນຖານະຜູ້ມີບົດບາດສຳຄັນໃນການສົ່ງອອກພະລັງງານໄຟຟ້າຂ້າມຊາຍແດນຈາກປະເທດລາວ, ພວກເຮົາຍັງຈະຍຶດໝັ້ນເຮັດວຽກຮ່ວມກັບບັນດາສະຖາບັນສາກົນຕ່າງ ເຊັ່ນ:​ JICA, JBIC ແລະ ADB ເພື່ອສະໜັບສະໜູນການເຕີບໂຕຢ່າງຍືນຍົງຂອງຂະແໜງອຸດສະຫະກຳພະລັງງານຂອງ ລາວ ແລະ ປະກອບສ່ວນເຂົ້າໃນການເສີມສ້າງຄວາມໝັ້ນຄົງດ້ານພະລັງງານ

ຂອງພາກພື້ນ.