ໂຄງການ ນ້ຳງຽບ 1 ຮັບຮູ້ເຖິງຜົນກະທົບ ທາງດ້ານ ສິ່ງແວດລ້ອມ ຂອງໂຄງການ ໄຟຟ້າ ພະລັງນ້ຳ. ທາງໂຄງການມີຄວາມມຸ່ງໝັ້ນ ເພື່ອຈະຫຼຸດຜ່ອນຜົນກະທົບດັ່ງກ່າວ. ບໍລິສັດ ໄດ້ຈັດຕັ້ງ ຫ້ອງການ ບໍລິຫານ ສິ່ງແວດລ້ອມ ເພື່ອໃຫ້ໝັ້ນໃຈວ່າ ກິດຈະກຳຕ່າງໆ ຂອງໂຄງການແມ່ນ ໄດ້ປະຕິບັດຕາມ ກົດໝາຍ ວ່າດ້ວຍ ສິ່ງແວດລ້ອມຂອງລາວ ແລະ ຄວາມສ່ຽງຕ່າງໆ ທາງດ້ານ ສິ່ງແວດລ້ອມ ແມ່ນ ຕ້ອງໄດ້ມີການລະບຸ, ປະເມີນ, ຈັດການ ແລະ ຫຼຸດຜ່ອນຜົນກະທົບ ຢ່າງຖືກຕ້ອງ. ບໍລິສັດ ໄຟຟ້ານ້ຳງຽບ 1 ມີຄວາມມຸ່ງໝັ້ນທີ່ຈະ ບັນລຸມາດຕະຖານ ການຈັດການ ດ້ານສິ່ງແວດລ້ອມ ISO 14001 (http://www.iso.org/iso/iso14000) ແລະ ຍັງຖືກຄຸ້ມຄອງ ໂດຍ ມາດຕະການ ຄຸ້ມຄອງທາງດ້ານ ສິ່ງແວດລ້ອມ ຂອງທະນາຄານ ພັດທະນາອາຊີ (http://www.adb.org/documents/safeguard-policy-statement).
ຍຸດທະສາດ ຂອງບໍລິສັດ ເພື່ອຮັບມືກັບຄວາມສ່ຽງ ທາງດ້ານ ສິ່ງແວດລ້ອມ ມີດັ່ງຕໍ່ໄປນີ້:
- ການຫຼີກລ່ຽງຄວາມສ່ຽງ ຂອງແຫຼ່ງກຳເນີດ
- ການຫຼຸດຜ່ອນຄວາມສ່ຽງທາງພາກສະໜາມ
- ການຫຼຸດຜ່ອນຄວາມສ່ຽງທີ່ມັນເປັນທີ່ບ່ອນທີ່ສະແດງໃຫ້ເຫັນຢ່າງຈະແຈ້ງ
- ບຳລຸງຮັກສາ ປົວແປງ ຄວາມເສຍຫາຍໃດໆທີເກີດຂື້ນ
- ການຊົດເຊີຍ ຜົນກະທົບທີ່ບໍ່ສາມາດຫລີລ່ຽງ ແລະ ຫລຸດຜ່ອນໄດ້
ດັ່ງນັ້ນ ຫາກວ່າເກີດມີຕົວຢ່າງເຊັ່ນ: ການລົບກວນ ຄວາມຫຼາກຫຼາຍ ທາງດ້ານ ຊີວະນາໆພັນ ທີ່ເກີດຂ້ືນ ເຖິງແມ່ນວ່າ ຈະມີຄວາມພະຍາຍາມທັງໝົດ ເພື່ອຫຼີກລ່ຽງຜົນກະທົບຕ່າງໆ, ທາງບໍລິສັດ ໄດ້ລົງທືນເພື່ອດຳເນີນ ການ ເຮັດແນວໄດ້ໃຫ້ເພີ່ມຄວາມຫຼາກຫຼາຍທາງດ້ານ ຊີວະນາໆພັນ ແລະ ເຮັດການປ້ອງກັນຢູ່ເຂດອື່ນດ້ວຍ ຮູບການຊົດເຊີຍ.
ຂະບວນການ ການບຳລຸງຮັກສາທາງດ້ານສິ່ງແວດລ້ອມ ຂອງບໍລິສັດ ໄຟຟ້ານ້ຳງຽບ 1 ໄດ້ຖືກຈັດຕັ້ງປະຕິບັດ ຢ່າງໂປ່ງໃສ ເປີດເຜີຍ ທຸກຂໍ້ມູນຂ່າວສານ ການປຶກສາຫາລືກ່ຽວກັບເລື່ອງສິ່ງແວດລ້ອມ ພ້ອມຍັງ ຈະສືບຕໍ່ ປັບປຸງ ປະສິດທິພາບໃນການເຮັດວຽກຢ່າງຕໍ່ເນື່ອງ ເພື່ອພັດທະນາໂຄງການ ໃຫ້ດີຂື້ນ.
