ການກວດກາລະບົບສາຍສົ່ງ ໂຄງການເຂື່ອນໄຟຟ້ານ້ຳງຽບ 1

ການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230KV ທີ່ເຊື່ອມຕໍ່ເຮືອນຈັກຂອງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ທີ່ເມືອງບໍລິຄັນ ແຂວງບໍລິຄໍາໄຊ ກັບສະນີນາບົງ ທີ່ເມືອງປາກງື່ມ ນະຄອນຫລວງວຽງຈັນ ທີ່ໄດ້ເລີ່ມຕົ້ນຂຶ້ນໃນປີ 2015 ໄດ້ສຳເລັດລົງໃນທ້າຍປີ 2018.

ເພື່ອສືບຕໍ່ຮັບປະກັນໂຄງສ້າງຂອງລະບົບສາຍສົົ່ງໃຫ້ຄົງຢູ່ໃນມາດຕະຖານສູງ, ມີຄວາມພ້ອມໃນການໃຊ້ງານ ແລະ ປອດໄພຢູ່ສະເໝີ ທີມງານວິສະກອນສາຍສົ່ງຂອງໂຄງການ ໂດຍ​ການ​ຮ່ວມ​ມືກັບ​ການຜະ​ລິດ​ໄຟ​ຟ້າ ແລະ ລະ​ບົບ​ສາຍສົ່ງລະ​ຫວ່າງ ລັດ​ຖະ​ບານລາວ – ​ໄທ ໄດ້ລົງຕິດຕາມກວດກາສາຍສົ່ງຢ່າງເປັນປະຈຳ.

​ສາຍ​ສົ່ງໄຟຟ້າແຮງສູງຂອງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ມີຄວາມຍາວທັງໝົດປະມານ 120 ກິໂລແມັດ ແລະ ປະກອບມີເສົາ​ທັງ​ໝົດ 300 ​ຕົ້ນ.