ໃນວັນທີ່ 04 ກັນຍາ 2020 ທ່ານ ມານາສິນ ວົງໄຊ, ຜູ້ຈັດການໃຫຍ່ຂອງລັດວິສາຫະກິດຖືຮຸ້ນລາວ ພ້ອມດ້ວຍຂະນະ ໄດ້ລົງຢ້ຽມຢາມ ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ທີ່ ເມືອງບໍລິຄັນ.
ໃນການຢ້ຽມຢາມໃນຄັ້ງນີ້ ທ່ານ ໂທຊິຮິໂຣ ທາກາໂນະ (Mr. Toshihiro Takano), ຜູ້ອຳນວຍການ ບໍລິສັດ ໄຟຟ້ານ້ຳງຽບ 1 ຈໍາກັດ ພ້ອມດ້ວຍຄະນະບໍລິຫານອາວຸໂສຂອງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໄດ້ຕ້ອນຮັບຄະນະ ແລະ ນໍາສະເໜີວຽກງານການຜະລິດໄຟຟ້າ, ວຽກງານການພັດທະນາຊຸມຊົນ ແລະ ການບໍລິຫານສິ່ງແວດລ້ວມໃຫ້ຄະນະໄດ້ຮັບຊາບ. ຫຼັງຈາກນັ້ນ ຄະນະໄດ້ຢ້ຽມຊົມການຜະລິດກະແສໄຟຟ້າຕາມເວລາຈິງທີ່ເຮືອນຈັກໄຟຟ້າເຂື່ອນໃຫຍ່ ແລະ ຢ້ຽມຢາມໂຮງຮຽນອະນຸບານທີ່ບ້ານຈັດສັນພູໂຮມໄຊ ແລະ ຕິດຕາມວຽກງານການຜະລິດເຂົ້ານາປີຂອງຊຸມຊົນໃນເຂດບ້ານຈັດສັນ ກ່ອນຈະຢ້ຽມຊົນເຂື່ອນນ້ອຍຂອງໂຄງການ ແລະ ເດີນທາງກັບ.
ບໍລິສັດ ໄຟຟ້ານໍ້າງຽບ 1 ຈຳກັດ ປະກອບມີ ສາມຂາຮຸ້ນຄື: ບໍລິສັດ KPIC Netherlands ຊຶ່ງແມ່ນບໍລິສັດໃນເຄືອຂ່າຍຂອງບໍລິສັດ Japan’s Kansai Electric Power, ບໍລິສັດ EGATi Company Limited ແລະ ລັດວິສາຫະກິດຖືຮຸ້ນລາວຖືຮຸ້ນ.