ເປີດນໍາໃຊ້ຕະຫຼາດ ແລະ ຄິວລົດ ບ້ານ ພູໂຮມໄຊຢ່າງເປັນທາງການ

ໃນວັນທີ 15 ພະຈິກ 2018, ບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ ຮ່ວມກັບ ອໍານາດການປົກຄອງເມືອງບໍລິຄັນ, ການຈັດຕັ້ງບ້ານພູໂຮມໄຊ (ບ້ານຈັດສັນໂຄງການເຂື່ອນໄຟຟ້ານໍ້າງຽບ 1), ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ບ້ານອ້ອມຂ້າງ ໄດ້ຈັດພິທີເປີດການນໍາໃຊ້ອາຄານຕະຫຼາດ ແລະ ຄິວລົດຂອງບ້ານຂຶ້ນຢ່າງເປັນທາງການ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້ານ້ຳງຽບ 1 ໄດ້ມີບ່ອນຊື້-ຂາຍຜົນຜະລິດ ທັງເປັນການຊຸກຍູ້ສົ່ງເສີມ, ພັດທະນາ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນກວ່າເກົ່າ.

ໃຫ້ກຽດເປັນປະທານໃນພິທີດັ່ງກ່າວ ໂດຍແມ່ນ ທ່ານນາງ ວາລີ ສຸດທະວົງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງບໍລິຄັນ. ພ້ອມນີ້ຍັງມີຜູ້ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ ເຊັ່ນ: ຫ້ອງການອຸດສາຫະກໍາ ແລະ ການຄ້າ, ຫ້ອງການໂຍທາທິການ ແລະ ຂົນສົ່ງ, ຫ້ອງການສຶກສາ ແລະ ກິລາ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະພັກຮາກຖານປະຈຳເຂດຫາດຍື້ນ          (ພູໂຮມໄຊ) ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ ແລະ ບ້ານອ້ອມຂ້າງເຂົ້າຮ່ວມ.

ການກໍ່ສ້າງອາຄານຕະຫຼາດ ແລະ ຄິວລົດ ບ້ານພູໂຮມໄຊ ໄດ້ເລີ່ມຂຶ້ນໃນຕົ້ນເດືອນພະຈິກປີ 2017 ແລະ ສໍາເລັດລົງໃນທ້າຍເດືອນມັງກອນປີ 2018 ໂດຍປະກອບດ້ວຍມີຕົວອາຄານຕະຫລາດຂະຫນາດ 16×20 ແມັດ, ອາຄານຄິວລົດຂະຫນາດ 16×6 ແມັດ, ຫ້ອງນ້ຳ 2 ຫລັງ, ຫລັງລະ 2 ຫ້ອງ ແລະ ບ່ອນເກັບຖິ້ມຂີ້ເຫຍື້ອ 1 ຫລັງ ໃນພື້ນທີ່ທັງຫມົດ 7.000 ມ2 ພ້ອມທັງຕິດຕັ້ງລະບົບໄຟຟ້າ ແລະ ນ້ຳໃຊ້ຄົບຊຸດ ລວມມູນຄ່າການກໍ່ສ້າງທັງໝົດ 864.000.000 ກີບ. ນອກຈາກນັ້ນ ໃນພິທີຍັງໄດ້ມີການມອບອຸປະກອນການສຶກສາໃຫ້ນັກຮຽນ 6 ນ້ອງ ຈາກຄອບຄົວດ້ອຍໂອກາດ 4 ຄອບຄົວ ຊຶ່ງປະກອບມີຊຸດນັກຮຽນ 12 ຊຸດ, ເກີບ 12 ຄູ່, ຖົງໃສ່ປື້ມ 6 ໜ່ວຍ ແລະ ອຸປະກອນການສຶກສາ 24 ຊຸດ. ຫຼັງຈາກນັ້ນບັນດາຜູ້ແທນກໍ່ໄດ້ມີການຢ້ຽມຊົມ ແລະ ເລືອກຊື້ສິນຄ້າ ພາຍໃນຕະຫຼາດຫຼັງໃໝ່.