ໂຄງການໄຟຟ້ານ້ຳງຽບ 1 ໄດ້ອວ່າຍແລວນ້ຳງຽບໂດຍຜ່ານອຸບມຸງທີ່ມີໄລຍະຍາວ 625 ແມັດ ໃນວັນທີ 31 ຕຸລາ 2015 ເພື່ອເລີ່ມຕົ້ນກໍ່ສ້າງເຮືອນຈັກຜະລິດໄຟຟ້າຫຼັກ.
ທ່ານ ໂຊຈີ ຊຸດຊຸຍ (Shoji Tsutsui) ຮອງອຳນວຍການບໍລິຫານຂອງພະແນກການກໍ່ສ້າງຂອງບໍລິສັດໄຟຟ້ານ້ຳງຽບ 1 ກ່າວວ່າ: “ມື້ນີ້ ພວກເຮົາໄດ້ຈາລຶກຂີດໝາຍອັນສຳຄັນອັນໜຶ່ງສຳລັບໂຄງການຂອງພວກເຮົາ. ຕອນນີ້ ພວກເຮົາກໍສາມາດເລີ່ມການກໍ່ສ້າງເຮືອນຈັກຜະລິດໄຟຟ້າຫຼັກຂອງພວກເຮົາໄດ້ແລ້ວ. ການອວ່າຍແລວນ້ຳໄດ້ສຳເລັດລົງຢ່າງປອດໄພ ແລະ ຈັດຂຶ້ນກ່ອນແຜນທີ່ໄດ້ຕັ້ງໄວ້. ນີ້ກໍຍ້ອນການປະກອບສ່ວນຢ່າງຫ້າວຫັນຂອງພະນັກງານໂຄງການ, ພະນັກງານຂອງບໍລິສັດຮັບເໝົາກໍ່ສ້າງ ແລະ ການສະໜັບສະໜູນຂອງລັດຖະບານແຫ່ງ ສ.ປ.ປ. ລາວ ໃນຫຼາຍເດືອນຜ່ານມາ.”
ໂຄງການໄຟຟ້ານ້ຳງຽບ 1 ແມ່ນໂຄງການເຂື່ອນໄຟຟ້າຂະໜາດ 290 ເມກາວັດ ທີ່ພວມດຳເນີນການກໍ່ສ້າງຢູ່ແຂວງບໍລິຄຳໄຊ ແລະ ໄຊສົມບູນ ສ.ປ.ປ. ລາວ ໂດຍພາຍໃຕ້ການຄວບຄຸມການກໍ່ສ້າງ ແລະ ດຳເນີນງານຂອງບໍລິສັດໄຟຟ້ານໍ້າງຽບ 1 ຊຶ່ງປະກອບມີສາມຂາຮຸ້ນຄື: ບໍລິສັດ ກັນໄຊການໄຟຟ້າແຫ່ງປະເທດຍີ່ປຸ່ນ (Kansai Electric Power), ການໄຟຟ້າຝ່າຍພະລິດແຫ່ງປະເທດໄທ (EGAT), ແລະ ວິສະຫະກິດຖືຮຸ້ນລາວ.
ນັບຕັ້ງແຕ່ໄດ້ເລີ່ມຕົ້ນການກໍ່ສ້າງໂຄງສ້າງຢ່າງຈິງຈັງໃນເດືອນ ກັນຍາ 2014 ໂຄງການມີຄວາມຄືບໜ້າດ້ວຍດີ ໂດຍບັນລຸຜົນໄດ້ປະມານ 27.7 ສ່ວນຮ້ອຍໃນທ້າຍເດືອນຕຸລາ.
ວຽກຂຸດຄົ້ນໃນບໍລິເວນເຂື່ອນຫຼັກທັງໜ້າພູຝັ່ງຊ້າຍ ແລະ ຝັ່ງຂວາສ່ວນໃຫຍ່ກໍສໍາເລັດເປັນທີ່ຮຽບຮ້ອຍແລ້ວ. ການກໍ່ສ້າງເຮືອນຈັກຜະລິດໄຟຟ້າສໍາຮອງມີຄວາມຄືບໜ້າດີເກີນແຜນທີ່ໄດ້ຕັ້ງໄວ້. ວຽກກໍ່ສ້າງໂຮງງານປະສົມຊິມັງແບບທຳມະດາ ແລະ ແບບອັດແໜ້ນຂະໜາດໃຫຍ່ກໍສໍາເລັດຫຼາຍແລ້ວເຊັ່ນກັນ ລວມທັງໂຮງງານບົດຫີນ. ຫີນປູນທີ່ບໍ່ຫີນປູນຫຼັກກໍໄດ້ຖືກຂຸດຄົ້ນແລ້ວ ແລະ ລະບົບສາຍສົ່ງຫີນປູນໄປທີ່ໂຮງງານປະສົມຊິມັງແບບທຳມະດາ ແລະ ແບບອັດແໜ້ນຂະໜາດໃຫຍ່ ແລະ ສາຍສົ່ງເບຕົ້ງໄປທີ່ເຂດກໍ່ສ້າງເຂື່ອນກໍ່ມີຄວາມຄືບໜ້າເປັນຢ່າງດີເຊັ່ນກັນ.
