ນະໂບບາຍທາງດ້ານສັງຄົມ

ເພື່ອຈັດການ ແລະ ຫຼຸດຜ່ອນ ຜົນກະທົບ ໂຄງການ ໄຟຟ້ານຳ້ງຽບ ທີ່ມີຕໍ່ປະຊາຊົນທ້ອງຖິ່ນ, ບໍລິສັດ ໄຟຟ້ານ້ຳງຽບ 1 ໄດ້ເຮັດວຽກຮ່ວມກັບ ອໍານາດ ການປົກຄອງທ້ອງຖິ່ນ ແລະ ສູນກາງ ເພື່ອໃຫ້ຖືກຕ້ອງຕາມ ແນວທາງ ທີ່ກໍານົດໄວ້ຕາມ ກົດໝາຍຂອງລາວ, ແລະ ໃນສັນຍາສຳປະທານ ທີ່ທາງບໍລິສັດ ເຮັດໄວ້ກັບລັດຖະບານລາວ, ຂໍ້ກຳນົດ ຂອງທະນາຄານ ພັດທະນາອາຊີວ່າດ້ວຍ ການປ້ອງກັນທາງດ້ານສັງຄົມ.(http://www.adb.org/documents/safeguard-policy-statement).

ຫ້ອງການຄຸ້ມຄອງສັງຄົມ ຂອງບໍລິສັດ ໄຟຟ້ານ້ຳງຽບ 1 ໄດ້ເຮັດວຽກຮ່ວມກັບ ຄະນະກຳມະການ ຍົກຍ້າຍຈັດສັນ ແລະ ການຟື້ນຟູຊີວິດການເປັນຢູ່ ຂອງແຂວງດ່ັງນີ້:

  • ໃຫ້ຄຳປືກສາແກ່ຊຸມຊົນ ແລະ ອຳນາດ ການປົກຄອງທ້ອງຖິ່ນ ໃນພື້ນທີ່ໂຄງການ ແລະ ອອກແບບໂຄງການ ໃຫ້ເປັນໄປຕາມຄວາມປາດຖະໜາຂອງປະຊາຊົນ.
  • ຮັບປະກັນການຊົດເຊີຍໃຫ້ມີຄວາມຍຸດຕິທຳ ຕໍ່ຄົນທີຖືກຜົນກະທົບຈາກໂຄງການ, ລວມທັງ ແມ່ຍິງ ແລະ ປະຊາຊົນບັນດາເຜົ່າ
  • ອອກແບບ ແລະ ກໍ່ສ້າງ ບ້ານຍົກຍ້າຍຈັດສັນ ສຳຫຼັບປະຊາຊົນທີ່ຢາກຍົກຍ້າຍ ຍ້ອນການກໍ່ສ້າງຂອງ ອ່າງເກັບນ້ຳຈຳນວນສອງອ່າງ.
  • ອອກແບບ ແລະ ຄຸ້ມຄອງແຜນງານ ຟື້ນຟູຊິວິດການເປັນຢູ່ ເພື່ອ ຊ່ວຍເຫຼືອປະຊາຊົນທີຖືກກະທົບ ຈາກໂຄງການ
  • ຈັດຕັ້ງປະຕິບັດ ແຜນງານຕ່າງໆ ເພື່ອຈັດການຕໍ່ຜົນກະທົບຕ່າງໆຕໍ່ການດຳລົງຊີວິດຂອງປະຊາຊົນ ທີ່ອາໃສໃນເຂດອ່າງ ເກັບນ້ຳ ແລະ ເຂດລຸ່ມເຂື່ອນ

ເພື່ອແກ້ໄຂຂໍ້ຂັດແຍ່ງ ກັບຜູ້ມີສ່ວນຮ່ວມຂອງໂຄງການ ເພື່ອຄວາມເປັນເອກະພາບ ແລະ ຍຸດຕິທໍາ ໄດ້ມີການຈັດຕັ້ງກົນໄກໃນການໄກ່ເກ່ຍ ການຮ້ອງທຸກ. ກົນໄກການຮ້ອງທຸກນີ້ ໄດ້ຮັບການອອກແບບໂດຍຜ່ານການ ປືກສາຫາລື ກັບປະຊາຊົນໃນ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນເຂດໂຄງການ, ໂດຍອີງໃສ່ການຖອດຖອນບົດຮຽນ ນຳໂຄງການ ໄຟຟ້າ ພະລັງນຳ້ອື່ນໆ. ຖ້າຫາກຜູ້ໃດບໍ່ພໍໃຈຕໍ່ການປະຕິບັດ ຂອງໂຄງການ ຫຼື ຕໍ່ຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ຊີວິດຂອງເຂົາເຈົ້າແມ່ນ ສາມາດ ລົງທະບຽນຟ້ອງຮ້ອງ ເບື້ອງຕົ້ນ ຂັ້ນບ້ານ. ການຮ້ອງຮຽນ ຈະໄດ້ຮັບການຮັບຟັງ ແລະ ກວດສອບໂດຍຄະນະກຳມະການຂັ້ນບ້ານ. ຖ້າຫາກວ່າຄະນະກຳມະການດັ່ງກ່າວ ເຫັນວ່າ ບໍລິສັດຕ້ອງໄດ້ເປັນຜູ້ດຳເນີນການຊົດເຊີຍ, ການຮ້ອງຂໍດັ່ງກ່າວ ຈະຖືກສົ່ງໃຫ້ບໍລິສັດ.

