31 ຕຸລາ 2025 | ຂ່າວ
ວັນທີ 19 ກັນຍາ 2025 ບໍລິສັດໄຟຟ້ານ້ຳງຽບ 1 ຈໍາກັດ ໄດ້ຕ້ອນຮັບຄະນະຜູ້ແທນຜູ້ມີກຽດຈາກທະນາຄານພັດທະນາອາຊີ (ADB) ນໍາໂດຍ ທ່ານ ບາກາຟ ດັສກຸປຕາ (Mr. Bhargav Dasgupta), ຮອງປະທານທະນາຄານພັດທະນາອາຊີ (ຝ່າຍແກ້ໄຂຕະຫຼາດ), ແລະ ທ່ານ ນາງ ຊານນີ ແຄັມເບວ (Shanny Campbell), ຜູ້ອໍານວຍການທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າອາວຸໂສຈາກສຳນັກງານໃຫຍ່ຈາກ ນະຄອນຫຼວງມານິລາ, ບາງກອກ ແລະ ສຳນັກງານຜູ້ແທນທະນາຄານພັດທະນາອາຊີ ປະຈຳ ສປປ ລາວ.
ຄະນະຜູ້ແທນໄດ້ລົງຢ້ຽມຢາມສິ່ງກໍ່ສ້າງຂອງໂຄງການເຂື່ອນໄຟຟ້ານ້ຳງຽບ 1 ເປັນຕົ້ນແມ່ນເຂື່ອນໃຫຍ່ ແລະ ໂຮງໄຟຟ້າ, ສຸກສາລາ ແລະ ໂຮງຮຽນ ພ້ອມທັງພົບປະກັບນາຍບ້ານເຂດຍົກຍ້າຍຈັດສັນນຳອີກ. ການລົງຢ້ຽມຢາມຄັ້ງນີ້ ໄດ້ສ້າງໂອກາດໃຫ້ ທະນາຄານພັດທະນາອາຊີ, ບໍລິສັດໄຟຟ້ານ້ຳງຽບ 1 ຈໍາກັດ ແລະ ຜູ້ຕາງຫນ້າຊຸມຊົນ ສາມາດແລກປ່ຽນທັດສະນະກ່ຽວກັບຜົນສໍາເລັດໃນການດໍາເນີນງານ ແລະ ສິ່ງທ້າທາຍຂອງວຽກງານພັດທະນາຊຸມຊົນນຳອີກ.
ການປຶກສາຫາລືທີ່ສ້າງສັນໄດ້ເນັ້ນຫນັກເຖິງຄວາມສໍາຄັນຂອງການຮ່ວມມືຢ່າງໃກ້ຊິດລະຫວ່າງຄູ່ຮ່ວມພັດທະນາສາກົນ, ຜູ້ຈັດຕັ້ງປະຕິບັດໂຄງການ ແລະ ຊຸມຊົນທ້ອງຖິ່ນ ເພື່ອຮັບປະກັນຄວາມສໍາເລັດໃນໄລຍະຍາວຂອງໂຄງການ ໂດຍສະເພາະແມ່ນເອົາໃຈໃສ່ເປັນພິເສດຕໍ່ມາດຕະການປົກປັກຮັກສາສິ່ງແວດລ້ອມທີ່ຕິດພັນກັບພັນທະສັນຍາຂອງໂຄງການ ເຊັ່ນ: ໂຄງການຄຸ້ມຄອງອ່າງໂຕ່ງ ແລະ ການຊົດເຊີຍຊີວະນາໆພັນ. ຄວາມພະຍາຍາມເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ບໍລິສັດໄຟຟ້ານ້ຳງຽບ 1 ໃນການບັນລຸມາດຕະຖານທີ່ໄດ້ຕົກລົງກັນ ພ້ອມກັນນັ້ນກໍເປັນການປະກອບສ່ວນໃຫ້ແກ່ຊຸມຊົນອ້ອມຂ້າງ.
ບໍລິສັດໄຟຟ້ານ້ຳງຽບ 1 ຈໍາກັດ ຕີລາຄາສູງຕໍ່ການຮ່ວມມືທີ່ມີມາແຕ່ດົນນານກັບທະນາຄານພັດທະນາອາຊີ ແລະ ສືບຕໍ່ຮ່ວມມືກັນສະໜັບສະໜູນການພັດທະນາພະລັງງານແບບຍືນຍົງຂອງ ສປປ ລາວ ຕື່ມອີກ.


