ໃນປັັດຈຸບັນ ຊາວບ້ານ ພຽງຕາ ແລະ ຊຸມຊົນອ້ອມຂ້າງ ທີ່ເມືອງທ່າໂທມ, ແຂວງ ໄຊສົມບູນ ສາມາດເຂົ້າຫາພື່ນທີ່ກະເສດ ແລະ ການຄ້າທີ່ສະດວກສະບາຍຂຶ້ນ ຊຶ່ງຈະເຮັດໃຫ້ກິດຈະກຳປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າເພີ່ມຂຶ້ນ.
ການເຂົ້າຫາພື້ນທີ່ ທີ່ສະດວກສະບາຍຂຶ້ນດັ່ງກ່າວນີ້ ກໍຍ້ອນຂົວອູ່ນໍ້າງຽບ ທີ່ຫາກໍ່ໄດ້ສ້າງສຳເລັດ ໂດຍບໍລິສັດຮັບເໝົາລາວ ຮ່ວມມືກັບພາກສ່ວນລັດຖະບານທີ່ກ່ຽວຂ້ອງ ພາຍໃຕ້ການຄຸມງານ ແລະ ໃຫ້ທຶນໂດຍ ບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ.
ທ່ານ ມາຊະຮິໂກ ອູເມສະກິດ (Masahiko Umesaki) ອຳນວຍການໃຫຍ່ ບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ ກ່າວໃນພິທີມອບ-ຮັບຂົວອູ່ນໍ້າງຽບ ວ່າ: ຂົວອູ່ນໍ້າງຽບ ຈະເປັນສັນຍາລັກການຮ່ວມມືແບບຍືນຍົງລະຫວ່າງ ປະຊາຊົນ, ລັດຖະບານ ແລະ ບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ.
ພິທີມອບ-ຮັບຂົວອູ່ນໍ້າງຽບ ໄດ້ຈັດຂຶ້ນ ໃນວັນທີ 20 ມິຖຸນາ 2024, ເຂົ້າຮ່ວມໂດຍພະນັກງານລັດຂັ້ນສູງແຂວງໄຊສົມບູນ ພ້ອມທັງປະຊາຊົນບ້ານພຽງຕາ, ແລະ ຄະນະບໍລິຫານງານ, ພະນັກງານ ພ້ອມທັງຕົວແທນຂອງຜູ້ຖືຮຸ້ນຈໍານວນໜຶ່ງຂອງ ບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ.
ພາຍຫລັງພິທີມອບ – ຮັບຢ່າງເປັນທາງການແລ້ວ ຂົວນໍ້າງຽບກໍໄດ້ເລີ່ມເປີດໃຫ້ປະຊາຊົນນຳໃຊ້ໃນວັນທີ 20 ມິຖຸນາ 2024.
ບໍລິສັດໄຟຟ້ານໍ້າງຽບ 1 ຈຳກັບ ກຳລັງດຳເນີນໂຄງການເຂື່ອນໄຟຟ້ານໍ້າງຽບ 1 ຂະໜາດ 290 ກິກາວັດ ທີ່ແຂວງບໍລິຄຳໄຊ ແລະ ໄຊສົມບູນ, ສປປ ລາວ ເພືື່ອປະກອບສ່ວນເຂົ້າໃນການຜະລິດໄຟຟ້າທົດແທນທີ່ສະອາດ ແລະ ຫລຸດຜ່ອນຄວາມທຸກຍາກໃນ ສປປ ລາວ.


