ໂຄງການໄຟຟ້ານໍ້າງຽບ 1 ກະກຽມຍົກຍ້າຍຊຸມຊົນຜູ້ທີ່ຖືກຜົນກະທົບຈາກໂຄງການ

ບ້ານຫາດຊາຍຄຳເປັນບ້ານນ້ອຍບ້ານໜຶ່ງທີ່ຕັ້ງຢູ່ເມືອງບໍລິຄັນ ຊຶ່ງຫ່າງຈາກເທດສະບານເມືອງປາກຊັນປະມານ 45 ກິໂລແມັດ ໂດຍມີ 40 ຄົວເຮືອນເຜົ່າມົ້ງ. ຄືດັ່ງໝູ່ບ້ານສ່ວນໃຫຍ່ຢູ່ໃນເຂດຊົນນະບົດຂອງລາວ ໃນບ້ານຫາດຄໍາ ສັດລ້ຽງ ເຊັ່ນ: ໝູ, ໝາ, ເປັດ, ໄກ່ກໍຈະປ່ອຍຫາກິນຢູ່ໃນໝູ່ບ້ານ, ເດັກນ້ອຍທີ່ໄຮ້ເສື້ອຜ້າກໍຈະພາກັນຫຼິ້ນຂີ້ດິນ ຫຼື ຫຼິ້ນກັບສັດລ້ຽງຢູ່ນອກເຮືອນ ຫຼື ຢູ່ຕາມຫົນທາງຢູ່ໃນໝູ່ບ້ານ. ເຮືອນສ່ວນຫຼາຍແມ່ນເຮັດ ດ້ວຍຝາໄມ້ໄຜ່ ແລະ ມຸງດ້ວຍຫຍ້າ ແລະ ບາງເຮືອນກໍມີສວນຄົວ ແລະ ໜອງປານ້ອຍໆ ຢູ່ທາງຫຼັງບ້ານ ແລະ ສຽງໄຫຼຄ່ອຍໆ ຂອງນໍ້າງຽບກໍຈະໄດ້ຍິນມາຈາກຫຼັງໝູ່ບ້ານ.

ບ້ານຫາດຊາຍຄໍາ ແລະ ອີກສີ່ໝູ່ບ້ານທີ່ເມືອງຮົ່ມແຂວງໄຊສົມບູນແມ່ນຕັ້ງຢູ່ໃນເຂດໂຄງການໄຟຟ້ານໍ້າງຽບ 1 ແລະ ຈະຖືກຖ້ວມດ້ວຍອ່າງ ໂຕ່ງນໍ້າຂອງເຂື່ອນພາຍຫຼັງການກໍ່ສ້າງເຂື່ອນໄດ້ສຳເລັດລົງໃນປີ 2018. ປະຊາຊົນປະມານ 3.000 ຄົນຄາດວ່າຈະຖືກຍົກຍ້າຍອອກຈາກບໍລິເວນ ເຂື່ອນທີ່ພວມຖືກກໍ່ສ້າງໃນແຂວງບໍລິຄຳໄຊ ແລະ ໄຊສົມບູນ. ໂຄງການໄຟຟ້ານໍ້າງຽບ 1 ມີຂີດຄວາມສາມາດໃນການຜະລິດກະແສໄຟຟ້າ 290 ເມກາວັດ. ໄຟຟ້າປະມານ 93 ສ່ວນຮ້ອຍຈະຖືກຂາຍໄປປະເທດໄທ ແລະ ສ່ວນທີ່ເຫຼືອຈະຂາຍໃຫ້ບໍລິສັດໄຟຟ້າລາວ.

