Vacancy

Are you looking for Job Opportunities? Apply job with us

Apply Job Online OR Apply Job Offline

Bus Driver


Full Time


ໂອກາດເຮັດວຽກດ້ານພັດທະນາພະລັງງານ

ບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ (NNP1PC) ໄດ້ສ້າງຂຶ້ນໂດຍສາມຂາຮຸ້ນຄື: ບໍລິສັດ KPIC ເນເທີແລນ ເປັນ ສາຂາຂອງ ບໍລິສັດ ໄຟຟ້າ ຄັນໄຊ ຍີປຸ່ນ, ບໍລິສັດ ການໄຟຟ້າຝ່າຍຜະລິດສາກົນແຫ່ງປະເທດໄທຈຳກັດ ແລະ ລັດວິສາຫະກິດຖືຮຸ້ນລາວ ເພື່ອພັດທະນາ ແລະ ປະຈຸບັນກຳລັງດຳເນີນໂຄງການເຂື່ອນໄຟຟ້ານໍ້າງຽບ 1 ທີ່ມີຂະໜາດຕິດຕັ້ງ 290 ເມກາວັດ ທີ່ແຂວງ ບໍລິຄຳໄຊ ແລະ ໄຊສົມບູນເພື່ອຜະລິດພະລັງງານທີ່ສະອາດ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກໃນ ສ.ປ.ປ. ລາວ. ເພື່ອຊ່ວຍສ້າງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໃຫ້ສອດຄ່ອງ ແລະ ໄດ້ມາດຕະຖານແຜນງານພັດທະນາສັງຄົມ ແລະ ຄຸ້ມຄອງສິ່ງແວດລ້ອມລະດັບສາກົນ NNP1PC ກຳລັງຊອກຫາພະນັກງານດັ່ງຕໍ່ໄປນີ້ (ຕ້ອງການຜູ້ສະໝັກທີ່ເປັນຄົນລາວ):

ຕຳແໜ່ງ: ພະນັກງານຂັບລົດເມ (2 ຕຳແໜ່ງ)

ສະຖານທີ່: ຫ້ອງການພາກສະໜາມ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ

ໄລຍະເວລາ: ໜຶ່ງປີ ແລະ ສາມາດຕໍ່ໄດ້

ຄວາມຮັບຜິດຊອບ:

  • ຊ່ວຍຮັບສົ່ງພະນັກງານຈາກຫ້ອງານທີ່ນະຄອນຫລວງວຽງຈັນຫາສະໜາມ ແລະ ເຄື່ອງຂອງຕ່າງໆ,
  • ກວດເຊັກສະພາບລົດເພື່ອປ້ອງກັນການເປ່ເພໃນເວລາເດີນທາງລວມທັງສະພາບຢາງລົດ, ແວ່ນລົດໃຫ້ມີຄວາມສະອາດທຸກຄັ້ງກ່ອນຈະອອກເດີນທາງ,
  • ອະນາໄມພາຍໃນ ແລະ ພາຍນອກລົດໃຫ້ມີຄວາມສະອາດຢູ່ສະເໝີ,
  • ຂັບຂີ່ພາຫະນະຫລາຍປະເພດ ລວມທັງລົດຈັກ, ລົດໃຫຍ່, ແລະ ລົດບັນທຸກ,
  • ບັນທຶກເວລາກ່ຽວກັບການໄປມາຂອງລົດທີ່ຕົນຮັບຜິດຊອບທຸກຄັ້ງ,
  • ລາຍງານສະພາບອຸບັດຕິເຫດ, ການບາດເຈັບ ແລະ ຄວາມເສຍຫາຍຂອງພາຫະນະຕໍ່ຫົວໜ້າສາຍງານ ແລະ
  • ປະຕິບັດໜ້າທີ່ອື່ນໆ ທີ່ມອບຫມາຍໃຫ້

ຄຸນນະສົມບັດ ແລະ ປະສົບການ

  • ມີຄວາມຮູ້ເລື່ອງການນຳໃຊ້ລົດເພື່ອໃຫ້ມີຄວາມປອດໄພ ແລະ ຮັກສາສະພາບເຄື່ອງຈັກໃຫ້ຢູ່ໃນສະພາບທີ່ດີຢູ່ສະເໝີ,
  • ມີສຸຂະພາບແຂງແຮງ, ຫ້າວຫັນ, ອົດທົນ, ຊື່ສັດ ແລະ ມີຄວາມຮັບຜິດຊອບຕໍ່ໜ້າວຽກຂອງຕົນ,
  • ລະດັບການສຶກສາຢ່າງໜ້ອຍຕ້ອງຈົບ ມໍ 7 ແລະ ມີໃບຂັບຂີ່ລົດໃຫຍ່,
  • ເຄີຍເຮັດວຽກກັບອົງການ, ບໍລິສັດເອກະຊົນສາກົນ ຫຼື ລັດ (ຂັບລົດໃຫຍ່) ຢ່າງໜ້ອຍ 3 ປີຂຶ້ນໄປ, ຖ້າມີໃບຜ່ານງານຈະມີຜົນດີ,
  • ມີຄວາມຮູ້-ຄວາມສາມາດໃນການສ້ອມແປງລົດໃຫຍ່ຂັ້ນພື້ນຖານ

 

ຜູ້ສະໝັກສາມາດສົ່ງຈົດໝາຍສະໝັກວຽກ ລວມທັງຊີວະປະຫວັດຫຍໍ້ ແລະ ເອກະສານທີ່ກ່ຽວຂ້ອງ ໂດຍໃຫ້ລະບຸຢ່າງຈະແຈ້ງເຖິງຕຳແໜ່ງທີ່ສະໝັກ ມາທີ່ ພະແນກບຸຄະລາກອນ ຜ່ານທາງອີເມວ: hr@namngiep1.com ຫຼື ເອົາສຳເນົາເອກກະສານສະໝັກວຽກມາທີ່ຫ້ອງການ NNP1PC ຢູ່ຊັ້ນ 2 ຂອງອາຄານ ສະກາຍຊິດຕີ້, ຕູ້ໄປສະນີ: 5503, ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປລາວ. ໂທ: 856-21-261251, ແຟັກ: 856-21-261252. ວັນປິດຮັບສະໝັກແມ່ນ 24 ທັນວາ 2020. ສະເພາະແຕ່ຜູ້ສະໝັກທີ່ຖືກຄັດເລືອກ ຈະຖຶກຕິດຕໍ່ເພື່ອເຂົ້າມາສຳພາດ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ NNP1PC ກະລຸນາເຂົ້າເບິ່ງທີ່ເວັບໄຊ້: https://namngiep1.com

Are you looking for Job Opportunities? Apply job with us

Apply Job Online OR Apply Job Offline