ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໄດ້ເລີ່ມການກັກເກັບນໍ້າທີ່ອ່າງເກັບນໍ້າຂອງເຂື່ອນໃຫຍ່ ໃນວັນທີ 15 ພຶດສະພາ ປີ 2018 ແລະ ຄາດວ່າລະດັບນໍ້າສູງສຸດໃນອ່າງເກັບນໍ້າຈະບັນລຸໃນເດືອນທັນວາ 2018.
ການກັກເກັບນໍ້າໃນເຂື່ອນຄອນກີດອັດແໜ້ນທີ່ສູງທີ່ສຸດໃນປະເທດລາວ ແລະ ພາກພື້ນ ຈະແບ່ງອອກເປັນສອງໄລຍະ ໃນຂະນະທີ່ກໍາລັງກໍ່ສ້າງ ແລະ ຕິດຕັ້ງປະຕູລະບາຍນໍ້າໃນເຂື່ອນດັ່ງກ່າວ. ໃນໄລຍະເບື້ອງຕົ້ນ ນັບແຕ່ ເດືອນ ພຶດສະພາ ຫາ ເດືອນ ກໍລະກົດ 2018, ລະດັບນໍ້າຄາດວ່າຈະສູງເຖິງ 312 ແມັດ ເມື່ອທຽບໃສ່ລະດັບໜ້ານໍ້າທະເລໃນລະດັບປົກກະຕິປະມານ 190 ແມັດ ເຊິ່ງໃນໄລຍະນີ້ ປະຕູລະບາຍນໍ້າທຳອິດຈະຖືກຕິດຕັ້ງ ແລະ ນໍ້າທີ່ເກີນລະດັບດັ່ງກ່າວຈະຖືກປ່ອຍອອກຈາກປະຕູລະບາຍນໍ້ານີ້. ສ່ວນປະຕູລະບາຍນໍ້າສ່ວນທີ່ເຫຼືອຈະສ້າງ ແລະ ຕິດຕັ້ງໃຫ້ສຳເລັດໃນເດືອນມັງກອນ 2019.
ອີງຕາມປະລິມານນໍ້າຝົນ ແລະ ການໄຫຼຂອງນໍ້າເຂົ້າສູ່ອ່າງຕາມປົກກະຕິ ລະດັບນໍ້າໃນໄລຍະທີສອງຂອງການກັກເກັບນໍ້າ ຈາກເດືອນຕຸລາ ຫາ ເດືອນທັນວາ 2018 ຄາດວ່າຈະສູງສຸດເຖິງ 320 ແມັດ ໃນເດືອນ ທັນວາ 2018 ຈາກລະດັບໜ້ານໍ້າທະເລ.
ໃນໄລຍະນີ້, ບັນດາຊຸມຊົນທີ່ອາໄສຢູ່ເຂດເທິງເຂື່ອນ ແລະ ລຸ່ມເຂື່ອນຂອງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ທີ່ແຂວງ ບໍລິຄໍາໄຊ ແລະ ແຂວງ ໄຊສົມບູນ ໄດ້ຮັບຄຳແນະນໍາໃຫ້ເຝົ້າລະວັງເຖິງການຄ່ອຍເພີ່ມຂຶ້ນຂອງລະດັບນໍ້າໃນເຂື່ອນທີ່ມີໄລຍະຍາວ 75 ກິໂລແມັດ ນັບຈາກໜ້າເຂື່ອນທີ່ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ.
“ຂ້າພະເຈົ້າຂໍຂອບໃຈທຸກຄົນ ແລະ ທຸກພາກສ່ວນທີ່ໄດ້ເຮັດວຽກຢ່າງໜັກໃນການບັນລຸຂີດໝາຍທີ່ສໍາຄັນນີ້ ເຊິ່ງ ແມ່ນຜົນສຳເລັດທີ່ຫຍິ່ງໃຫຍ່ອັນໜຶ່ງທີ່ຈະເຮັດໃຫ້ການເລີ່ມທົດທອງຈັກຜະລິດໄຟສອງເຄື່ອງໃນທ້າຍ ປີ 2018 ຫຍັບເຂົ້າມາໃກ້ອີກກ້າວໜຶ່ງ,” ທ່ານ ໂຢຊິຮີໂຣ ຢາມາບາຢາຊິ (Mr. Yoshihiro Yamabayashi), ຜູ້ອໍານວຍການຂອງ ບໍລິສັດ ໄຟຟ້ານໍ້າງຽບ 1 ຈຳກັດ ກ່າວໃນພິທີສະເຫຼີມສະຫຼອງການກັກເກັບນໍ້າທີ່ອ່າງເກັບນໍ້າທີ່ເຂື່ອນໃຫຍ່ ຂອງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ທີ່ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ 2018 ທີ່ສະໂມສອນບ້ານຈັດສັນ ພູໂຮມໄຊ, ເມືອງບໍລິຄັນ, ແຂວງ ບໍລິຄຳໄຊ ເຊິ່ງ ພິທີດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍທ່ານເຈົ້າແຂວງໄຊສົມບູນ ແລະ ທ່ານຮອງເຈົ້າແຂວງ ບໍລິຄໍຳໄຊ, ເອກອັກຂະລາຊາທູດປະເທດຍີ່ປຸ່ນປະຈຳ ສ.ປ.ປ. ລາວ, ຕາງໜ້າຈາກສະຖານທູດຣາຊາອານາຈັກໄທ ແລະ ສສ ຫຽວດນາມ ປະຈຳ ສ.ປ.ປ. ລາວ, ການນໍາລັດຂັ້ນກົມຈາກກະຊວງທີ່ກ່ຽວຂ້ອງ, ອຳນາດການປົກຄອງເມືອງ, ບ້ານ, ຕາງໜ້າຜູ້ຖືຮຸ້ນ ແລະ ຄະນະສະພາບໍລິຫານຂອງໂຄງການ, ບໍລິສັດຮັບເໝົາ, ບໍລິສັດຮັບເໝົາຊ່ວງຕໍ່ ແລະ ຄະນະບໍລິຫານງານ ແລະ ພະນັກງານຂອງບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ. ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍການຮ່ວມມືກັນລະຫວ່າງ ບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ ແລະ ບໍລິສັດ ໂອບາຢາຊິ ຄໍໂອແປເຣີຍເຊິນ (Obayashi Corporation) ເຊິ່ງແມ່ນ ບໍລິສັດຮັບຜິດຊອບວຽກງານກໍ່ສ້າງຂອງໂຄງການ.
“ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ແມ່ນຫນຶ່ງໃນບັນດາໂຄງການບູລິມະສິດອັນສຳຄັນຂອງລັດຖະບານລາວ ແລະ ຈະປະກອບສ່ວນອັນໃຫຍ່ຫຼວງຕໍ່ການພັດທະນາຂອງ ສ.ປ.ປ. ລາວ,” ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄໍາໄຊ ກ່າວໃນພິທີກັກເກັບນໍ້າ ໃນວັນທີ 25 ພຶດສະພາ 2018.
“ຂ້າພະເຈົ້າຂໍສະແດງຄວາມນັບຖືຢ່າງສູງສຸດມາຍັງບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ ແລະ ທຸກໆ ພາກສ່ວນທີ່ໄດ້ປະກອບສ່ວນເຂົ້າໃນໂຄງການທີ່ສຳຄັນນີ້ ເຊິ່ງຂ້າພະເຈົ້າເຊື່ອວ່າມັນຈະຊ່ວຍສ້າງພື້ນຖານທີ່ເຂັ້ມແຂງສຳລັບການພັດທະນາແບບຍືນຍົງຂອງ ສ.ປ.ປ. ລາວ ໃນການຫຼຸດຜ່ອນອອກຈາກລາຍຊື່ປະເທດທີ່ດ້ວຍພັດທະນາທີ່ສຸດ,” ພະນະທ່ານ ຕາກາຊິ ຮິກິຮາຣາ (Mr.Takeshi Hikihara) ເອກອັກຂະລາຊາທູດປະເທດຍີ່ປຸ່ນປະຈຳ ສ.ປ.ປ. ລາວ ກ່າວໃນພິທິການກັກເກັບນໍ້າໃນອ່າງທີ່ເຂື່ອນໃຫຍ່.
ໂຄງການ ເຂື່ອນໄຟຟ້ານໍ້າງຽບ 1 ມີກໍາລັງຕິດຕັ້ງ 290 ເມກາວັດ ແລະ ປະກອບມີສອງເຂື່ອນ ແລະ ສອງເຮືອນຈັກທີ່ຕັ້ງຢູ່ແມ່ນໍ້າງຽບທີ່ແຂວງ ບໍລິຄໍາໄຊ. ນັບຕັ້ງແຕ່ໄດ້ເລີ່ມຕົ້ນກໍ່ສ້າງ ໃນເດືອນ ສິງຫາ 2014 ກໍມີຄວາມຄືບໜ້າປະມານ 95 ສ່ວນຮ້ອຍ ໃນທ້າຍເດືອນ ເມສາ 2018.
ການກໍ່ສ້າງເຂື່ອນໃຫຍ່ຂອງໂຄງການ ດ້ວຍຄອນກຣີດອັດແໜ້ນປະມານ 2.3 ລ້ານແມັດກ້ອນ ທີ່ໄດ້ເລີ່ມຂຶ້ນໃນປີ 2016 ໄດ້ສຳເລັດລົງ ໃນວັນທີ 29 ເດືອນ ເມສາ ປີ 2018 ແລະ ການກັກເກັບນໍ້າທີ່ອ່າງເກັບນໍ້າເຂື່ອນໃຫຍ່ກໍໄດ້ເລີ່ມຂຶ້ນ ໃນວັນທີ 15 ພຶດສະພາ 2018. ເຂື່ອນໃຫຍ່ມີຄວາມສູງເຖິງ 167 ແມັດ, ຄວາມຍາວ 530 ແມັດ ແລະ ເປັນເຂື່ອນຮັບນໍ້າໜັກແບບຄອນກຣີດອັນແໜ້ນທີ່ສູງທີ່ສຸດໃນປະເທດລາວ ແລະ ພາກພື້ນ. ການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ຈາກເຮືອນຈັກຫຼັກ ໄປຫາສະຖານີໄຟຟ້ານາບົງ, ທີ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ສໍາເລັດໃນ ເດືອນພຶດສະພາ 2018.
