ເພື່ອຈັດການ ແລະ ຫຼຸດຜ່ອນ ຜົນກະທົບ ໂຄງການ ໄຟຟ້ານຳ້ງຽບ ທີ່ມີຕໍ່ປະຊາຊົນທ້ອງຖິ່ນ, ບໍລິສັດ ໄຟຟ້ານ້ຳງຽບ 1 ໄດ້ເຮັດວຽກຮ່ວມກັບ ອໍານາດ ການປົກຄອງທ້ອງຖິ່ນ ແລະ ສູນກາງ ເພື່ອໃຫ້ຖືກຕ້ອງຕາມ ແນວທາງ ທີ່ກໍານົດໄວ້ຕາມ ກົດໝາຍຂອງລາວ, ແລະ ໃນສັນຍາສຳປະທານ ທີ່ທາງບໍລິສັດ ເຮັດໄວ້ກັບລັດຖະບານລາວ, ຂໍ້ກຳນົດ ຂອງທະນາຄານ ພັດທະນາອາຊີວ່າດ້ວຍ ການປ້ອງກັນທາງດ້ານສັງຄົມ.(http://www.adb.org/documents/safeguard-policy-statement).
ຫ້ອງການຄຸ້ມຄອງສັງຄົມ ຂອງບໍລິສັດ ໄຟຟ້ານ້ຳງຽບ 1 ໄດ້ເຮັດວຽກຮ່ວມກັບ ຄະນະກຳມະການ ຍົກຍ້າຍຈັດສັນ ແລະ ການຟື້ນຟູຊີວິດການເປັນຢູ່ ຂອງແຂວງດ່ັງນີ້:
- ໃຫ້ຄຳປືກສາແກ່ຊຸມຊົນ ແລະ ອຳນາດ ການປົກຄອງທ້ອງຖິ່ນ ໃນພື້ນທີ່ໂຄງການ ແລະ ອອກແບບໂຄງການ ໃຫ້ເປັນໄປຕາມຄວາມປາດຖະໜາຂອງປະຊາຊົນ.
- ຮັບປະກັນການຊົດເຊີຍໃຫ້ມີຄວາມຍຸດຕິທຳ ຕໍ່ຄົນທີຖືກຜົນກະທົບຈາກໂຄງການ, ລວມທັງ ແມ່ຍິງ ແລະ ປະຊາຊົນບັນດາເຜົ່າ
- ອອກແບບ ແລະ ກໍ່ສ້າງ ບ້ານຍົກຍ້າຍຈັດສັນ ສຳຫຼັບປະຊາຊົນທີ່ຢາກຍົກຍ້າຍ ຍ້ອນການກໍ່ສ້າງຂອງ ອ່າງເກັບນ້ຳຈຳນວນສອງອ່າງ.
- ອອກແບບ ແລະ ຄຸ້ມຄອງແຜນງານ ຟື້ນຟູຊິວິດການເປັນຢູ່ ເພື່ອ ຊ່ວຍເຫຼືອປະຊາຊົນທີຖືກກະທົບ ຈາກໂຄງການ
- ຈັດຕັ້ງປະຕິບັດ ແຜນງານຕ່າງໆ ເພື່ອຈັດການຕໍ່ຜົນກະທົບຕ່າງໆຕໍ່ການດຳລົງຊີວິດຂອງປະຊາຊົນ ທີ່ອາໃສໃນເຂດອ່າງ ເກັບນ້ຳ ແລະ ເຂດລຸ່ມເຂື່ອນ
ເພື່ອແກ້ໄຂຂໍ້ຂັດແຍ່ງ ກັບຜູ້ມີສ່ວນຮ່ວມຂອງໂຄງການ ເພື່ອຄວາມເປັນເອກະພາບ ແລະ ຍຸດຕິທໍາ ໄດ້ມີການຈັດຕັ້ງກົນໄກໃນການໄກ່ເກ່ຍ ການຮ້ອງທຸກ. ກົນໄກການຮ້ອງທຸກນີ້ ໄດ້ຮັບການອອກແບບໂດຍຜ່ານການ ປືກສາຫາລື ກັບປະຊາຊົນໃນ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນເຂດໂຄງການ, ໂດຍອີງໃສ່ການຖອດຖອນບົດຮຽນ ນຳໂຄງການ ໄຟຟ້າ ພະລັງນຳ້ອື່ນໆ. ຖ້າຫາກຜູ້ໃດບໍ່ພໍໃຈຕໍ່ການປະຕິບັດ ຂອງໂຄງການ ຫຼື ຕໍ່ຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ຊີວິດຂອງເຂົາເຈົ້າແມ່ນ ສາມາດ ລົງທະບຽນຟ້ອງຮ້ອງ ເບື້ອງຕົ້ນ ຂັ້ນບ້ານ. ການຮ້ອງຮຽນ ຈະໄດ້ຮັບການຮັບຟັງ ແລະ ກວດສອບໂດຍຄະນະກຳມະການຂັ້ນບ້ານ. ຖ້າຫາກວ່າຄະນະກຳມະການດັ່ງກ່າວ ເຫັນວ່າ ບໍລິສັດຕ້ອງໄດ້ເປັນຜູ້ດຳເນີນການຊົດເຊີຍ, ການຮ້ອງຂໍດັ່ງກ່າວ ຈະຖືກສົ່ງໃຫ້ບໍລິສັດ.