ເພື່ອເຮັດໃຫ້ຜົນກະທົບມີໜ້ອຍທີ່ສຸດຕໍ່ຊຸມຊົນເຫຼົ່ານີ້ ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໄດ້ເຮັດວຽກຮ່ວມກັບສະມາຊິກຊຸມຊົນ ແລະ ອໍານາດການປົກຄອງທ້ອງຖິ່ນພາຍໃຕ້ແນວທາງຂອງລັດຖະບານ ແລະ ສາກົນ ເພື່ອອອກແບບ ແລະ ຈັດຕັ້ງປະຕິບັດການຊົດເຊີຍ ແລະ ແຜນງານການປັບປຸງຊີວິດການເປັນຢູ່ຂອງຊຸມຊົນເພື່ອຮັບປະກັນວ່າຊາວບ້ານມີຊີວິດທີ່ດີຂຶ້ນ.

ທ່ານ ກູຊົງ ຊາວບ້ານຫາດຊາຍຄຳກ່າວວ່າ: “ຂ້າພະເຈົ້າໄດ້ບອກເມຍ, ບອກລູກ ແລະ ຄົນອື່ນໆຢູ່ໃນໝູ່ບ້ານຂອງຂ້າພະເຈົ້າວ່າ ພວກເຮົາຕ້ອງເຂົ້າຮ່ວມແຜນງານການພັດທະນາຊີວິດການເປັນຢູ່ທີ່ໂຄງການໄດ້ແນະນຳໃນໝູ່ບ້ານ ຖ້າບໍ່ດັ່ງນັ້ນພວກເຮົາຈະເສຍໂອກາດທີ່ດີນີ້ໄປ. ພະນັກງານພັດທະນາຂອງໂຄງການມາສອນໃຫ້ພວກເຮົາຮູ້ວິທີລ້ຽງໝູ, ລ້ຽງປາ, ລ້ຽງກົບ ແລະ ລ້ງຽສັດ ແລະ ປູກຜັກເພື່ອບໍລິໂພກ ແລະ ຂາຍເປັນສິນຄ້າ. ຊາວບ້ານບາງຄົນຍັງບໍ່ທັນເຂົ້າໃຈ ແລະ ຍັງລີ້ຢູ່.”

ຄືດັ່ງຊຸມຊົນສ່ວນໃຫຍ່ຢູ່ໃນເຂດຊົນນະບົດລາວ ການດຳລົງຊີວິຂອງຊາວບ້ານຫາດຊາຍຄຳແມ່ນຍັງອາໄສດິນຟ້າອາກາດ. ເຂົາເຈົ້າຈະເຮັດໃຮ່, ເຂົ້າປ່າ ແລະ ລົງນໍ້າເພື່ອຫາອາຫານ ດັ່ງທີ່ໄດ້ປະຕິບັດກັນມາເປັນເວລາຫຼາຍເຊັ່ນຄົນແລ້ວ.

“ໃນຂະນະທີ່ຊັບພະຍາກອນທຳມະຊາດພວມຫຼຸດໜ້ອຍຖອຍລົງ ພວກເຮົາຕ້ອງປ່ຽນແປງວິຖີຊີວິດແບບເກົ່າ,” ທ່ານ ກູຊົງ ອາຍຸ 62 ປີ ກ່າວ.

ທ່ານ ຢາຊົງ ແມ່ນອາດີດນັກຮົບເກົ່າ ແລະ ແມ່ນໜຶ່ງໃນສະມາຊິກແນວໂຮມຂອງບ້ານຫາດຊາຍຄຳ. ທ່ານ ແລະ ຄອບຄົວປູກຫວາຍ ແລະ ລ້ຽງປາຕາມຄຳແນະນຳຂອງໂຄງການ. ນອກນັ້ນ ທາງຄອບຄົວຍັງເຮັດສວນໝາກນັັດໃນເນື້ອທີ່ຫຼາຍເຮັກຕ້າພາຍໃນບໍລິເວນໝູ່ບ້ານ ແຕ່ ຢູ່ນອກໂຄງການ. ພ້ອມນັ້ນກໍຍັງມີງົວ ແລະ ຄວາຍອີກຈຳນວນໜຶ່ງ.

