• Home
  • 9
  • ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໄດ້ຕິດຕັ້ງເຄື່ອງຈັກກັງຫັນນໍ້າເຄື່ອງທຳອິດທີ່ໂຮງຈັກໄຟຟ້າ

ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໄດ້ຕິດຕັ້ງເຄື່ອງຈັກກັງຫັນນໍ້າເຄື່ອງທຳອິດທີ່ໂຮງຈັກໄຟຟ້າ

ມ.ກ. 23, 2018 | ຂ່າວ

ໃນວັນທີ 1 ທັນວາ 2017 ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໄດ້ຈັດພິທີຕິດຕັ້ງເຄື່ອງຈັກກັງຫັນນ້ຳໄຟຟ້າເຄື່ອງທໍາອິດ ຈາກທັງຫມົດສອງເຄື່ອງ ທີ່ໂຮງຈັກໄຟຟ້າທີ່ເຂື່ອນໃຫຍ່ ທີ່ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ, ສປປ ລາວ ໂດຍການເຂົ້າຮ່ວມຈາກຫລາຍພາກສ່ວນ ເຊັ່ນ: ຄະນະບໍລິຫານງານ ແລະ ພະນັກງານຂອງໂຄງການເຂື່ອນໄຟຟ້ານ້ຳງຽບ 1, ຜູ້ຮັບເຫມົາ, ຜູ້ຕາງຫນ້າຈາກສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ສະມາຊິກຂອງຄະນະກໍາມະການຄວາມປອດໄພເຂື່ອນທີ່ຖືກແຕ່ງຕັ້ງໂດຍລັດຖະບານລາວ ແລະ ທີ່ປຶກສາດ້ານວິຊາການຂອງຜູ້ໃຫ້ທຶນກູ້ຢືມ.

ເຄື່ອງຈັກກັງຫັນນ້ຳທີ່ມີນ້ຳຫນັກ 30 ໂຕນ ເຊິ່ງແມ່ນຊິ້ນສ່ວນທໍາອິດຂອງລະບົບການຜະລິດພະລັງນ້ຳ ມີໜ້າທີ່ປ່ຽນພະລັງງານນໍ້າໃຫ້ກາຍມາເປັນພະລັງງານຫມູນວຽນກົນຈັກ ແລະ ຈາກນັ້ນຈະປ່ຽນມາເປັນພະລັງງານໄຟຟ້າດ້ວຍການເຊື່ອມຕໍ່ແກນຂອງເຄື່ອງຈັກກັງຫັນນໍ້າເຂົ້າກັບເຄື່ອງຈັກປັ່ນໄຟ.

ຊິ້ນສ່ວນສຳຄັນຂອງເຄື່ອງຈັກກັງຫັນນ້ຳໄດ້ຜະລິດດ້ວຍເຫລັກສະແຕນເລດທີ່ປະເທດຍີ່ປຸ່ນ ແລະ ປະກອບແຕ່ລະຊິ້ນສ່ວນເຂົ້າກັນໂດຍການຈອດ, ເຊື່ອມ ແລະ ຊ່ຽນ ທີ່ໂຮງງານ Hitachi ຂອງກຸ່ມບໍລິສັດ Mitsubishi Hitachi Power Systems ໃນເມືອງ Hitachi, ແຂວງ ອິບາຣະກິ (Ibaraki) ແຫ່ງປະເທດຍີ່ປູ່ນ. ຫຼັງຈາກຕິດຕັ້ງແລ້ວ, ສ່ວນທີ່ເຫຼືອຂອງເຄື່ອງຈັກກັງຫັນນ້ຳ ແລະ ເຄື່ອງຈັກປັ່ນໄຟຈະໄດ້ນຳມາປະກອບ ແລະ ຕິດຕັ້ງໃສ່ກັບແກນຂອງເຄື່ອງຈັກກັງຫັນນໍ້້າ ແລະ ເຄື່ອງປັ່ນໄຟ.