ພະນັກງານ ແລະ ຄະນະຜູ້ບໍລິຫານງານລະດັບສູງຂອງບໍລິສັດທຸກຄົນຈະປະຕິບັດຕາມນະໂຍບາຍດ້ານສັງຄົມລຸ່ມນີ້:
- ຫຼີກລ່ຽງ, ຫຼຸດຜ່ອນ ແລະ ຄຸ້ມຄອງຜົນກະທົບດ້ານສັງຄົມ, ລວມທັງ ແຕ່ບໍ່ຈຳກັດສະເພາະແຕ່, ການສ້າງຄວາມລໍາຄານໃຫ້ແກ່ຊຸມຊົນ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ;
- ມີການຈັດຕັ້ງປະຕິບັດດ້ານສຸຂະພາບ ແລະ ຄວາມປອດໄພຢູ່ໃນບ່ອນເຮັດວຽກ ເພື່ອປົກປ້ອງສຸຂະພາບ ແລະ ຄວາມປອດໄພຂອງຊຸມຊົນ;
- ນັບຖືສິດສະເໝີພາບຂອງທຸກຊົນເຜົ່າໂດຍການຈັດຕັ້ງປະຕິບັດຫຼັກການ ການເຫັນດີເຫັນພ້ອມດ້ວຍຄວາມສະໝັກໃຈ ໂດຍໄດ້ຮັບຂໍ້ມູນລ່ວງໜ້າ ພ້ອມທາງຮັບປະກັນການປະຕິບັດ ແລະ ການຊົດເຊີຍ ທີ່ເທົ່າທຽມກັນ ຂອງແຕ່ລະເພດໄວ;
- ສ້າງ ແລະ ຈັດຕັ້ງປະຕິບັດແຜນງານພັດທະນາ ແລະ ປັບປຸງດ້ານຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ;
- ສ້າງ ແລະ ຕິດຕາມຂະບວນການແກ້ໄຂຄຳຮ້ອງທຸກສຳລັບພະນັກງານ ແລະ ຊຸມຊົນ;
- ສົ່ງເສີມໃຫ້ມີການປັບປຸງຜົນງານດ້ານສັງຄົມທີ່ຕໍ່ເນື່ອງ;
- ສື່ສານຢ່າງຈະແຈ້ງ ແລະ ຝຶກອົບຮົມພະນັກງານ ແລະ ຜູ້ຮັບເໝົາຂອງໂຄງການຢ່າງເປັນປົກກະຕິ ເພື່ອຍົກລະດັບຄວາມເຂົ້າໃຈຂອງພວກເຂົາກ່ຽວກັບວິທີການຈັດຕັ້ງປະຕິບັດດ້ານການຄຸ້ມຄອງສັງຄົມ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ;
- ຊຸກຍູ້ການສື່ສານທີ່ໂປ່ງໃສ ແລະ ການເຮັດວຽກຮ່ວມກັນກັບທຸກໆຜູ້ທີ່ມີສ່ວນຮ່ວມຢ່າງຕັ້ງໜ້າ ບົນພື້ນຖານຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດ.