ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຊຸກຍູ້ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ກຽມພ້ອມຮັບມືສະພາບອາກາດໃນລະດູຝົນ

ໃນວັນທີ 07 ມີຖູນາ 2020 ພະນະ ທ່ານ ປ.ອ. ສິນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະຂັ້ນກະຊວງ ແລະ ຂັ້ນແຂວງ ບໍລິຄຳໄຂ ໄດ້ລົງຢ້ຽມຢາມໂຄງການ ເຂື່ອນໄຟຟ້ານໍ້າງຽບ 1 ທີ່ ເມືອງບໍລິຄັນ, ແຂວງ ບໍລິຄໍາໄຊ ເພື່ອຕິດຕາມ ແລະ ກວດກາຄວາມພ້ອມຂອງໂຄງການໃນໄລຍະລະດູຝົນ.

ໃນໄລຍະການຢ້ຽມຢາມຄັ້ງນີ້ ທ່ານ ໂທຊິຮິໂຣ ຕະກະໂນະ (Mr. Toshihiro Takano) ຜູ້ອຳນວຍການ ບໍລິສັດ ໄຟຟ້ານໍ້າງຽບ 1 ຈໍາກັດ ພ້ອມທັງວິຊາການປະຈຳໂຄງການ ໄດ້ນຳສະເໜີຄວາມເປັນມາ ແລະ ຄວາມພ້ອມຂອງໂຄງການໃນການປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນໃນລະດູຝົນ ໂດຍລາຍງານໃຫ້ຄະນະຊາບວ່າ: ເຂື່ອນໄຟຟ້ານໍ້າງຽບ 1 ໄດ້ຮັບການກວດສອບ ແລະ ຮັບປະກັນຄວາມປອດໄພໃນໄລຍະການກໍ່ສ້າງໂດຍຊ່ຽວຊາສາກົນ, ໄດ້ຕິດຕັ້ງເຄື່ອງວັດແທກຄວາມໝັ້ນຄົງຂອງໂຕເຂື່ອນຫລາຍກວ່າ 200 ຈຸດ, ມີແຜນຮັບມືກັບໄຟພິບັດ ແລະ ລະບົບແຈ້ງເຕືອນປະຊາຊົນທີ່ອາໄສຢູ່ລຸ່ມເຂື່ອນໃນເວລາທີ່ມີການປ່ອຍນໍ້າອອກຈາກອ່າງກັກເກັບນໍ້າທຸກຄັ້ງ.

ໃນໄລຍະການລາຍລາຍງານສະພາບໂຄງການ ພະນະ ທ່ານ ປ.ອ. ສິນາວາ ໄດ້ແລກປ່ຽນຄໍາຄິດເຫັນ ແລະ ເນັ້ນໜັກໃຫ້ໂຄງການຈົ່ງເອົາໃຈໃສ່ຕື່ມອີກຕໍ່ຄວາມປອດໄພຂອງເຂື່ອນເພື່ອຫຼີກລ້ຽງຄວາມສ່ຽງທີ່ອາດຈະເກີດ ໂດຍສະເພາະໃນລະດູຝົນນີ້ ແລະ ໄດ້ລົງຕິດຕາມເຂື່ອນໃຫຍ່ ພ້ອມທັງເຮືອນຈັກໄຟ ເພື່ອກວດເບີ່ງສະພາບຕົວຈິງ.

ການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ຂະໜາດ 290 ເມກາວັດ ໄດ້ເລີ່ມຕົ້ນຂຶ້ນໃນທ້າຍປີ 2014 ແລະ ໄດ້ສໍາເລັດໃນປີ 2018 ແລະ ການຜະລິດໄດ້ໄດ້ເລີ່ມຂຶ້ນໃນວັນທີ 5 ກັນຍາ 2019.