ການຕິດຕັ້ງເຄື່ອງຈັກກັງຫັນນ້ຳຫນ່ວຍທີສອງຄາດວ່າຈະມີຂຶ້ນໃນເດືອນກຸມພາ 2018.

ທ່ານ ໂຢຊິຮິໂຣ ຢາມາບາຢາຊິ (Mr. Yoshihiro Yamabayashi) ຜູ້ອໍານວຍການບໍລິສັດໄຟຟ້ານໍ້າງຽບ 1 ກ່າວວ່າ: “ການຕິດຕັ້ງເຄື່ອງຈັກກັງຫັນນໍ້າຫນ່ວຍທໍາອິດແມ່ນໄດ້ຖືກປະຕິບັດໄປຕາມແຜນ ແລະ ເປັນຂີດຫມາຍຫນຶ່ງທີ່ສໍາຄັນສໍາລັບໂຄງການເຂື່ອນໄຟຟ້ານ້ຳງຽບ 1 ໃນການຫັນປ່ຽນຈາກວຽກງານວິສະວະກໍາກໍ່ສ້າງ ໄປສູ່ວຽກງານການຕິດຕັ້ງເຄື່ອງຈັັກໄຟຟ້າ ແລະ ກົນຈັກ ເຊິ່ງເຄື່ອງຈັກເຫຼົ່ານີ້ກຳລັງຜະລິດ ແລະ ປະກອບຢູ່ໃນຫລາຍໂຮງງານທີ່ຕ່າງປະເທດ.”

ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ແມ່ນໂຄງການພະລັງງານໄຟຟ້າທີ່ມີກໍາລັງຕິດຕັ້ງ 290 ເມກາວັດທີ່ກໍາລັງກໍ່ສ້າງທີ່ແຂວງ ບໍລິຄຳໄຊ ແລະ ໄຊສົມບູນ ໂດຍປະກອບມີການກໍ່ສ້າງເຂື່ອນໄຟຟ້າສອງແຫ່ງ ແລະ ສອງເຮືອນຈັກໄຟຟ້າຕາມສາຍແມ່ນ້ຳງຽບ ໃນແຂວງບໍລິຄຳໄຊ ສປປ ລາວ. ການກໍ່ສ້າງໂຄງການແມ່ນເລີ່ມຕົ້ນໃນທ້າຍປີ 2014 ແລະ ປະກອບມີສີ່ຫນ້າວຽກຫລັກທີ່ສໍາຄັນເຊັ່ນ: ວຽກງານກໍ່ສ້າງ, ເຕັກໂນໂລຊີໄຟຟ້າ, ກົນຈັກນໍ້າ ແລະ ລະບົບສາຍສົ່ງ ແລະ ມາຮອດທ້າຍ ເດືອນຕຸລາ 2017 ກໍໄດ້ເລັດແລ້ວ 88 ສ່ວນຮ້ອຍ, 88 ສ່ວນຮ້ອຍ, 51 ສ່ວນຮ້ອຍ ແລະ 97 ສ່ວນຮ້ອຍ ຕາມລຳດັບ ແລະ ຄວາມຄືບຫນ້າຂອງການກໍ່ສ້າງທັງຫມົດໂດຍລວມແມ່ນ 86 ສ່ວນຮ້ອຍ ຕາມແຜນ ແລະ ຄາດວ່າຈະສໍາເລັດພາຍໃນໃນເດືອນສິງຫາ 2018. ການຜະລິດໄຟຟ້າຄາດວ່າຈະເລີ່ມຕົ້ນໃນປີ 2019 ແລະ ປະມານ 95 ສ່ວນຮ້ອຍ ຂອງໄຟຟ້າຈະຂາຍໃຫ້ປະເທດໄທ ແລະ ສ່ວນທີ່ເຫຼືອຈະຖືກນໍາໃຊ້ພາຍໃນປະເທດ.

ຈົບ.