ການກໍ່ສ້າງເຂື່ອນດັດສົມນໍ້າ (ເຂື່ອນນ້ອຍ) ແລະ ການກັກເກັບນໍ້າໃນອ່າງຂອງເຂື່ອນດັ່ງກ່າວໄດ້ສໍາເລັດໃນປີ 2017 ແລະ ການກໍ່ສ້າງສາຍສົ່ງໄຟຟ້າ 115 ກິໂລໂວນ ຈາກເຮືອນຈັກໄຟຟ້າຂອງເຂື່ອນດັດສົມນໍ້າ ໄປຫາສະຖານີໄຟຟ້າປາກຊັນ ໂດຍລັດວິສະຫະກິດໄຟຟ້າລາວ ຄາດວ່າຈະສໍາເລັດ ໃນເດືອນມິຖຸນາ 2018.
ການຍົກຍ້າຍຈັດສັນປະຊາຊົນປະມານ 520 ຄົວເຮືອນ ຈາກໜຶ່ງໝູ່ບ້ານໃນເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ແລະ ສີ່ໝູ່ບ້ານໃນເມືອງ ຮົ່ມ, ແຂວງ ໄຊສົມບູນ ໄດ້ສໍາເລັດ ໃນວັນທີ 11 ເມສາ 2018. ໃນປະຈຸບັນ ມີ 75 ຄົວເຮືອນ ທີ່ຖືກຜົນກະທົບຈາກໂຄງການ ທີ່ແຂວງ ບໍລິຄຳໄຊ ແລະ ແຂວງ ໄຊສົມບູນ ໄດ້ຍົກຍ້າຍມາອາໄສຢູ່ໃນບ້ານຈັດສັນພູໂຮມໄຊ ທີ່ເມືອງບໍລິຄັນ ເຊິ່ງແມ່ນໝູ່ບ້ານຈັດສັນທີ່ປະກອບດ້ວຍສິ່ງອຳນວຍຄວາມສະດວກຕ່າງໆ ພ້ອມດ້ວຍພື້ນທີ່ກະສິກໍາ ແລະ ລະບົບຊົນລະປະທານທີ່ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໄດ້ພັດທະນາຂຶ້ນມາເພື່ອຮອງຮັບປະຊາຊົນທີ່ຖືກຜົນກະທົບຈາກໂຄງການໂດຍສະເພາະ. ການພັດທະນາໝູ່ບ້ານດັ່ງກ່າວໄດ້ສຳເລັດໃນເດືອນ ເມສາ 2018.
ໂຄງການ ເຂື່ອນໄຟຟ້ານໍ້າງຽບ 1 ກຳລັງດຳເນີນການກໍ່ສ້າງ ແລະ ບໍລິຫານງານ ໂດຍບໍລິສັດ ໄຟຟ້ານໍ້າງຽບ 1 ຈຳກັດ ທີ່ປະກອບມີສາມຂາຮຸ້ນຄື: ບໍລິສັດ ຄັນໄຊການໄຟຟ້າ ຍີປຸ່ນ, ການໄຟຟ້າຝ່າຍຜະລິດສາກົນແຫ່ງປະເທດໄທ ແລະ ລັດວິສາຫະກິດຖືຮຸ້ນລາວ. ການຜະລິດໄຟຄາດວ່າຈະເລີ່ມຂຶ້ນໃນທ້າຍປີ 2018 ຫຼື ຕົ້ນປີ 2019 ແລະ ປະມານ 95 ສ່ວນຮ້ອຍ ຂອງໄຟຟ້າທັງໝົດຈະສົ່ງຂາຍໃຫ້ຣາຊາອານາຈັກໄທ, ສ່ວນທີ່ເຫຼືອຈະຊົມໃຊ້ພາຍໃນປະເທດ.
ໂຄງການຄາດວ່າຈະສ້າງລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວໄດ້ຫຼາຍກວ່າ 600 ລ້ານໂດລາສະຫະລັດ (4.800 ຕື້ກີບ) ພ້ອມທັງຜົນປະໂຫຍດທາງອ້ອມຈຳນວນໜຶ່ງອີກໃນໄລຍະສຳປະທານ 27 ປີ ແລະ ຫຼັງຈາກນັ້ນໂຄງການຈະຖືກໂອນມາເປັນກຳມະສິດຂອງລັດຖະບານແຫ່ງ ສ.ປ.ປ. ລາວ.
-End-



Photo: ©NNP1PC/
For more information, please contact
Somsavath Phanthady
Email: somsavath.phanthady@namngiep1.com
Mobile: 020 5591 6326
www.namngiep1.com