ທ່ານ ນິລັນດອນ ຖາວອນສຸກ ຫົວໜ້າທີມງານດ້ານການພັດທະນາຊີວິດການເປັນຢູ່ຂອງຊຸມຊົນຂອງໂຄງການໄຟຟ້ານໍ້າງຽບ 1 ກ່າວວ່າ: “ພວກເຮົາສະໜອງທຶນເລີ່ມຕົ້ນ ແລະ ຊ່ວຍຊາວບ້ານກະກຽມໜອງປາ ແລະ ສວນຜັກ. ພວກເຮົາຝຶກອົບຮົມເຂົາເຈົ້າໃຫ້ຮູ້ວິທີປູກພືດ ແລະ ລ້ຽງສັດເພື່ອເປັນອາຫານ ແລະ ຫາລາຍໄດ້ເສີມ. ນອກນັ້ນ ພວກເຮົາຍັງໄດ້ພາເຂົາເຈົ້າໄປທັດທະນະສຶກສາເບິ່ງໂຄງການທີ່ຄ້າຍຄືກັນກັບແຜນງານການພັດທະນາຊີວິດການເປັນຢູ່ຂອງພວກເຮົາເພື່ອໃຫ້ເຂົາໄດ້ເຂົ້າໃຈ ແລະ ສາມາດນຳໃຊ້ຄວາມຮູ້ທີ່ໄດ້ຮຽນມານັ້ນ ຢູ່ໃນຊຸມຊົນຂອງເຂົາເຈົ້າ.”

ພາຍຫຼັງແຜນງານດັ່ງກ່າວໄດ້ຈັດຕັ້ງມາບໍ່ຮອດໜຶ່ງປີກໍເລີ່ມເກີດອອກອອກຜົນ. ຍົກຕົວຢ່າງເຊັ່ນ: ແຕ່ລະຄົວເຮືອນໃນບ້ານຫາດຊາຍຄຳໄດ້ເຂົ້າຮ່ວມຢ່າງຕໍ່າໃນໜຶ່ງກິດຈະກຳ ແລະ ບາງຄົວເຮືອນກໍໄດ້ຂາຍບາງຜົນຜະລິດຂອງຕົນແລ້ວ ເຊັ່ນ: ປາດຸກ ແລະ ຜັກໃຫ້ລູກຄ້າພາຍໃນທ້ອງຖິ່ນ ແລະ ບໍລິສັດຮັບເໝົາຂອງໂຄງການ.

ນອກຈາກນີ້ ໂຄງການໄຟຟ້ານໍ້າງຽບ 1 ກໍໄດ້ເຮັດວຽກຮ່ວມກັບປະຊາຊົນ ແລະ ອໍານາດການປົກຄອງທ້ອງຖິນເພື່ອສ້າງເຮືອນທີ່ມີຄຸນນະພາບດີ ພ້ອມທັງສິ່ງອຳນວຍຄວາມສະດວກຕ່າງໆ ສໍາລັບຊາວບ້ານທີ່ຈະຍ້າຍຖິ່ນມາຢູ່ໃນບ້ານຈັດສັນໃໝ່ທີ່ຕັ້ງຢູ່ທາງທິດອາເວັນຕົກຂອງອ່າງດັກນໍ້າສຳຮອງຂອງໂຄງການເຂື່ອນທີ່ຕັ້ງຢູ່ແຂວງບໍລິຄຳໄຊ ຊຶ່ງການຍົກຍ້າຍຄາດວ່າຈະໄດ້ຈັດຂຶ້ນໃນຫົກເດືອນຕົ້ນປີ 2016 ແລະ 2017.

ພາຍໃຕ້ຂໍ້ກຳນົດຂອງຜູ້ໃຫ້ທຶນຂອງໂຄງການ ການກໍ່ສ້າງເຂດບ້ານຈັດສັນຈະເລີ່ມຂຶ້ນໄດ້ກໍຕໍ່ເມື່ອປະຊາຊົນຜູ້ທີ່ຖືກຜົນກະທົບໄດ້ຮັບການຊົດເຊີຍແລ້ວເທົ່ານັ້ນ.

