ວັນທີ 23 ເມສາ 2025 | ຂ່າວສານ
ບໍລິສັດໄຟຟ້ານ້ຳງຽບ 1 (NNP1PC) ໄດ້ສຳເລັດການຕໍ່ຮັບຮອງໃບຢັ້ງຢືນມາດຕະຖານສາກົນ ISO 14001: 2015 ໃນໄຕມາດທຳອິດຂອງປີ 2025, ຊຶ່ງເປັນການຢັ້ງຢືນຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງບໍລິສັດໃນການບໍລິຫານຈັດການສິ່ງແວດລ້ອມຢ່າງມີຄວາມຮັບຜິດຊອບ ແລະ ຍືນຍົງ.
ການຮັບຮອງມາດຕະຖານສາກົນ ISO 14001: 2015 ແມ່ນນຳໃຊ້ເຂົ້າໃນການດຳເນີນງານທີ່ສຳຄັນຂອງບໍລິສັດໃນການຜະລິດ ແລະ ຈຳໜ່າຍພະລັງງານຈາກໂຄງການໄຟຟ້າພະລັງນ້ຳທີ່ມີກຳລັງຕິດຕັ້ງ 290 ເມກາວັດ ຂອງບໍລິສັດ, ຊຶ່ງມີຜົນບັງຄັບໃຊ້ຈົນເຖິງວັນທີ 14/03/2028.
ມາດຕະຖານ ISO 14001: 2015 ເປັນມາດຕະຖານສາກົນທີ່ໄດ້ຮັບການຍອມຮັບໃນລະດັບສາກົນ ທີ່ຊ່ວຍໃຫ້ອົງການຈັດຕັ້ງສາມາດຍົກລະດັບການປະຕິບັດງານດ້ານສິ່ງແວດລ້ອມ ໂດຍຜ່ານການບໍລິຫານຊັບພະກອນທີ່ມີປະສິດທິພາບ, ປ້ອງກັນມົນລະພິດ ແລະ ຫຼຸດຜ່ອນສິ່ງເສດເຫລືອ. ບໍລິສັດໄຟຟ້ານ້ຳງຽບ 1 ໄດ້ຮວບຮວມເອົາແນວທາງປະຕິບັດທີ່ດີທີ່ສຸດມານຳໃຊ້ໃນການດຳເນີນງານຂອງບໍລິສັດໃນແຕ່ລະວັນ, ຊຶ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການບໍລິຫານຈັດການໂຄງການໄຟຟ້າພະລັງນ້ຳແບບຍືນຍົງ.
ການຕໍ່ອາຍຸການຮັບຮອງໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕັ້ງໜ້າຂອງບໍລິສັດໃນການພັດທະນາລະບົບການຈັດການສິ່ງແວດລ້ອມ (EMS) ແລະ ການປັບປຸງປະສິດຕິພາບດ້ານສິ່ງແວດລ້ອມຢ່າງຕໍ່ເນື່ອງ. ເພື່ອຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມ ພ້ອມທັງເປັນການປະກອບສ່ວນເຂົ້າໃນການສົ່ງເສີມການຂະຫຍາຍຕົວຂອງພະລັງງານທີ່ສະອາດນຳອີກ.
ບໍລິສັດໄຟຟ້ານ້ຳງຽບ 1 ດຳເນີນໂຄງການເຂື່ອນໄຟຟ້າພະລັງນ້ຳໃນແຂວງບໍລິຄຳໄຊ ແລະ ໄຊສົມບູນຂອງ ສປປ ລາວ. ໂຄງການໄດ້ຮັບການພັດທະນາ ແລະ ດຳເນີນງານຕາມມາດຕະຖານຄຸ້ມຄອງດ້ານສິ່ງແວດລ້ອມລະດັບສູງ, ຊຶ່ງຖືກກຳນົດໄວ້ໃນສັນຍາສຳປະທານກັບລັດຖະບານ ສປປ ລາວ ແລະ ໄດ້ສອດຄ່ອງກັບຄວາມຄາດຫວັງຂອງບັນດາສະຖານບັນການເງິນສາກົນ, ຊຶ່ງລວມມີ ທະນາຄານພັດທະນາອາຊີ (ADB) ແລະ ທະນາຄານຍີ່ປຸ່ນເພື່ອການຮ່ວມມືສາກົນ (JBIC).
ສ່ວນໜຶ່ງຂອງວິໄສທັດໃນໄລຍະຍາວ, ບໍລິສັດໄຟຟ້ານ້ຳງຽບ 1 ມຸ່ງໝັ້ນສ້າງບົດບາດຂອງຕົນຢ່າງເລິກເຊິ່ງຕໍ່ການພັດທະນາໂຄງການພະລັງງານທີ່ສະອາດຂອງຊາດ ພ້ອມທັງຍຶດໝັ້ນໃນຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມໃນທຸກໆ ດ້ານ ຂອງການດຳເນີນງານ, ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມໝັ້ນຄົງດ້ານພະລັງງານຂອງ ສປປ ລາວ.


