• Home
  • 9
  • ກະຊວງພະລັງງານ ແລະບໍ່ແຮ່ ຍ້ອງຍໍບຸກຄົນ ແລະ ກົມກອງທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາໂຄງການເຂື່ອນໄຟຟ້ານ້ຳງຽບ 1

ກະຊວງພະລັງງານ ແລະບໍ່ແຮ່ ຍ້ອງຍໍບຸກຄົນ ແລະ ກົມກອງທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາໂຄງການເຂື່ອນໄຟຟ້ານ້ຳງຽບ 1

ມ.ນ. 7, 2025 | ຂ່າວ

ວັນທີ 5 ມີນາ 2025 | ຂ່າວ

ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ສ.ປ.ປ. ລາວ ໄດ້ມອບໃບຍ້ອງຍໍ ແລະ ປະດັບຫລຽນໄຊແຮງງານໃຫ້ບັນດາບຸກຄົນທີ່ມີຜົນງານດີເດັ່ນໃນການພັດທະນາໂຄງການເຂື່ອນໄຟຟ້ານ້ຳງຽບ 1.

ພິທີປະດັບຫລຽນໄຊແຮງງານ ແລະ ມອບໃບຍ້ອງຍໍໄດ້ຈັດຂຶ້ນຢ່າງເປັນທາງການທີ່ຫໍປະຊຸມແຫ່ງຊາດໃນວັນທີ 5 ມີນາ 2025 ທີ່ນະຄອນຫລວງວຽຈັນ ໂດຍໃຫ້ກຽດມອບໂດຍ ພະນະທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ໃນບັນດາກົມກອງທີ່ໄດ້ຮັບໃບຍ້ອງຍໍ ແລະ ປະດັບຫລຽນໄຊແຮງງານປະກອບມີ ບໍລິສັດ ໄຟຟ້ານ້ຳງຽບ 1 ຈຳກັດ , ຊຶ່ງຕາງໜ້າຮັບເອົາ ໂດຍ ທ່ານ ທາກາຢູກິ ໂດອິ (Mr. Takayuki Doi), ຜູ້ອຳນວຍໃຫຍ່ ບໍລິສັດໄຟຟ້ານ້ຳງຽບ 1 ຈຳກັດ.

ໃນພິທີປະດັບຫລຽນໄຊແຮງງານ ທ່ານ ໂດອິ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ຄືອຳນາດການປົກຄອງແຂວງບໍລິຄຳໄຊ ແລະ ແຂວງໄຊສົມບູນ ພ້ອມດ້ວຍຊຸມຊົນທ້ອງຖິ່ນທີ່ກ່ຽວຂ້ອງທີ່ໄດ້ຊຸກຍູ້ ແລະ ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ຈົນເຮັດໃຫ້ໂຄງການບັນລຸຜົນສຳເລັດຕາມລະດັບຄາດໝາຍ.

ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງບັນດາຜູ້ຖືຮຸ້ນຂອງບໍລິສັດ ໂດຍສະເພາະ ລັດວິສາຫະກິດຖືຫຸ້ນລາວ (ລຮລ) ທີ່ໄດ້ຊ່ວຍຊຸກຍູ້ສາຍພົວພັນທີ່ເຂັ້ມແຂງ ແລະ ມີປະສິດທິຜົນກັບພາກສ່ວນກ່ຽວຂ້ອງຂອງລັດຖະບານ.

ຜູ້ທີ່ໄດ້ຮັບການຍ້ອງຍໍ ແລະ ປະດັບຫລຽນໄຊແຮງງານໃນຄັ້ງນີ້ ປະກອບມີ ເຈົ້າທີ່ລັດຖະບານຈຳນວນ 43 ຄົນ, ຊຶ່ງໃນນັ້ນລວມມີສະມາຊິກຈາກ ລຮລ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາໂຄງການຕັ້ງແຕ່ເລີ່ມຕົ້ນ.

ຄວາມທຸ່ມເທ ແລະ ການອຸທິດຂອງບຸກຄົນດັ່ງກ່າວໄດ້ມີບົດບາດອັນສໍາຄັນຕໍ່ຜົນສຳເລັດການກໍ່ສ້າງ ແລະ ການຈັດຕັ້ງປະຕິບັດຂອງໂຄງການ.

ໃນຕໍ່ໜ້າ, ບໍລິສັດໄຟຟ້ານ້ຳງຽບ 1 ມຸ່ງໝັ້ນທີ່ຈະຄຸ້ມຄອງບໍລິຫານຈັດການໂຄງການດ້ວຍຄວາມຮັບຜິດຊອບສູງຕະຫຼອດໄລຍະເວລາສຳປະທານ 27 ປີ ແລະ ຮັບປະກັນໃຫ້ໂຄງການສາມາດສືບຕໍ່ດຳເນີນງານໃນໄລຍະຍາວພາຍຫລັງການສົ່ງ-ມອບໃຫ້ແກ່ລັດຖະບານລາວ.

ໃນຖານະເປັນໜຶ່ງໃນຜູ້ສະໜອງພະລັງງານທີ່ສະອາດຊັ້ນນໍາໃນອາຊຽນ, ບໍລິສັດໄຟຟ້ານ້ຳງຽບ 1 ຈຳກັດ ຈະສືບຕໍ່ຜະລິດພະລັງງານທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ປະກອບສ່ວນເຂົ້າໃນວຽກງານພັດທະນາພະລັງງານຂອງ ສປປ ລາວ ໃນອານາຄົດ.