• Home
  • 9
  • ໝູ່ບ້ານທີ່ໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນບົົວລອຍໄດ້ຮັບຄວາມຊ່ວຍເຫຼືອຜ່ານການບໍລິຈາກຂອງພະນັກງານກຸ່ມບໍລິສັດໄຟຟ້າຄັນໄຊ

ໝູ່ບ້ານທີ່ໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນບົົວລອຍໄດ້ຮັບຄວາມຊ່ວຍເຫຼືອຜ່ານການບໍລິຈາກຂອງພະນັກງານກຸ່ມບໍລິສັດໄຟຟ້າຄັນໄຊ

ຕ.ລ. 29, 2025 | ຂ່າວ

ເດືອນຕຸລາ ປີ 2025

ເມື່ອບໍ່ດົນມານີ້ ໝູ່ບ້ານໃກ້ຄຽງກັບພື້ນທີ່ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ໃນເມືອງບໍລິຄັນ,​ ແຂວງບໍລິຄໍາໄຊ,​ ສປປ ລາວ ທີ່ໄດ້ຖືກຜົນກະທົບຈາກພາຍຸໄຕ້ຝຸ່ນບົວລອຍ ໄດ້ຮັບເຄື່ອງຂອງບັນເທົາທຸກທີ່ຈຳເປັນໂດຍຜ່ານການເອື້ອອຳນວຍຄວາມສະດວກໂດຍ ບໍລິສັດໄຟຟ້ານ້ຳງຽບ 1.

ການບໍລິຈາກດັ່ງກ່າວແມ່ນມາຈາກພະນັກງານຂອງບໍລິສັດໄຟຟ້າຄັນໄຊ (Kansai Electric Power Company) ຮ່ວມກັບ ບໍລິສັດກັນໂຊເທັກໂນ (KANSO TECHNOS CO., LTD.), ຊຶ່ງເປັນບໍລິສັດຊັ້ນນໍາຂອງກຸ່ມບໍລິສັດໄຟຟ້າຄັນໄຊ, ຊຶ່ງພະນັກງານດັ່ງກ່າວແມ່ນຜູ້ທີ່ເຄີຍຮ່ວມເຮັດວຽກກັບບໍລິສັດໄຟຟ້ານ້ຳງຽບ 1. ການບໍລິຈາກຄັ້ງນີ້ປະກອບມີການແຈກ ຢາຍເຂົ້າໜຽວ ແລະ ເຄື່ອງນຸ່ງຫົ່ມ ໃຫ້ແກ່ຊຸມຊົນທີ່ເຫັນວ່າຕ້ອງໄດ້ຮັບຄວາມຊ່ວຍເຫຼືອຢ່າງຮີບດ່ວນພາຍຫຼັງຜົນກະທົບຂອງພາຍຸໄຕ້ຝຸ່ນນີ້.