• Home
  • 9
  • ບໍລິສັດໄຟຟ້ານ້ຳງຽບ 1 ໄດ້ຮັບໃບຢັ້ງຢືນການປະຕິບັດພັນທະດ້ານສິ່ງແວດລ້ອມ ”ປະເພດດີເດັ່ນ A” ສອງປີຕິດຕໍ່ກັນ

ບໍລິສັດໄຟຟ້ານ້ຳງຽບ 1 ໄດ້ຮັບໃບຢັ້ງຢືນການປະຕິບັດພັນທະດ້ານສິ່ງແວດລ້ອມ ”ປະເພດດີເດັ່ນ A” ສອງປີຕິດຕໍ່ກັນ

ມ.ຖ. 30, 2025 | ຂ່າວ

ບໍລິສັດໄຟຟ້ານ້ຳງຽບ 1 ຈຳກັດ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການຢັ້ງຢືນປະເພດດີເດັ່ນ A ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຊຶ່ງເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນໃນການບໍລິຫານຈັດການສິ່ງແວດລ້ອມທີ່ດີເລີດ.​ ຜົນສໍາເລັດທີ່ຖືກຮັບຮອງສອງປີຕິດຕໍ່ກັນໃນຄັ້ງນີ້ ສະທ້ອນເຖິງຄວາມທຸ່ມເທ, ການຮ່ວມມື ແລະ ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງພະນັກງານບໍລິສັດໄຟຟ້ານ້ຳງຽບ 1 ທຸກຄົນ.

ພິທີມອບຮັບໃບຢັ້ງຢືນໄດ້ຈັດຂຶ້ນເປັນທາງການ ໃນວັນທີ 25 ມິຖຸນາ 2025 ທີ່ກົມກວດສອບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ນະຄອນຫຼວງວຽງຈັນ, ຕາງໜ້າຮັບໃບຢັ້ງຢືນດັ່ງກ່າວ ໂດຍ ທ່ານ ບົວລິດ ຂຸນສີ ຮອງຜູ້ອຳນວຍການຝ່າຍບໍລິຫານ.