ພະນັກງານ ແລະ ຄະນະຜູ້ບໍລິຫານງານລະດັບສູງຂອງບໍລິສັດທຸກຄົນຈະປະຕິບັດຕາມນະໂຍບາຍດ້ານສັງຄົມລຸ່ມນີ້:

  • ຫຼີກ​ລ່ຽງ, ຫຼຸດ​ຜ່ອນ ແລະ ຄຸ້ມ​ຄອງ​ຜົນ​ກະ​ທົບ​ດ້ານ​ສັງ​ຄົມ, ລວມທັງ​ ແຕ່ບໍ່​ຈຳ​ກັດ​ສະ​ເພາະ​ແຕ່, ການ​ສ້າງຄວາມລໍາຄານໃຫ້ແກ່​​ຊຸມ​ຊົນ ແລະ ຜູ້​ທີ່​ໄດ້​ຮັບ​ຜົນ​ກ​ະ​ທົບ​ຈາກ​ໂຄງ​ການ;
  • ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ດ້ານ​ສຸ​ຂະ​ພາບ ແລະ ຄວາມ​ປອດ​ໄພຢູ່ໃນບ່ອນເຮັດວຽກ ເພື່ອ​ປົກ​ປ້ອງ​ສຸ​ຂະ​ພາບ ແລະ ຄວາມ​ປອດ​ໄພ​ຂອງ​ຊຸມ​ຊົນ;
  • ນັບ​ຖື​ສິດ​ສະ​ເ​ໝີ​ພາບ​ຂອງ​ທຸກ​ຊົນ​ເຜົ່າ​ໂດຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຫຼັກ​ການ ການ​ເຫັນ​ດີ​ເຫັນ​ພ້ອມ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ໂດຍ​ໄດ້​ຮັບ​ຂໍ້​ມູນ​ລ່ວງ​ໜ້າ ພ້ອມ​ທາງ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ ແລະ ການ​ຊົດ​ເຊີຍ ທີ່​ເທົ່າ​ທຽມ​ກັນ ຂອງ​ແຕ່​ລະ​ເພດ​ໄວ;
  • ສ້າງ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງານ​ພັດ​ທະ​ນາ ແລະ ປັບ​ປຸງ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໂຄງ​ການ;
  • ສ້າງ ແລະ ຕິດ​ຕາມ​ຂະ​ບວນ​ການ​ແກ້​ໄຂ​ຄຳ​ຮ້ອງ​ທຸກ​ສຳ​ລັບ​ພະ​ນັກ​ງານ ແລະ ຊຸມ​ຊົນ;
  • ສົ່ງ​ເສີມ​ໃຫ້​ມີ​ການ​ປັບ​ປຸງ​ຜົນ​ງານ​ດ້ານ​ສັງ​ຄົມ​ທີ່​ຕໍ່​ເນື່ອງ;
  • ສື່​ສານ​ຢ່າງ​ຈະ​ແຈ້ງ ແລະ ຝຶກ​ອົບ​ຮົມ​ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​​ຂອງໂຄງ​ການ​ຢ່າງ​ເປັນ​ປົກ​ກະ​ຕິ ເພື່ອ​ຍົກ​ລະ​ດັບ​ຄວາມ​ເຂົ້າ​ໃຈ​ຂອງ​ພວ​ກ​ເຂົາ​ກ່ຽວ​ກັບ​ວິ​ທີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ດ້ານ​ການ​​ຄຸ້ມ​ຄອງ​ສັງ​ຄົມ ແລະ ບັນ​ຫາ​ອື່ນໆ​ທີ່​ກ່ຽວ​ຂ້ອງ;
  • ຊຸກ​ຍູ້​ການ​ສື່​ສານ​ທີ່​ໂປ່ງ​ໃສ ແລະ ການ​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ທຸກໆ​ຜູ້​ທີ່​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ບົນ​ພື້ນ​ຖານຫຼັກ​ການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.