ການກໍ່ສ້າງ ແລະ ດຶງສາຍສົ່ງໄຟຟ້າ 230 ກິໂລໂວນທີ່ມີໄລຍະຍາວ 120 ກິໂລແມັດຈາກໂຄງການໄປທີ່ສະຖານີສົ່ງກະແສໄຟຟ້າທີ່ນາບົງທີ່ແຂວງວຽງຈັນ ສ.ປ.ປ. ລາວ ກໍໄດ້ເລີ່ມຂຶ້ນແລ້ວເຊັ່ນກັນ.
ໂຄງການໄຟຟ້ານໍ້າງຽບ 1 ປະກອບມີການກໍ່ສ້າງເຂື່ອນສອງເຂື່ອນ ແລະ ເຮືອນຈັກຜະລິດໄຟຟ້າສອງເຮືອນທີ່ຕັ້ງຢູ່ນໍ້າງຽບທີ່ແຂວງບໍລິຄຳໄຊ. ເຂື່ອນໃຫຍ່ທີ່ມີລວງສຸງ 140 ແມັດຈະສ້າງອ່າງກັກນ້ຳທີ່ມີເນື້ອທີ່ 67 ກິໂລຕາແມັດ ໃນນັ້ນຈຳນວນໜຶ່ງຈະກວມເອົາເນື້ອທີ່ບາງສ່ວນຂອງແຂວງໄຊສົມບູນ.
ຢູ່ໃນເຂດເຂື່ອນໃຫຍ່ ເຮືອນຈັກຜະລິດໄຟຟ້າຈະຜະລິດໄຟຟ້າປະມານ 272 ເມກາວັດເພື່ອສົ່ງອອກຂາຍໄປປະເທດໄທໂດຍຜ່ານສະຖານີສົ່ງກະແສໄຟຟ້າທີ່ນາບົງ. ນໍ້າທີ່ຖືກປ່ອຍອອກຈາກເຂືື່ອນໃຫຍ່ຈະໄຫຼໄປທີ່ອ່າງກັກນ້ຳສຳຮອງ ແລະ ໃນທີ່ນີ້ເຮືອນຜະລິດໄຟຟ້າສໍາຮອງ (ເຂື່ອນນ້ອຍ) ທີ່ມີລວງສູງປະມານ 20 ແມັດ ຈະຜະລິດໄຟຟ້າປະມານ 18 ເມກາວັດເພື່ອຊົມໃຊ້ພາຍໃນປະເທດ. ການຜະລິດໄຟຟ້າຂອງໂຄງການນໍ້າງຽບ 1 ຄາດວ່າຈະເລີ່ມຂຶ້ນໃນເດືອນມັງກອນ 2019.
ບໍລະສັດໄຟຟ້ານໍ້າງຽບ 1 ໄດ້ຮັບສໍາປະທານ 27 ປີ ເພື່ອດໍາເນີນໂຄງການນໍ້າງຽບ 1 ຊຶ່ງໃນໄລຍະດັ່ງກ່າວ ສ.ປ.ປ. ລາວ ຄາດວ່າຈະໄດ້ລາຍຮັບຫຼາຍກວ່າ 600 ລ້ານໂດລາສະຫະລັດ (4.800 ຕື້ກີບ) ໂດຍຜ່ານພາສີພະລັງງານ, ອາກອນຕ່າງໆ ແລະ ເງິນປັນຜົນຈ່າຍໃຫ້ວິສະຫະກິດຖືຮຸ້ນລາວ ຊຶ່ງແມ່ນຜູ້ຖືຮຸ້ນຂອງລັດຖະບານ. ນອກຈາກນັ້ນ ສ.ປ.ປ. ລາວ ຄາດວ່າຈະໄດ້ຮັບຜົນປະໂຫຍດທັງທາງກົງ ແລະ ທາງອ້ອມນໍາອີກ ໂດຍຜ່ານການສະໜອງໄຟຟ້າ, ການຈ້າງງານຄົນລາວ, ພື້ນຖານໂຄງລ່າງຂອງຊຸມຊົນ ເຊັ່ນ: ຫົນທາງ ແລະ ຂົວ, ແລະ ຜ່ານການນໍາໃຊ້ສິນຄ້າ ແລະ ການບໍລິການທີ່ສະໜອງໂດຍຄົນລາວ.
-ຈົບ-