ຫ້ອງດານຄຸ້ມຄອງ ສິ່ງແວດລ້ອມ ປະຈຸບັນໄດ້ປະຕິບັດ ສາມໜ້າວຽກຫຼັກຄື:
- ການສຳຫຼວດພື້ນທີ່ຂອງໂຄງການ
- ການຊົດເຊີຍ ຄວາມຫຼາກຫຼາຍຂອງຊີວະນາໆພັນ
- ການຕິດຕາມກວດກາ ການກໍ່ສ້າງ
ນະໂຍບາຍ ແລະ ແຜນການ ເພື່ອຄຸ້ມຄອງສິ່ງແວດລ້ອມ ໃນ ບໍລິສັດ ໄດ້ບັນຈຸເອົາ ການປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ ຂອງໂຄງການເຂົ້ານຳ ເຊິ່ງຈະໃຫ້ຄຳອະທິບາຍຢ່າງລະອຽດ ວ່າດ້ວຍພື້ນທີ່ຂອງໂຄງການ.
ພະນັກງານ ແລະ ຄະນະຜູ້ບໍລິຫານງານລະດັບສູງຂອງບໍລິສັດທຸກຄົນຈະປະຕິບັດຕາມນະໂຍບາຍດ້ານສິ່ງແວດລ້ອມລຸ່ມນີ້:
- ກຳນົດຄວາມສ່ຽງ ແລະ ໂອກາດທີ່ຈະສາມາດແກ້ໄຂບັນຫາສິ່ງແວດລ້ອມ, ມີການອອກແບບ ແລະ ຈັດຕັ້ງປະຕິບັດບັນດາມາດຕະການທີ່ມີປະສິດຕິພາບຢ່າງຕໍ່ໍ່ເນື່ອງເພື່ອປົກປັກຮັກສາສິ່ງແວດລ້ອມໂດຍການນຳໃຊ້ມາດຕະການຫຼຸດຜ່ອນຄວາມສ່ຽງທີ່ເໝາະສົມ ແລະ ຊອກຫາໂອກາດໃນການປັບປຸງສິ່ງແວດລ້ອມ;
- ຮັບປະກັນຄວາມສອດຄ່ອງກັບບັນດາຂໍ້ກຳນົດ, ກົດລະບຽບ ແລະ ກົດໝາຍສິ່ງແວດລ້ອມຂອງລັດຖະບານລາວ, ມາດຕະຖານສິ່ງແວດລ້ອມ ແຫ່ງຊາດ ແລະ ຂອງສາກົນ ດັ່ງທີ່ໄດ້ລະບຸໄວ້ໃນເອກະສານຊ້ອນທ້າຍ C ຂອງສັນຍາສຳປະທານ;
- ອອກແບບ, ກະກຽມ ແລະ ຈັດຕັ້ງປະຕິບັດທຸກມາດຕະການແກ້ໄຂ ແລະ ຄຸ້ມຄອງດ້ານສິ່ງແວດລ້ອມຕາມລໍາດັບຂັ້ນຂອງມາດຕະການແກ້ໄຂ, ໂດຍທີ່ການຫຼີກລ້ຽງຢູ່ຈຸດກຳເນີດແມ່ນບຸລິມະສິດສູງສຸດ, ຕິດຕາມດ້ວຍການຫຼຸດຜ່ອນຜົນກະທົບຢູ່ພາກສະໜາມ, ຫຼຸດຜ່ອນຜົນກະທົບຢູ່ຈຸດຮອງຮັບ, ການສ້ອມແປງ/ແກ້ໄຂ ແລະໃນທີ່ສຸດຖ້າເຮັດທັງໝົດນັ້ນແລ້ວຍັງມີຜົນກະທົບຄົງຄ້າງ ຫຼື ຫຼົງເຫຼືອຢູ່ແມ່ນຕ້ອງໄດ້ມີການຊົດເຊີຍຜົນກະທົບດ້ານສິ່ງແວດລ້ອມທີ່ເກີດຈາກໂຄງການ;
- ສືບຕໍ່ຕິດຕາມກວດກາຜົນງານ ແລະ ການຈັດຕັ້ງປະຕິບັດທຸກໆມາດຕະການຄຸ້ມຄອງ ແລະ ຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ແລະ ຄຸນນະພາບດ້ານສິ່ງແວດລ້ອມອື່ນໆທີ່ກ່ຽວຂ້ອງ;
- ຮັກສາຂະບວນການທີ່ມີຄວາມໂປ່ງໃສ ໂດຍສະເພາະແມ່ນການເຜີຍແຜ່ຂໍ້ມູນ ແລະ ການປຶກສາຫາລືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ;
- ຮັບປະກັນການຈັດສັນ ແລະ ເບີກຈ່າຍງົບປະມານໃຫ້ພຽງພໍ ກັບການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາທຸກໆມາດຕະການຄຸ້ມຄອງ ແລະ ແກ້ໄຂຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ;
- ສົ່ງເສີມໃຫ້ມີການປັບປຸງຜົນງານດ້ານສິ່ງແວດລ້ອມ ຢ່າງຕໍ່ເນື່ອງ; ແລະ
- ສື່ສານຢ່າງຈະແຈ້ງ ແລະ ຝຶກອົບຮົມພະນັກງານ ແລະ ຜູ້ຮັບເໝົາຂອງໂຄງການຢ່າງເປັນປົກກະຕິ ເພື່ອຍົກລະດັບຄວາມເຂົ້າໃຈຂອງພວກເຂົາກ່ຽວກັບວິທີການຈັດຕັ້ງປະຕິບັດດ້ານການຄຸ້ມຄອງສິ່ງແວດລ້ອມທີ່ສົມເຫດສົມຜົນ.