ໃນວັນທີ 15-16 ກຸມພາ 2018 ບໍລິສັດ EGATi Company Limited ໄດ້ຮ່ວມມືກັນກັບ iServe, ສາຍການບິນ Bangkok Airways, ກຸ່ມບໍລິສັດ ແລະ ບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ ໄດ້ຈັດກິດຈະກຳ “ຮັກແຂ້ວ” ສຳລັບປະຊາຊົນບ້ານຫາດສໍາຄອນ, ບ້ານ ປູ້ ແລະ ບ້ານພຽງຕາ ທີ່ເມືອງທ່າໂທມ ແຂວງ ໄຊສົມບູນ ຊຶ່ງແມ່ນໜຶ່ງໃນເຂດໂຄງການເຂື່ອນໄຟຟ້ານໍ້າງຽບ 1.
ກິດຈະກໍາປະກອບມີການໃຫ້ບໍລິການຖອນແຂ້ວ, ຂູດຫີນປູນ, ອັດແຂ້ວ, ກວດແຂ້ວທົ່ວໄປ ແລະ ແນະນຳການຮັກສາແຂ້ວໃຫ້ປະຊາຊົນໂດຍບໍ່ເສຍຄ່າ ໂດຍຟັນຕະແພດຈາກປະເທດໄທ ແລະ ທີມງານແພດຂອງທ້ອງຖິ່ນ ແລະ ມີຜູ້ເຂົ້າຮ່ວມກິດຈະກຳທັງໝົດຫຼາຍກວ່າ 400 ຄົນ. ນອກຈາກນີ້, ຍັງມີການສອນ ແລະ ຕັດຜົມຊາຍໃຫ້ ໂດຍບໍ່ເສຍຄ່ານຳອີກ.
ກິດຈະກໍາ “ຮັກແຂ້ວ” ເປັນກິດຈະກໍາທີ່ ບໍລິສັດ EGATi Company Limited ພ້ອມດ້ວຍພັນທະມິດ ຈັດຂຶ້ນເພື່ອປັບປຸງຊີວິດການເປັນຢູ່ຂອງປະຊົນໃນເຂດໂຄງການເຂື່ອນໄຟຟ້ານໍ້າງຽບ 1 ຊຶ່ງເມື່ອສອງປີກ່ອນກໍໄດ້ຈັດກິດຈະກຳການຮັກສາຕາ ພ້ອມດ້ວຍຕັດແວ່ນຕາໃຫ້ປະຊາຊົນຜູ້ທີ່ມີບັນຫາສາຍຕີໃນອີກໜຶ່ງເຂດໂຄງການເຂື່ອນໄຟຟ້ານໍ້າງຽບ 1. ບໍລິສັດ EGATi Company Limited ແມ່ນໜຶ່ງໃນສາມຂາຮຸ້ນຂອງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ຊຶ່ງໂຄງການດັ່ງກ່າວກໍາລັງດໍຳເນີນການກໍ່ສ້າງຢູ່ແຂວງບໍລິຄຳໄຊ ແລະ ໄຊສົມບູນ ແລະ ຄາດວ່າຈະສຳເລັດໃນປີ 2018 ແລະ ເລີ່ມຜະລິດໄຟໃນຕົ້ນປີ 2019.
ກິດຈະກຳ “ຮັກແຂ້ວ” ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມບູນ ສອນລິດທິເດດ ເຈົ້າເມືອງທ່າໂທມ, ພະນະທ່ານ ຊັດຊະວັນ ສາຄອນສິນ ເອກອັກຄະລະຣາຊະທູດໄທ ປະຈຳ ສ.ປ.ປ. ລາວ, ທ່ານ ວັດຊະຣາ ເຫມຣັດຊະຕານັນ ປະທານບໍລິສັດ EGATi Company Limited, ທ່ານ ໂຢຊິຮິໂຣະ ຢາມາບາຢາຊິ (Yoshiriho Yamabayashi) ຜູ້ອໍານວຍການບໍລິສັດໄຟຟ້ານໍ້າງຽບ 1, ແລະ ທ່ານ ວັນເທວາ ບົວຄະສິດ ຕາງໜ້າຈາກລັດວິສະຫະກິດຖືຮຸ້ນລາວ ຊຶ່ງແມ່ນວິສະຫະກິດຖືຮຸ້ນຂອງລັດຖະບານລາວໃນໂຄງການເຂື່ອນໄຟຟ້ານໍ້າງຽບ 1.

Photo: ©NNP1PC/Ms. Vannasone Vanno
ຊາວບ້ານໃນເຂດໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໄດ້ຮັບການບໍລິການແຂ້ວຈາກຊ່ຽວຊານແຂ້ວໄທ
For more information, please contact
Somsavath Phanthady
Email: somsavath.phanthady@namngiep1.com
Mobile: 020 5591 6326
www.namngiep1.com
-End-

