ສົ່ງເສີມລ້ຽງສັດປີກໃຫ້ເປັນສິນຄ້າ

ໃນລະວ່າງວັນທີ 14-15 ພຶດສະພາ 2019, ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ໄດ້ຈັດຝຶກອົບຮົມການລ້ຽງສັດປີກແບບຫັນເປັນທຸລະກິດໃຫ້ແກ່ປະຊາຊົນ 26 ຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການ ທີ່ເຂດບ້ານທ່າວຽງ, ເມືອງທ່າໂທມ, ແຂວງໄຊສົມບູນ.

ໃນໄລຍະການຝຶກອົບຮົມ ວິຊາການຈາກໂຄງການ ແລະ ວິຊາການຈາກໜ່ວຍງານລ້ຽງສັດເມືອງທ່າໂທມ ໄດ້ໃຫ້ຄວາມຮູ້ ແລະ ແນະນຳຂັ້ນຕອນການລ້ຽງສັດປີກທີ່ຖືກຕ້ອງ ໂດຍເລີ່ມຈາກການເຮັດຄອກທີ່ຖືກວິທີຈົນເຖິງການວິນິດໄສໂລກ, ການສັກຢາກັນພະຍາດ ແລະ ປິ່ນປົວພະຍາດຕ່າງໆ ທີ່ອາດຈະເກີດກັບໄກ່ໄດ້.

ການລ້ຽງໄກ່ຂອງຊຸມຊົນແມ່ນໜຶ່ງໃນຫລາຍກິດຈະກຳທີ່ໂຄງການໄດ້ໃຫ້ການສົ່ງເສີມ ເພື່ອແນໃສ່ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຍິ່ງຂຶ້ນ.