ທ່ານ ຊົງ ກ່າວວ່າ ທ່ານ ແລະ ຊາວບ້ານພໍໃຈກັບແຜນງານການພັດທະນາຊີວິດການເປັນຢູ່ຂອງຊຸມຊົນຂອງໂຄງການ ແຕ່ກັງວົນກັບການຊົດເຊີຍແບບເອົາທີ່ດິນປ່ຽນທີ່ດິນ.

ທ່ານ ພຣະພາດ ພັນອາຣາມ ຮອງອຳນວຍການບໍລິຫານຂອງພະແນກສິ່ງແວດລ້ວມ ແລະ ສັງຄົມຂອງບໍລິສັດໄຟຟ້ານໍ້າງຽບ 1 ຊຶ່ງເປັນບໍລິສັດທີ່ ພັດທະນາໂຄງການໄຟຟ້ານໍ້າງຽບ 1 ກ່າວວ່າ: “ໂຄງການຂອງພວກເຮົາໃຫ້ຄວາມສຳຄັນທີ່ສຸດຕໍ່ຄວາມກັງວົນຂອງປະຊາຊົນ. ພວກເຮົາໄດ້ສື່ສານບັນຫານີ້ກັບຊຸມຊົນຜູ້ທີ່ຖືກຜົນກະທົບເພື່ອຍົກສູງຄວາມເຂົາໃຈຂອງເຂົາເຈົ້າ. ໂຄງການໝັ້ນໃຈວ່ານະໂຍບາຍດ້ານການຊົດຊາຍທີ່ໄດ້ຮັບການພິຈາລະນາ ແລະ ເຫັນພ້ອມຂອງຄະນະຈັດສັນ ແລະ ປົວແປງຊີວິດການເປັນຢູ່ຂອງຊຸມຊົນຂັ້ນແຂວງ ແມ່ນໃຫ້ຄວາມເປັນທຳຕໍ່ຊຸມຊົນ.”

ທ່ານ ປຣະພາດ ກ່າວຕື່ມອີກວ່າ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການສາມາດເລືອກທີ່ຈະຍ້າຍມາເຂດຈັດສັນໃໝ່ຂອງໂຄງການ ຫຼື ຮັບເອົາຄ່າຊົດເຊີຍທັງໝົດ ແລະ ຍົກຍ້າຍໄປບ່ອນອື່ນດ້ວຍຕົນເອງ.

ຈາກນີ້ໄປອີກໜຶ່ງປີ ຖ້າຄອບຄົວຂອງທ່ານຊົງ ແລະ ຊາວບ້ານຈາກບ້ານຫາດຊາຍຄຳ ແລະ ບ້ານອື່ນໆ ທີ່ຖືກຜົນກະທົບ ຫາກໄດ້ຍົກຍ້າຍໄປບ້ານຈັດສັນໃໝ່ ເຂົາເຈົ້າກໍຈະໄດ້ອາໄສຢູ່ໃນເຮືອນຫຼັງໃໝ່ຂອງຕົນ ພ້ອມທັງຊົມໃຊ້ສິ່ງອຳນວຍຄວາມສະດວກຕ່າງໆ ເຊັ່ນ: ລະບົບນໍ້າສະອາດ, ສຸຂະອະນາໄມ ແລະ ສະຖານທີ່ເບິ່ງແຍງສຸຂະພາບ, ສະຖານທີ່ ທີ່ລູກຫຼານຂອງເຂົາເຈົ້າຈະບໍ່ໄດ້ຍ່າງຫຼາຍໆ ກິໂລແມັດໄປໂຮງຮຽນ ແລະ ວີຊາຫາກິນທີ່ເຂົາເຈົ້າກຳລັງຮຽນຮູ້ຈາກໂຄງການໃນປະຈຸບັນຈະຊ່ວຍໃຫ້ເຂົາເຈົ້າມີການດຳລົງຊີວິດແບບຍືນຍົງໃນອະນາຄົດຕໍ່ໜ້າ.

-ຈົບ-